ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MS ຕຽມ​ອອກ Windows 7 SP1 ກໍລະກົດ​ນີ້

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ໄມ​ໂຄ​ຊອຟົທ໌ (Microsoft) ຕຽມ​ອອກ​ອັບ​ເດດ Windows 7 ຫລື Service Pack 1 (SP1) ລຸ້ນ​ທົດສອບ​ໃນ​ເດືອ​ນ​ກໍລະກົດ​ນີ້ ຢ່າງໃດ​ກໍ​ຕາມ ທາງ​ບໍລິສັດ​ແຈ້ງ​ວ່າ ຜູ້​ໃຊ້​ບໍ່​ຕ້ອງ​ຕົກ​ໃຈ ເພາະ SP1 ທີ່​ຈະ​ອອກ​ມາ​ນັ້ນ ບໍ່​ໄດ້​ເປັນ​ການ​ອັບ​ເດດ​ຄຸນສົມບັດ ຫລື​ແກ້​ໄຂ​ບັ໊ກໃໝ່​ໆ ແຕ່​ຢ່າງ​ໃດໃນ​ງານ TechEd ໄມ​ໂຄ​ຊອ​ຟົທ໌​ໄດ້​ປະ​ກາດ​ວ່າ Service Pack 1 (beta) ທີ່​ປົກກະຕິ​ຈະ​ມີ​ຄວາມ​ສຳຄັນ​ຫລາຍກວ່າ​ແພດຊ໌​ປະຈຳ​ເດືອນ​ມີ​ກຳນົດ​ການ​ອອກ​ໃນ​ເດືອ​ນກໍລະກົດ​ນີ້ ແລ້ວ ຢ່າງໃດ​ກໍ​ຕາມ ຜູ້​ຊ່ຽວຊານ​ແນະ​ນຳ​ວ່າ ຫາກ​ຜູ້​ໃຊ້​ອັບ​ເດດ​ແພດຊ໌​ຢູ່​ເປັນ​ປະຈຳ​ແລ້ວ ອາດຈະ​ບໍ່​ຈຳ​ເປັນ​ຕ້ອງ​ອັບ​ເດດ SP1 (beta) ເນື່ອງ​ຈາກ​ບໍ່​ມີ​ການ​ເພີ່ມ​ຄຸນສົມບັດ​ໃໝ່ ແຕ່​ໃຫ້​ລໍຖ້າ SP1 ທີ່​ມີ​ການ​ແກ້​ໄຂ​ບັ໊ກສຳຄັນໆ ຕະຫລອດ​ຈົນ​ການ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຈາກ​ຄວາມ​ພະຍາຍາມ​ຕິດ​ຕັ້ງ ແລະ​ໃຊ້​ງານ Windows 7 SP1 (beta) ແມ່ນ Windows 7 ຈະ​ໄດ້ຮັບ​ການ​ຢືນຢັນ​ຈາກ​ສື່ ຕະຫລອດ​ຈົນ​ຜູ້​ໃຊ້​ສ່ວນ​ໃຫຍ່​ວ່າ​ມັນ​ມີ​ຄວາມ​ແຂງ​ແຮງ ປອດ​ໄພ ແຕ່​ຜູ້​ໃຊ້​ໃນ​ກຸ່ມ​ທຸລະກິດ​ກໍ​ຍັງ​ຊະ​ລໍ​ການ​ຕັດ​ສິນ​ໃຈ​ອັບ​ເກດ​ໂອ​ເອດ​ຕົວ​ນີ້​ຢູ່​ດີ

“SP1 ຈະ​ບໍ່​ໄດ້​ມີ​ການ​ເພີ່ມ​ຄຸນສົມບັດ​ໃໝ່​ໃດໆ ເຂົ້າໄປ​ໃນ Windows 7 ແຕ່​ຈະ​ເປັນ​ການ​ລວມ​ອັບ​ເດດ​ທັງ​ໝົດ​ທີ​ປົກກະຕິ​ໃຫ້​ບໍລິການ​ຜ່ານ Windows Update (ລວມ​ແພດຊ໌) ແລະ​ການ​ແກ້​ໄຂ​ບັນຫາ​ການ​ໃຊ້​ງານ​ເລັ່ງ​ດ່ວນ (hot fixes) ຈາກ​ຟີດ​ແບັກ​ທີ່​ໄດ້ຮັບ​ຈາກ​ລູກ​ຄ້າ ແລະ​ພັນ​ທະ​ມິດ” ຂໍ້ຄວາມ​ໃນ​ບລັອກ​ຂອງ​ໄມ​ໂຄ​ຊອຟົທ໌ ຢ່າງໃດ​ກໍ​ຕາມ ໃນ SP1 ຈະ​ມີ​ການ​ອັບ​ເດດ​ໄຄ​ເອັນຕ໌ Remote Desktop ທີ່​ອອກ​ແບບ​ໃຫ້​ເຮັດວຽກ​ກັບ RmoteFX (ແພດ​ຟອລ໌​ມລີ​ໂມດ​ແອກ​ເຊດ​ໃໝ່) ທີ່​ກຳນົດ​ໃຫ້​ມີ​ຢູ່ໃນ SP1 ສຳລັບ Windows Server 2008 R2 ດ້ວຍ

ຂໍ້​ມູນ ຈາກ: pcmag, Arip.co.th

ລອງອ່ານກ່ຽວກັບ  ສະຖິຕິຄີເວິດທີ່ຄົນຄົ້ນຫາຫຼາຍທີ່ສຸດ ໃນປີ2010 ຂອງ Google

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.