ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສ້າງສະຖານີວິທະຍຸອອນໄລ໌ ເອົາໄວ້ເປັນດີເຈເອງ ກັນດີກວ່າ

How To...

າສ້າງສະຖານີວິທະຍຸອອນໄລ໌ເພຶ່ອເປັນດີເຈເອງດີກວ່າໄດ້ຜົນ 100% (ເເບບ suzuki STEP)ໂອຍບໍ່ເເມ່ນ STEP  BY STEP ສັນດອກວາ

ເເຕ່ກ່ອນອື່ນຕ້ອງກຽມໂປເເກມກ່ອນດາວໂຫລດກ່ອນໄຜເລີຍ (ສິໄດ້ເເທ້ບໍ່) ເເທ້ບໍ່ເເທ້ລອງເບິງເເມະ
ຄັນຖືກໃຈຫລຶບໍ່ປະການໃດບອກໄວຂ້າງລຸ່ມນີ້ເລີຍ

  • ກ່ອນອື່ນມາດາວໂຫລດສິ່ງທີ່ຕ້ອງການກ່ອນດາວໂຫລດ:

winamp ຫລັງຈາກນັ້ນໃຫ້ດາວໂຫລດ  SHOUTcast_Radio_DSP_plug-in_for_Windows ລົງສອງອັນໃຫ້ສຳເລັດເເລ້ວກໍ່ເປັນອັນວ່າຈົບ (ໂອຍບໍ່ທັນຈົບ)

  • ເເລ້ວກໍ່ເຂົ້າໄປທີ່ເວັບນີ້ເລີຍ

http://listen2myradio.com/

  • ເເລ້ວກໍ່ Signup ເລີຍເເລະສິຖ້າຫຍັງ, ຫລັງຈາກນັ້ນກໍ່ໃສ່ຂໍ້ມູນເເລ້ວກະຕົກລົງເເລ້ວກໍ່ຍືນຍັນອີເມວ, ພໍຍືນຍັນ ເເລ້ວ ກໍ່ Login ເຂົ້າລະບົບ, ເເລ້ວກໍ່ຈະເຫັນເເນວນີ້

ເເລ້ວກໍ່ຈັກການຕິດຕັ້ງສະຖານີເລີຍເນາະໂດຍການຄິກທີ່ Radio Installation ຫລັງຈາກນັ້ນຈະໄດ້ເເບບຮູບຕໍ່ໄປ

  • ກະໃສ່ຂໍ້ມູນລົງໄປເເລ້ວກໍ່ຄິກທີ່ປຸ່ມ Install  ເເລ້ວກໍ່ຈະມີບ່ອນໃຫ້ເລື່ອກເຊີເວີດັ່ງຮູບຕໍ່ໄປ
  • ກໍ່ເລືອກເຊີເວີເລີຍຕາມເເຕ່ສັດທາເນາະ ເເລ້ວກໍ່ຈະເຫັນວ່າ radio status: off ເປັນເເລ້ວຈະມີໂຕຫນັງສືສີເເດງຫລາຍໆກໍ່ເປີດໃຊ້ໂລດເເລ້ວສິຄັນຕຳຫລວດບໍ່ຈັບນະຄິກOn/Off ໃນຕາຕາລາງ, ພໍ່ເປີດເເລ້ວຈະເປັນດັ່ງຮູບເນາະ (ໄກ້ຈະເປັນຄວາມຈິງລະ)

  • ເຢ່ເປີດເເລ້ວ ກໍ່ມາຈັດການກັບ Winamp ບາດນິ ຕາມຮູບ(ຕາຍຄັກຂຽນຍາວເຫມື່ອຍ)
  • ເເລ້ວຈະໄດ້ມີຫນ້າຕາເເນວນິອອກມາ

ເເລ້ວກໍ່ເຮັດຕາມຮູບເລີຍເນາະເເລ້ວກໍ່ເປີດຕາມທີ່ຮູບບອກຫັນເເລະ

  • ເເລ້ວກໍ່ມາຂັ້ນຕອນນີ້ໃນຕອນນີ້ເຮົາເລືອກ Ouput 2 (ຄືບໍ່ໃສ່ Ouput 1)ຢ່າເຮົາເເລະເຮົາເຮັດນະສັນເຮັດເອງເເມະ ໃຫ້ຕືມໃສ່ຕາມຂໍ້ມູນທີ່ໃດ້ຮັບມາໃນຮູບທີ 1 ໃສ່ໄອພີ ເເລະ ພອດ ເເລະ ລະຫັດຜ່ານຕາມທີ່ຕັ້ງໄວ້

  • ເເລ້ວກໍ່ຄິກທີ່ yellowpages ກໍ່ຈະເປັນຢ່າງຮູບຕໍ່ໄປ (ຍັງມີອີກຫວາຍາວເເທ້), ກໍ່ໃສ່ຂໍ້ມູນຕື່ມເນາະເຊັ່ນ URL ກະເເມ່ນທີ່ເຮົາສ້າງຫັ້ນລະ

  • ເເລ້ວລະໃຫ້ຄິກທີ່ Encoder ກໍ່ຈະໄດ້ດັງຮູບຕໍ່ໄປເເລ້ວກະເຮັດຕາມຮູບເລີຍເນາະ

  • ເເລ້ວລະກະໃຫ້ກັບມາທີ່ Output (ວ່າເເລ້ວຕ້ອງກັບມາ) ເເລ້ວກໍ່ກົດປ່ຽນຄ່າ Encoder ໃຫ້ເປັນ2, ຖ້າຕັ້ງໃນຂັ້ນຕອນກ່ອນຫນ້ານີ້ເເມ່ນໜຶ່ງໃຫ້ໃສ່ໜຶ່ງ ເເຕ່ໃນນີ້ເເມ່ນໃສ່ສອງ ເເລ້ວລະກະກົກ Connect ໂລດເເລະສິຖ້າໄຜມາກົດໃຫ້

  • ເເລ້ວຖ້າສຳເລັດມັນກໍ່ຈະຂຶ້ນດັ່ງຮູບນີ້ບ່ອນທີ່ຫມາຍໄວ້ຫັນນະບໍ່ເຫັນຫວາ

  • ຄັນເປັນເເນວນັ້ນສະເເດງວ່າເກັ່ງຫລາຍທີ່ເຮັດໄດ້ ເຢ່ເຮັດໄດ້ເເລ້ວ. ຫລັງຈາກນັ້ນກໍ່ເຂົາໄປຫາ URL ທີ່ທ່ານສ້າງໂລດເເລະລອງເບິງວ່າສິໄດ້ບໍ່. ຕົວຢ່າງ http://xxxxxx.listen2myradio.com ເເລ້ວກໍ່ຈະເຫັນດັງຮູບກໍ່ລອງກົດຟັງເບິງເນາະເເລ້ວຈະຮູ້ວ່າປະຕິຫານບໍ່ມີຈິງ

ປລ: ຄຳເວົ້າກວນໆຕ້ອງຂໍອະໄພເນາະ ທີ່ເວົ້າໄປເພາະບໍ່ຢາກໃຫ້ເສຍອາລົມທີ່ເວົ້າຍາວເກີນໄປ

ລອງອ່ານກ່ຽວກັບ  ມາສ້າງໄຟລ໌ Config ເພຶ່ອຕິດຕໍ່ຖານຂໍ້ມູນ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຄັກເນາະ ! ຈະລອງເອົາໄປສ້າງລອງເບິ່ງ ບໍ່ຮູ້ວ່າສິສຳເລັດຫຼືບໍ່ ? thank !

    1. ລອງເບິງເນາະ ເປັນແນວໃດ ກໍ່ມາເວົ້າໃຫ້ຟັງແດ່ເດີ່. ເພາະບົດຄວາມນີ້ກໍ່ດົນພໍສົມຄວນລະ

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.