ເລື່ອງລາວຂອງ TECH, STARTUP, ແລະ DIGITAL

“Video Call”ລະ​ດັບ​ໄຮ​ເດຟຯ​ມາ​ແລ້ວ ຈາກ Logitech

ຂ່າວໄອທີ

ເມື່ອ​ອາທິດ​ທີ່​ຜ່ານມາ ບໍລິສັດ​ລໍ​ຈິ​ເທກ (Logitech) ໄດ້​ປະ​ກາດ​ອັບ​ເດດ​ບໍລິການ​ຮຽກ​ສາຍ​ລະບົບ​ວິ​ດີ​ໂອ (video calling service) ທີ​ເປີດ​ໃຫ້​ໃຊ້​ຟຣີ ໂດຍ​ໄດ້​ມີ​ການ​ພັດທະນາ​ໃຫ້​ບໍລິການ​ດັ່ງ​ກ່າວ ສາມາດ​ຮຽກ​ສາຍ​ຫາ​ກັນ​ຜ່ານ​ວິ​ດີ​ໂອ​ໃນ​ລະ​ດັບ​ໄຮ​ເດ​ຟຯ (High-definition) ໄດ້​ແລ້ວ

Logitec Vid HD ບໍລິການ​ລ່າ​ສຸດ​ທີ່​ລໍ​ຈິ​ເທກ​ເປີດ​ໃຫ້​ຜູ້​ໃຊ້​ສາມາດ​ໃຊ້​ບໍລິການ​ຮຽກ​ສາຍ​ຜ່ານ​ລະບົບ​ວິ​ດີ​ໂອ ທີ່​ຄວາມ​ລະອຽດ 720p ດ້ວຍ​ເວັບ​ແຄມ​ໄຮ​ເດ​ຟຯ (HD webcam) ຊຶ່ງ​ພ້ອມ​ກັນ​ນີ້​ທາງ​ບໍລິສັດ​ຍັງ​ໄດ້​ປະ​ກາດ​ປິດ​ຕົວ​ເວັບ​ແຄມ​ໄຮ​ເດ​ຟຯ​ລຸ້ນ​ໃໝ່ ໄປ​ດ້ວຍ​ພ້ອມ​ກັນ ໂດຍ​ເວັບ​ແຄມ​ໄຮ​ເດ​ຟຯ ທີ່​ອອກ​ມາ​ຈະ​ມີ​ລຸ້ນ​ແລະ​ລາ​ຄາ​ໃຫ້​ເລືອກ​ຕັ້ງ​ແຕ່ 40 – 100 ຫລຽນຯ ແຖມ​ຍັງ​ເປີດ​ເຜີຍ​ຂໍ້​ມູນ​ກ່ຽວກັບ Google TV ທີ່​ສາມາດ​ໃຫ້​ບໍລິການ​ວິ​ດີ​ໂອ​ຄອລ໌​ລະ​ດັບ​ໄຮ​ເດ​ຟຯ ເທິງ HDTV ຂອງ​ຜູ້​ໃຊ້​ອີກ​ດ້ວຍ

ຊອຟົຕ໌​ແວລ໌ Logitech Vid HD ສາມາດ​ດາວນໂຫລດ​ຟຣີໄດ້​ທີ່ www.logitech.com/vid ສຳລັບ ຜູ້​ທີ່​ຕ້ອງ​ການ​ໃຊ້​ບໍລິການ​ວິ​ດີ​ໂອ​ຄອລ໌​ແບບ​ໄຮ​ເດ​ຟຯ​ຈະ​ຕ້ອງ​ໃຊ້​ຄອມພິວເຕີ​ທີ່​ມີ​ໃຊ້ ຊີພີ​ຍູ Core 2 Duo ຄວາມ​ໄວ​ຂັ້ນ​ຕ່ຳ 2.4GHz ລະບົບ​ປະຕິບັດ​ການ Windows OS (xp/Vista/7) ຫລື Mac OS (10.4 ຂຶ້ນ​ໄປ) ເວັບ​ແຄມ​ໄຮ​ເດ​ຟຯ ຂອງ​ທ່ານ​ໃດ​ກໍ​ໄດ້ (ແຕ່​ລໍ​ຈິ​ເທກ​ຈະ​ເ​ວີ​ກ​ທີ່ສຸດ) ແລະ​ອິນ​ເຕີເນັດ​ທີ່​ຄວາມ​ໄວ​ຢ່າງ​ນ້ອຍ 1Mbit/s ທັງ​ອັບ​ໂຫລດ ແລະ​ດາວນໂຫລດ ໃນ​ສ່ວນ​ຂອງ​ເວັບ​ແຄມ​ໄຮ​ເດ​ຟຯ ທາງ​ລໍ​ຈິ​ເທກ​ມີ​ຕົວ​ເລືອກ​ທີ່​ໜ້າ​ສົນ​ໃຈ​ດ້ວຍ​ຄື Logitech HD Pro Webcam C910 ທີ່​ສາມາດ​ຈັບ​ພາ​ພວິ​ດີ​ໂອ​ໄຮ​ເດ​ຟຯ​ໄດ້​ສູງ​ສຸດ​ເຖິງ 1080p (ເຖິງວ່າ​ບໍລິການ​ວິ​ດີ​ໂອ​ຄອລ໌​ຈະ​ຈຳ​ກັດ​ໄວ້​ທີ 720p) ໂດຍ​ເລນສ໌​ທີ​ໃຊ້​ເປັນ Carl Zeiss ມາ​ພ້ອມ​ກັບ​ໄມຄ໌ 2 ຕົວ ເພື່ອ​ໃຫ້​ລະບົບ​ສຽງສະເຕ​ລິ​ໂອ (ພ້ອມ​ລະບົບ​ຕັດ​ສຽງ​ລົບກວນ) ສະ​ໜົນ​ລາ​ຄາ​ຢູ່​ທີ່ 99.99 ຫລຽນຯ ສ່ວນ​ລຸ້ນ​ອື່ນໆ ກໍ​ຈະ​ມີ​ຄຸນສົມບັດ​ການເຮັດວຽກແລະ​ລາ​ຄາ​ລຸດ​ຫລັ່ນ​ລົງ​ໄປ ໂດຍ​ທຸກ​ລຸ້ນ​ຈະ​ວາ​ງຕະຫລາດ​ໃນ​ຊ່ວງ​ປາຍ​ເດືອນ​ນີ້

ລໍ​ຈິ​ເທກ​ຍັງ​ໄດ້ ເປີດ​ເຜີຍ​ຂໍ້​ມູນ​ກຽວ​ກັບ Google TV ທີ່​ຈະ​ອອກ​ມາ​ໃນ​ໄວ​ໆ ນີ້​ດ້ວຍ ໂດຍ​ຮຽກ​ມັນ​ວ່າ Logitech Companion Box (ບໍ່ແມ່ນ​ຊື່​ຮຽກ​ຢ່າງ​ເປັນ​ທາງ​ການ) ຊຶ່ງ​ຜູ້​ໃຊ້​ພຽງ​ແຕ່ຕໍ່​ມັນ​ເຂົ້າ​ກັບ​ເນັດ ແລະ HDTV ພຽງ​ເທົ່ານີ້​ກໍ​ສາມາດ​ສືບ​ຄົ້ນ​ຄອນ​ເທັນຕ໌​ຕ່າງໆ ຈາກ​ໂທລະທັດ ແລະ​ເວັບ​ຜ່ານ​ຍູດ​ເຊີລ໌​ອິນ​ເຕີລ໌​ເຟ​ຊ​ທີ່​ອອກ​ແບບ​ໂດຍ​ກູ​ເກີ້ນ​ໄດ້​ທັນ​ທີ ບ໊ອກດັ່ງ​ກ່າວ​ຈະ​ເຮັດວຽກ​ລ່ວມ​ກັບ​ເວັບ​ແຄມ HD ເຫລົ່າ​ນີ້​ດ້ວຍ ເຮັດໃຫ້​ຜູ້​ໃຊ້​ສາມາດ​ໃຊ້​ບໍລິການ​ວິ​ດີ​ໂອ​ຄອລ໌​ຜ່ານ​ທາງ HDTV ໄດ້

ຂໍ້​ມູນ ຈາກ: pcmag, Arip.co.th

ລອງອ່ານກ່ຽວກັບ  Sony ເປີດໂຕ ກ້ອງພົກພາຂະຫນາດນ້ອຍ ແບບ 3D ຖ່າຍວິດີໂອໄດ້ 1080p

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.