ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຮັດໃຫ້ Nokia 5800 xpressmusic ແລະອີກຫລາຍລຸ້ນ ອ່ານພາສາລາວໄດ້

How To..., ໂທລະສັບ

ໃຜທີ່ມີບັນຫາກັບ NOKIA 5800 xpressmusic ທີ່ບໍ່ສາມາດອ່ານພາສາລາວໄດ້ ມື້ນີເຮົາມີວິທີໃຫ້ທ່ານນຳໄປໃຊ້ກັບ NOKIA 5800 xpressmusic ຂອງທ່ານໃຫ້ອ່ານພາສາລາວໄດ້ເເບບງ່າຍໆບໍ່ຕ້ອງເຮັດຫຍັງຫລາຍພຽງເເຕ່ກ໊ອບປີ້ເເລ້ວວາງພຽງເທົ່ານີ້ NOKIA 5800 xpressmusic ຂອງທ່ານກໍ່ສາມາດອ່ານພາສາລາວໄດ້ເເລ້ວ ມາເບິງວິທີ່ການເຮັດກັນເລີຍ.

  1. ກ່ອນອື່ນກໍ່ດາວໂຫລດຟ່ອນກ່ອນ ດາວໂຫລດທີ່ນີ້ ຫລັງຈາກດາວໂຫລດມາເເລ້ວກໍ່ເເຕກໄຟລ໌ອອກ,
  2. ເເລ້ວຫລັງຈາກນັ້ນກໍ່ຕໍ່ສາຍ USB ຫລືຈະຖອດ Memory ອອກມາກໍ່ໄດ້ ເເລ້ວຕໍ່ເຂົ້າກັບຄອມພິວເຕີ່ຂອງທ່ານ
  3. ຫລັງຈາກນັ້ນກໍ່ໃຫ້ເຂົ້າໄປຫາ Memory ຂອງທ່ານ ເເລ້ວຊອກຫາ Folder ທີ່ຊື່ວ່າ resource ເເລ້ວກໍ່ເຂົ້າໄປຫາ Folder ທີ່ຊື່ວ່າ Fonts ຖ້າບໍ່ມີໃຫ້ສ້າງຂຶ້ນໃຫມ່ ເເລ້ວໃສ່ຊື່ວ່າ Fonts
  4. ຫລັງຈາກນັ້ນນັ້ນນຳຟອນທີ່ຢູ່ໃນ Folder “Font lao for 5800 xpressmusic ” ທີ່ທ່ານໄດ້ດາວໂຫລດມານັ້ນ ໄປໃສ່ໃນ E:\resource\Fonts ໃນ Memory ຂອງທ່ານ
  5. ຫລັງຈາກສຳເລັດເເລ້ວກໍຈັດການ ປິດເຄື່ອງເເລ້ວເປີດໃຫມ່ ຫລັງຈາກນັ້ນກໍ່ລອງເຂົ້າເວັບ ຫລື ອັນໃດກໍ່ໄດ້ທີ່ເປັນພາສາລາວ

DOWNLOAD: font lao for Nokia 5800 xpressmusic ຫລື ສຳຮອງ ທີ່ນີ້ http://www.mediafire.com/?1stxhnhll2ylhrw

ພຽງເທົ່ານີ້ທ່ານກໍ່ຈະສາມາດອ່ານພາສາລາວ ເເລະສາມາດອ່ານຂ່າວສານຈາກເວັບພວກເຮົາເເລະເວັບຂອງລາວອື່ນໆໄດ້ເເລ້ວ ຂອງໂທລະສັບລຸ້ນອື່ນໆເອົາໄວ້ມື້ຫນ້າສິມາບອກອີກໃຫ້ອີກ. ຖ້າໃຜມີຂໍ້ຂ້ອງໃຈກໍ່ສາມາດ ສະເເດງຄວາມຄິດເຫັນຂ້າງລຸ່ມນີ້ໄດ້ເນາະ. ເເລະຍັງມີຮູບມາໃຫ້ເບິງອີກດ້ວຍວ່າໄດ້ຜົນສ່ຳໃດ.

(ສຳລັບລຸ້ນອື່ນໆແມ່ນໃຫ້ເລືອກດາວໂຫລດຕາມລຸ້ນໂທລະສັບຂອງທ່ານ ຕາມລາຍການທ້າຍບົດຄວາມນີ້)

Update 1: ຕອນນີ້ສາມາດເຮັດໄດ້ແລ້ວໃນ Nokia C6 ໂດຍເຮັດວິທີດຽວກັນແຕ່ວ່າດາວນ໌ໂຫລດໄຟລ໌ຈາກບ່ອນນີ້ ເພາະມັນເປັນຄົນລະໄຟລ໌. ຕ້ອງການດາວນ໌ໂຫລດຄິກທີ່ລິ້ງນີ້ເລີຍ:  Font Lao for Nokia C6

Update 2: ( ທ່ານຫມາຍ) ພາສາລາວໃນ E72
ດາວໂຫລດ Opera mini ມາແລ້ວ ກໍພິມຄຳວ່າ about:config ຢູ່ບ່ອນ www (ລຶບwwwອອກເດີ)
ແລ້ວກໍກົດ GO
ຫລັງຈາກນັ້ນມັນກໍຈະປະກົດຫນ້າຫນື່ງຂື້ນມາ ແລ້ວກໍເລື່ອນລົງໄປຈົນອັນສຸດທ້າຍ
ໃຫ້ປ່ຽນເປັນ YES ແລ້ວກໍ SAVE
ເປັນອັນວ່າຮຽບຮ້ອຍແລ້ວ

ປ.ລ ມັນອ່ານພາສາລາວໄດ້ ແຕ່ພິມບໍ່ໄດ້ເດີ ສຳລັບE72

source: http://bit.ly/ab2cwR

Update 3: ສຳຫລັບ Nokia 5530 xpressmusic ກໍ່ໄດ້ແລ້ວ ສາມາດດາວນ໌ໂຫລດໄດ້ທີ່: Font Lao For Nokia 5530

ເລື່ອນລົງໄປກະທູ້ທີ່ 15 ຂອງ NiTaA

ສະຫລຸບຕອນນີ້ນອກຈາກ Nokia 5800 ແລ້ວຍັງມີລູ້ນອື່ນທີ່ສາມາເຮັດໄດ້ເຊັ່ນກັນ

ສຳລັບ Nokia N8 ດາວໂຫລດໄດ້ທີ່: Font Lao For Nokia N8

ສຳລັບ Nokia 5800 ດາວໂຫລດໄດ້ທີ່: http://www.mediafire.com/?1stxhnhll2ylhrw

ສຳລັບ Nokia C6 ດາວໂຫລດໄດ້ທີ່: Font Lao for Nokia C6

ສຳລັບ Nokia C6-01 ດາວໂຫລດໄດ້ທີ່: Font Lao For Nokia C6-01

ສຳລັບ Nokia C3 ດາວໂຫລດໄດ້ທີ່: Font Lao for Nokia C3

ສຳລັບ Nokia C5 ດາວໂຫລດໄດ້ທີ່: Font Lao For Nokia C5-03

ສຳລັບ Nokia C7-00 ດາວໂຫລດໄດ້ທີ່: Font Lao For Nokia C7-00

ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530

ສຳລັບ Nokia 5230 ດາວໂຫລດໄດ້ທີ່: Font Lao For Nokia 5230

ສຳລັບ Nokia 5630 ດາວໂຫລດໄດ້ທີ່: Font Lao For Nokia 5630

ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao for Nokia 5250

ສຳລັບ Nokia N78 ດາວໂຫລດໄດ້ທີ່: Font Lao For Nokia N78

ສຳລັບ Nokia N85 ດາວໂຫລດໄດ້ທີ່: Font Lao For Nokia N85

ລອງອ່ານກ່ຽວກັບ  ແອບ​ເປີນ​ເລີ່ມ​ຈັດ​ສົ່ງ iPhone 4 ແລ້ວ ແຕ່​ບາງ​ລາຍ​ຖືກຍົກ​ເລີກ​ການ​ສັ່ງ​ຊື້

ສຳລັບ Nokia N86 ດາວໂຫລດໄດ້ທີ່: Font Lao For Nokia N86

ສຳລັບ Nokia N96 ດາວໂຫລດໄດ້ທີ່: Font Lao For Nokia N96

ສຳລັບ Nokia N97 ແລະ N97 mini ດາວໂຫລດໄດ້ທີ່: Font Lao For Nokia N97 / N97 Mini

ສຳລັບ Nokia E5 ດາວໂຫລດໄດ້ທີ່: Font Lao For Nokia E5

ສຳລັບ Nokia E52 ດາວໂຫລດໄດ້ທີ່: Font Lao For Nokia E52

ສຳລັບ Nokia 5233 ດາວໂຫລດໄດ້ທີ່: Font Lao For Nokia 5233

ສຳລັບ Nokia 5235 ດາວໂຫລດໄດ້ທີ່: Font Lao For Nokia 5235

ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao For Nokia 5250

ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530

ສຳລັບ Nokia E7-00 ດາວໂຫລດໄດ້ທີ່: Font Lao For Nokia E7-00

ສຳລັບ Nokia X6 ດາວໂຫລດໄດ້ທີ່: Font Lao For Nokia X6

ສຳລັບລຸ້ນອື່ນໆທີ່ຍັງບໍ່ໄດ້ນັ້ນ ສາມາດລາຍງານເຂົ້າມາແລ້ວຈະນຳມາໃຫ້ດາວໂຫລດໄປໃຊ້ກັນ……..


Souliyo

Co-Founder and CTO of BIZGITAL and LOCA

Comments
  1. ສະບາຍດີຂໍຖາມແດ່ ເມື່ອເຮົາລົງ font lao ໃນໂນເກຍ C5-03 ເຮົາຈະສາມາດພາສາລາວໄດ້ບໍ່ ຫຼື ວ່າມີແຕ່ອ່ານໄດ້ຢ່າງດຽວ ?

  2. ສະບາຍດີຂໍຖາມແດ່ ເມື່ອເຮົາລົງ font lao ໃນໂນເກຍ C5-03 ເຮົາຈະສາມາດພິມພາສາລາວໄດ້ບໍ່ ຫຼື ວ່າມີແຕ່ອ່ານໄດ້ຢ່າງດຽວ ?

  3. ຂອງຂ້ອຍໃຊ້ nokia n8ນະ ຂ້ອຍເຮັດຕາມທີ່ຄືກັບ nokia 5800 xpress music ນະ ມັນມີເເຕ່ອ່ານໄດ້ຫວາ ມັນຄືອ່ານຍູ່ ຈຳພວກ browser ຫລື app ຕ່າງໆ ບໍ່ໄດ້ນ່າ ຍ່າງapp facebook ebuddy ລະກະ whatsapp

  4. ສະບາຍດີ ຂ້ອຍໄຊ້ Tablet M7.0 ມັນບໍສາມາດອ່ານພາສາລາວຈາກພາຍທີ່ຂ້ອຍກອບມາຈາກຄອມພີວເຕີ້ໄດຄວນເຮັດແນວໄດບອກຂ້ອຍແດ່ ຂໍຂອຍໄຈລ່ວງໜ້າ

  5. Nokia 5800 ອ່ານລາວໄດ້ແລ້ວ ຂອບໃຂ ແຕ່ຢາກຂຽນເປັນພາສາລາວໄດ້ບໍ່

  6. ສະບາຍດີທຸກຄົນ ຂ້ອຍລອງດາວໂລດພາສາລາວຂອງ Nokia 5250 ມາໃສ່ແລ້ວແຕ່ບໍ່ເຫັນມີຫຍັງເກິດຂື້ນເລີຍຜູ້ໃດເຮັດໄດ້ຂໍຄວາມຄິດເຫັນແດ່

  7. x 7 ກະໃຊ້ພາສາລາວ ໃດ້ຢູ່ວ່າ ລະກະopera verson 12 ນະເຮັດໃຫ້ອ່ານລາວໃດ້ເຮັດແນວໃດບອກເຮົາແດ່

  8. ຢາກໄດ້ font Lao ສຳລັບ Nokia E6-00, ສາມາດໃຊ້ຮ່ວມກັບໂຕອື່ນໄດ້ບໍ່,
    ຊ່ວຍແດ່…..ຂອບໃຈ ຫຼາຍໆ

  9. ຢາກຖາມແນ່ວ່າເຮົາດາວໂຫຼດຟ້ອນລາວສຳຫຼັບ nokia c5-03 ໂຫຼດໄດ້ແລ້ວແຕ່ຕິດຕັ້ງບໍ່ໄດ້ເນາະ ບໍ່ຮູ້ວ່າເປັນຍ້ອນຫຍັງ

  10. ຊ່ວຍແດ່ ເພາະໂທລະສັບບໍອ່ານສາລາວໃນເວັບ ແລະ ໃຊ້ພິມກະບໍໄດ້
    Nokia x7-00

  11. ຂ້ອຍໃຊ້ NOKIA N8 ທີ່ອິບເປັນ Belle ແລ້ວລົງພາສາລາວຄືໃນເທິງບໍ່ໄດ້
    ເຮັດແນວໃດຈັ່ງສິໄດ້ບອກຂ້ອຍແດ່

  12. C6-01 ເຮັດຄືຂ້າງເທິງແລ້ວແຕ່ອ່ານບໍ່ໄດ້ເປັນແນວໃດໃຜຮູ້ບອກແດ່

  13. ທ່ານ ສຸລິໂຍ ທີ່ນັບຖື ຂໍທ່ານຊ່ວຍແດ່
    NOKIA C6-01 ຂ້າພະເຈົ້າ download file ຈາກ link ທ່ານໃຫ້ມາ ແລ້ວ
    http://dl.dropbox.com/u/12672792/download/Font_lao_for_nokia_c6-01.rar
    ຫລັງຈາກນັ້ນ ແຕກ ອອກມາເປັນ ຟາຍ Font_lao_for_nokia_c6-01ແລະໃນນັ້ນຈະມີ nosnr60,nssb60,nstsb60 ແລະ S60ZDIGI ທັງ 4 ຟາຍນີ້ລະ ຂ ພ ຈ ໄດ້ ກອບປີໄປໃສ່
    ໃນ Memory Folder ທີ່ຊື່ວ່າresource\Fonts( ສ່ວນ Fonts ນັ້ນແມ່ນສ້າງຂື້ມາໃໝ່) ແຕ່ ບໍ່ຮູ້ວ່າເປັນຈັ່ງໃດຈິ່ງບໍ່ສາມາດອ່ານ ພາສາລາວໄດ້(ໄດ້ປິດ-ເປີດໂທລະສັບຫລາຍຄັ້ງແລ້ວ)ເຮັດຫລາຍໆແບບແລ້ວບໍ່ໄດ້
    1.E\resource\Fonts\nosnr60,nssb60,nstsb60 ແລະ S60ZDIGI
    2.E\resource\Fonts\Font_lao_for_nokia_c6-01
    3.E\System\Fonts\nosnr60,nssb60,nstsb60 ແລະ S60ZDIGI
    4.E\System\Fonts\Font_lao_for_nokia_c6-01
    5.E\Sys\Fonts\nosnr60,nssb60,nstsb60 ແລະ S60ZDIGI
    6.E\Sys\Fonts\Font_lao_for_nokia_c6-01

  14. ສຳລັບ nokia c6 01 ຕັ້ງຟອນແລ້ວມັນສາມາດອ່ານໄດ້ແຕ່ຢູ່ເວບ ແຕ່ເວລາຂຽນຂໍ້ຄວາມຢູ່ sms ພັດເປັນຮູບສີ່ຫຼ້ຽມ ຊ່ວຍແນະນຳແດ່ ຂອບໃຈຫຼ່ວງໜ້າ

    1. ລາຍລະອຽດ ຂໍແນະນຳໃຫ້ແດ່ ທ່ານ metkeoຈະບໍ່ລຶມບຸນຄຸນ

  15. ຂໍຖາມແດ່ທ່ານ suoliyo
    nokia X2-01
    ນຶກໍ່ສາມາດພຶມລາວໄດ້ຫວາ
    ໍໍ==ຂອບໃຈ==

  16. ຊ່ວຍ asha 305 ຂອງຂ້າພະເຈົ້າໃຫ້ສາມາດອ່ານພາສາລາວໄດ້ແນ່ເດີ້

  17. asha 305 ມີແລ້ວບໍ່? ຖ້າມີແລ້ວຊ່ວຍສົ່ງ link ໃຫ້ແນ່ເດີ້ ຂອບໃຈຫຼາຍໆ

  18. ສະບາຍດີ ທ່ານ ສຸລິໂຍ ໂນເກຍ 305 ສາມາດເຮັດໃຫ້ອ່ານພາສາລາວໄດ້ບໍ່? ຊ່ວຍໃຫ້ຄຳແນະນຳແດ່?
    ຂອບໃຈ

  19. ສະບາຍດີ ຢາກລົບກວນຂໍລິ້ງຄ໌ຂອງຟ້ອນລາວທີ່ໃຊ້ໃນເຄື່ອງ Android Root ແນ່

  20. ເປັນຫຍັງເນ໋າະ ໂນເກຍ asha 305,306 ມັນຄຶບໍ່ມີ font laos

  21. nokia lumia 720 ບໍ່ສາມາດອ່ານພາສາລາວໄດ້ເຮົາສາມາດຕິດຕັ້ງພາສາລາວໃສ່ໄດ້ບໍ່ຊ່ວຍຕອຍແດ່

  22. NOKIA XL ເດສາມາດເຮັດໄດ້ລະຫວາ ?
    ໃຜເຮັດໄດ້ກະນາບອກວິທີແດ່

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.