ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຮັດໃຫ້ Nokia 5800 xpressmusic ແລະອີກຫລາຍລຸ້ນ ອ່ານພາສາລາວໄດ້

How To..., ໂທລະສັບ

ໃຜທີ່ມີບັນຫາກັບ NOKIA 5800 xpressmusic ທີ່ບໍ່ສາມາດອ່ານພາສາລາວໄດ້ ມື້ນີເຮົາມີວິທີໃຫ້ທ່ານນຳໄປໃຊ້ກັບ NOKIA 5800 xpressmusic ຂອງທ່ານໃຫ້ອ່ານພາສາລາວໄດ້ເເບບງ່າຍໆບໍ່ຕ້ອງເຮັດຫຍັງຫລາຍພຽງເເຕ່ກ໊ອບປີ້ເເລ້ວວາງພຽງເທົ່ານີ້ NOKIA 5800 xpressmusic ຂອງທ່ານກໍ່ສາມາດອ່ານພາສາລາວໄດ້ເເລ້ວ ມາເບິງວິທີ່ການເຮັດກັນເລີຍ.

  1. ກ່ອນອື່ນກໍ່ດາວໂຫລດຟ່ອນກ່ອນ ດາວໂຫລດທີ່ນີ້ ຫລັງຈາກດາວໂຫລດມາເເລ້ວກໍ່ເເຕກໄຟລ໌ອອກ,
  2. ເເລ້ວຫລັງຈາກນັ້ນກໍ່ຕໍ່ສາຍ USB ຫລືຈະຖອດ Memory ອອກມາກໍ່ໄດ້ ເເລ້ວຕໍ່ເຂົ້າກັບຄອມພິວເຕີ່ຂອງທ່ານ
  3. ຫລັງຈາກນັ້ນກໍ່ໃຫ້ເຂົ້າໄປຫາ Memory ຂອງທ່ານ ເເລ້ວຊອກຫາ Folder ທີ່ຊື່ວ່າ resource ເເລ້ວກໍ່ເຂົ້າໄປຫາ Folder ທີ່ຊື່ວ່າ Fonts ຖ້າບໍ່ມີໃຫ້ສ້າງຂຶ້ນໃຫມ່ ເເລ້ວໃສ່ຊື່ວ່າ Fonts
  4. ຫລັງຈາກນັ້ນນັ້ນນຳຟອນທີ່ຢູ່ໃນ Folder “Font lao for 5800 xpressmusic ” ທີ່ທ່ານໄດ້ດາວໂຫລດມານັ້ນ ໄປໃສ່ໃນ E:\resource\Fonts ໃນ Memory ຂອງທ່ານ
  5. ຫລັງຈາກສຳເລັດເເລ້ວກໍຈັດການ ປິດເຄື່ອງເເລ້ວເປີດໃຫມ່ ຫລັງຈາກນັ້ນກໍ່ລອງເຂົ້າເວັບ ຫລື ອັນໃດກໍ່ໄດ້ທີ່ເປັນພາສາລາວ

DOWNLOAD: font lao for Nokia 5800 xpressmusic ຫລື ສຳຮອງ ທີ່ນີ້ http://www.mediafire.com/?1stxhnhll2ylhrw

ພຽງເທົ່ານີ້ທ່ານກໍ່ຈະສາມາດອ່ານພາສາລາວ ເເລະສາມາດອ່ານຂ່າວສານຈາກເວັບພວກເຮົາເເລະເວັບຂອງລາວອື່ນໆໄດ້ເເລ້ວ ຂອງໂທລະສັບລຸ້ນອື່ນໆເອົາໄວ້ມື້ຫນ້າສິມາບອກອີກໃຫ້ອີກ. ຖ້າໃຜມີຂໍ້ຂ້ອງໃຈກໍ່ສາມາດ ສະເເດງຄວາມຄິດເຫັນຂ້າງລຸ່ມນີ້ໄດ້ເນາະ. ເເລະຍັງມີຮູບມາໃຫ້ເບິງອີກດ້ວຍວ່າໄດ້ຜົນສ່ຳໃດ.

(ສຳລັບລຸ້ນອື່ນໆແມ່ນໃຫ້ເລືອກດາວໂຫລດຕາມລຸ້ນໂທລະສັບຂອງທ່ານ ຕາມລາຍການທ້າຍບົດຄວາມນີ້)

Update 1: ຕອນນີ້ສາມາດເຮັດໄດ້ແລ້ວໃນ Nokia C6 ໂດຍເຮັດວິທີດຽວກັນແຕ່ວ່າດາວນ໌ໂຫລດໄຟລ໌ຈາກບ່ອນນີ້ ເພາະມັນເປັນຄົນລະໄຟລ໌. ຕ້ອງການດາວນ໌ໂຫລດຄິກທີ່ລິ້ງນີ້ເລີຍ:  Font Lao for Nokia C6

Update 2: ( ທ່ານຫມາຍ) ພາສາລາວໃນ E72
ດາວໂຫລດ Opera mini ມາແລ້ວ ກໍພິມຄຳວ່າ about:config ຢູ່ບ່ອນ www (ລຶບwwwອອກເດີ)
ແລ້ວກໍກົດ GO
ຫລັງຈາກນັ້ນມັນກໍຈະປະກົດຫນ້າຫນື່ງຂື້ນມາ ແລ້ວກໍເລື່ອນລົງໄປຈົນອັນສຸດທ້າຍ
ໃຫ້ປ່ຽນເປັນ YES ແລ້ວກໍ SAVE
ເປັນອັນວ່າຮຽບຮ້ອຍແລ້ວ

ປ.ລ ມັນອ່ານພາສາລາວໄດ້ ແຕ່ພິມບໍ່ໄດ້ເດີ ສຳລັບE72

source: http://bit.ly/ab2cwR

Update 3: ສຳຫລັບ Nokia 5530 xpressmusic ກໍ່ໄດ້ແລ້ວ ສາມາດດາວນ໌ໂຫລດໄດ້ທີ່: Font Lao For Nokia 5530

ເລື່ອນລົງໄປກະທູ້ທີ່ 15 ຂອງ NiTaA

ສະຫລຸບຕອນນີ້ນອກຈາກ Nokia 5800 ແລ້ວຍັງມີລູ້ນອື່ນທີ່ສາມາເຮັດໄດ້ເຊັ່ນກັນ

ສຳລັບ Nokia N8 ດາວໂຫລດໄດ້ທີ່: Font Lao For Nokia N8

ສຳລັບ Nokia 5800 ດາວໂຫລດໄດ້ທີ່: http://www.mediafire.com/?1stxhnhll2ylhrw

ສຳລັບ Nokia C6 ດາວໂຫລດໄດ້ທີ່: Font Lao for Nokia C6

ສຳລັບ Nokia C6-01 ດາວໂຫລດໄດ້ທີ່: Font Lao For Nokia C6-01

ສຳລັບ Nokia C3 ດາວໂຫລດໄດ້ທີ່: Font Lao for Nokia C3

ສຳລັບ Nokia C5 ດາວໂຫລດໄດ້ທີ່: Font Lao For Nokia C5-03

ສຳລັບ Nokia C7-00 ດາວໂຫລດໄດ້ທີ່: Font Lao For Nokia C7-00

ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530

ສຳລັບ Nokia 5230 ດາວໂຫລດໄດ້ທີ່: Font Lao For Nokia 5230

ສຳລັບ Nokia 5630 ດາວໂຫລດໄດ້ທີ່: Font Lao For Nokia 5630

ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao for Nokia 5250

ສຳລັບ Nokia N78 ດາວໂຫລດໄດ້ທີ່: Font Lao For Nokia N78

ສຳລັບ Nokia N85 ດາວໂຫລດໄດ້ທີ່: Font Lao For Nokia N85

ລອງອ່ານກ່ຽວກັບ  Top 5 ຜູ້ຜະລິດໂທລະສັບມືຖື ອັນດັບໂລກ, Apple ຕິດອັນດັບ 5

ສຳລັບ Nokia N86 ດາວໂຫລດໄດ້ທີ່: Font Lao For Nokia N86

ສຳລັບ Nokia N96 ດາວໂຫລດໄດ້ທີ່: Font Lao For Nokia N96

ສຳລັບ Nokia N97 ແລະ N97 mini ດາວໂຫລດໄດ້ທີ່: Font Lao For Nokia N97 / N97 Mini

ສຳລັບ Nokia E5 ດາວໂຫລດໄດ້ທີ່: Font Lao For Nokia E5

ສຳລັບ Nokia E52 ດາວໂຫລດໄດ້ທີ່: Font Lao For Nokia E52

ສຳລັບ Nokia 5233 ດາວໂຫລດໄດ້ທີ່: Font Lao For Nokia 5233

ສຳລັບ Nokia 5235 ດາວໂຫລດໄດ້ທີ່: Font Lao For Nokia 5235

ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao For Nokia 5250

ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530

ສຳລັບ Nokia E7-00 ດາວໂຫລດໄດ້ທີ່: Font Lao For Nokia E7-00

ສຳລັບ Nokia X6 ດາວໂຫລດໄດ້ທີ່: Font Lao For Nokia X6

ສຳລັບລຸ້ນອື່ນໆທີ່ຍັງບໍ່ໄດ້ນັ້ນ ສາມາດລາຍງານເຂົ້າມາແລ້ວຈະນຳມາໃຫ້ດາວໂຫລດໄປໃຊ້ກັນ……..


Souliyo

Co-Founder and CTO of BIZGITAL and LOCA

Comments
    1. @knackhit ມີຫາກລາຍງານມາແບບນີ້ກໍ່ຈະຫາໃຫ້ ແລະກໍ່ໄດ້ມາແລ້ວ ສາມາດດາວໂຫລດໄດ້ທີ່ http://dl.dropbox.com/u/12672792/download/Font_lao_for_nokia%205233.rar ແລ້ວກໍ່ປະຕິບັດຕາມຂັ້ນຕອນດຽວກັນຄືກັນເລີຍເດີ່… ແລະສຸດທ້າຍຢ່າລືມປິດເຄື່ອງແລ້ວເປີດໃຫມ່.

  1. ຢາກໃຫ້ໂທລະສັບພິມພາສາລາວໄດ້ນະ ເຮັດຈັ່ງໃດ ເຫັນຮູບທີ່ເຈົ້າພິມຊື່ເພງເປັນລາວຫັ້ນນະ ຢາກເຮັດ ອິອິອິ
    ຂ້ອຍກະໃຊ້ 5800 ຄືກັນ

  2. ຂະນ້ອຍ ຂໍຖາມແນ່ວ່າ: Nokia 5530 xpressmusic ສາມາດ ພີມພາສາລາວໄດ້ບໍ່? ບອກ ຂນ ແດ່ ແລ້ວເຮັດແນວໃດ….

    1. ກໍ່ແມ່ນລະເດ ມັນຂຽນບໍ່ໄດ້ ເຮົາກໍ່ບໍ່ໄດ້ບອກວ່າມັນຂຽນໄດ້ 😀

    1. ກໍ່ຍ້ອນບໍ່ມີຄົນໄປຂຽນໂປຼແກຼມໃຫ້ມັນຂຽນໄດ້ ແລ້ວລະບົບຂອງມັນເອງກໍ່ບໍ່ມີພາສາລາວ ແລະ ກໍ່ຍ້ອນພາສາລາວເຮົາຍັງບໍ່ມີໃນລາຍຊື່ຂອງກະເຈົ້າ

    1. ກໍ່ຕ້ອງ Jailbreak ແລ້ວລອງໄປເຮັດຕາມວິທີຂອງຜູ້ທີ່ເຮັດເບິງ http://www.laomac.net/2011/03/release-laokeyboard-ios-421-march-4.html

      ແຕ່ກໍ່ຕ້ອງອີງຕາມເວີຊັນຂອງ iPhone 4 ຂອງເຈົ້ານຳ ໂຕນີ້ເປັນຂອງ iPhone iOS 4.2.1 ແຕ່ກໍ່ໄດ້ຍິນມາວ່າ 4.3 ກໍ່ໄດ້ແລ້ວ ແຕ່ບໍ່ຍັງບໍ່ແນ່ຊັດ 😀

  3. ຄືວ່າໂຕພາສາລາວໃນ 5530 ມັນໃຫຍ່ນະ, , , ພາສາລາວບໍ່ເຫັນສະລະ xັ,xົ,xິ,xີ, ແລະ ສະລະອື່ນໆອີກ
    ສາມາດປັບໃຫ້ມັນນ້ອຍລົງໄດ້ບໍ່ທ່ານ ສຸລິໂຍ

    1. ມັນໃຫຍ່ແບບໃດນະ ເອົາ Screen Shot ມາໃຫ້ເບິ່ງໄດ້ບໍ່ ແລະ ອັນສະລະທີ່ບໍ່ເຫັນນັ້ນ ບໍ່ແມ່ນພາສາໄທຢູ່ຄີບອດຫັນວະ

      1. ເອົາໂປຣແກມຫຍັງຖ່າຍ Screen Shot , , ບໍ່ຮູ້ວ່າໃຊ້ໂປຣແກມຫຍັງຖ່າຍ
        ບໍ່ແມ່ນສະລະ ພາສາໄທຢູ່ຄີບອດ, , , ແຕ່ແມ່ນປະໂຫຍກພາສາລາວທີ່ເຮົາຂຽນຊື່ເພັງ, ,
        ຕົວຢ່າງ ກະເບິ່ງນຳ Screen Shot ທີ່ທ່ານເອົາມາ preview ກະໄດ້, ,
        ເພັງຂອງ black eyes – ແຟນຂ້ອຍເອງ , , ,ມັນເປັນຄືໆກັນແຫລະ, ,
        ຂ້ອຍ ຈະບໍ່ເຫັນ ໄມ້ໂທ

          1. http://image.free.in.th/show.php?id=3a94d36b94cc01f7efe2c9cecee11d24
            http://image.free.in.th/show.php?id=fa477b9119cf7874252db90ca81adaa2

            ໄປເບິ່ງຕາມ link ນີ້ເດີ້, , ບໍ່ຮູ້ວິທີເອົາຮູບລົງນະ
            ເວລາຢູ່ໃນ playlist ມັນຈະບໍ່ເຫັນ, , ແຕ່ເວລາອອກມານອກລະ ເຫັນເຕັມເລີຍ
            ແກ້ໃຫ້ແນ່ເດີ້ທ່ານ ສຸລິໂຍ

            1. ຍ້ອນວ່າມັນເຕັມຂອບຫັນນະ ສັງເກດມັນມີຂອບເຂດ ແຕ່ໂຕຫນັງສືມັນໂຫລດຂອບ ກໍ່ເລີຍບໍ່ເຫັນສ່ວນທີ່ເຫລຶອ ວິທີກໍ່ໄປຕັ້ງຄ່າໂຕຫນັງສຶໃຫ້ນ້ອຍລົງ ຢູ່ບ່ອນຕັ້ງຄ່າປົກກະຕິ

                  1. ປັບໃຫ້ມັນນ້ອຍລົງ, , ,ໃຫ້ມັນເຫັນເຕັມໆຄືພາສາໄທບໍ່ໄດ້ຫວາ, , ,
                    ເຮົາລອງລົດຂະຫນາດ font ລົງແລ້ວ,,, ແຕ່ວ່າມັນບໍ່ເປັນລະບຽບ, , ,ເປັນໂຕຫນັງສືຕິດໆກັນຢູ່, , ,
                    ເຮົາໃຊ້ໂປຣແກມ Fontcreator

                    1. ມັນກໍ່ໄດ້ສ່ຳນັ້ນແລະ ເພາະມັນກໍ່ເປັນຂະຫນາດມາດຕະຖານທີ່ລະບົບມັນຕັ້ງອອກມາ ແລ້ວມັນກໍ່ເລືອກໃຊ້ຟອນຂະຫນາດເທົ່ານັ້ນ.

                    2. ເຮັດໄດ້ແລ້ວທ່ານສຸລິໂຍ… ຂ້ອຍຍັດ font ເຂົ້າໄປໃຫມ່… ປັບແຕ່ງຫນ້ອຍຫນຶ່ງ…
                      ສົມບູນແບບເລີຍ… ສະລະອີ່ຫຍັງກະເຫັນຄົບຫມົດແລ້ວ
                      *ດຽວເອົາຮູບໃຫ້ເບີ່ງ
                      http://image.free.in.th/show.php?id=77c4a1c2eab9cd877f4d522f04609e95

                    3. ແລ້ວຢາກຖາມວິທີລົງໃນ n96 ຕ້ອງລົງຟູ່ບ່ອນໃດ?
                      ມັນຈະມີຊ່ອງ C: E: F:
                      ເຊິ່ງຊ່່ອງ E: ຈະແມ່ນຄວາມຈຳໃນໂຕເຄື່ອງ
                      ສ່ວນ F: ຈະແມ່ນຄວາມຈຳເສີມ

                    4. ເຮັດແບບໃດ ຫວັງວ່າຈະບໍ່ແມ່ນວິທີທັບຟອນເນາະ

                      Edited: ໄປທົດລອງມາແລ້ວ ສະຫລຸບກໍ່ຄືມັນເປັນການທັບຟອນຊື່ໆ ເຊິງເວລາພິມໃນເຄື່ອງກໍ່ຈະເຫັນເປັນພາສາລາວ ແຕ່ເວລາເຂົ້າໄປເບິງໃນເວັບຈາກບຼາວເຊີ ຫລື ຈ່າກບ່ອນອື່ນມັນຈະເປັນໂຕຫນັງສືຶ ຫລື ເຄື່ອງຫມາຍທີ່ທ່ານເອົາຫນັງສືລາວໄປທັບ. ວິທີນີ້ເຄີຍເຮັດມາກ່ອນແລ້ວ ແລະ ກໍ່ລອງມາກ່ອນແລ້ວ ຈັງໃດກໍ່ຂອບໃຈໃນຄວາມພະຍາຍາມເດີ່ ເອົາເປັນວ່າພະຍາຍາມຕໍ່ໄປ ແຕ່ບໍ່ແມ່ນທາງນີ້.

  4. Nokia C3 ກາເຮັດໄດ້ຢູ່ຫວາ ຂ້ອຍລອງເຮັດຕາມທີ່ບອກມາຂ້າງເທິງທຸກຂັ້ນຕອນ ແຕ່ຍັງບໍ່ໄດ້ ບໍ່ຮູ້ວ່າເປັນຍ້ອນຫຍັງ?

    1. ລອງອ່ານແລະເຮັດຕາມຂັ້ນຕອນດີໆ ວ່າແຕ່ລຸ້ນໃດທີ່ບໍໄດ້ຫັນນະ

    1. ຫມາຍເຖິງຄີບອດພາສາລາວບໍ່ ຫາກຄີບອດພາສາລາວກໍ່ດາວໂຫລດຈາກ Market ໄດ້ເລີຍ ແຕ່ຫາກເປັນ Font ພາສາລາວທ່ານກໍ່ຕ້ອງ Root ເຄື່ອງການ ແລ້ວກໍ່ລົງຟອນທີ່ສາມາດອ່ານພາສາລາວໄດ້ເຂົ້າໄປ.

  5. ລົງຄີຍ໌ບຣອດແລ້ວ ແຕ່ມັນເປັນໂຕໜັງສືສີ່ຫຼ່ຽມ ເຮົາຕ້ອງເຮັດແນວໃດຕໍ່?

    1. Root Explorer ມັນເປັນ App ຈັກການໄຟລ໌ໂຕຫນຶ່ງທີ່ຈະຊ່ວຍໃຫ້ເອົາຟອນໄປຍັດໃສ່ລະບົບໄດ້ງ່າຍຂຶ້ນ

  6. ຢາກຮູ້ວ່າເວລາລົງແລ້ວ ສາມາດພີມຂໍ້ຄວາມເປັນພາສາລາວໄດ້ຫຼືບໍ່ ແລ້ວປ່ຽນໃຫ້ສາມາດພິມພາສາລາວໄດ້ຢູ່ບ່ອນໃດ ສຳຫຼັບ Nokia C6-01
    ມີເມນູເປັນພາສາລາວບໍ່

  7. ຢາກໃຫ້ມັນພິມພາສາລາວນ້ຳໄດ້ບໍ່ທ່ານ ຂອງ nokiai 5530 ເຮົາໂຫລຟ້ອນມັນໄປແລ້ວແຕ່ວ່າມັນພິມບໍ່ໄດ້ເດທ່ານ
    ຕ້ອເຮັດແນວໄດຂໍທ່ານຜູ້ບອກແນ່ເດ

    1. ກໍ່ບອກແລ້ວເດ ບອກຫລາຍຄົນແລ້ວ (ໃນຄວາມເຫັນ) ພ້ອມກັບຫົວຂໍ້ກໍ່ບອກແລ້ວວ່າອ່ານຊື່ໆ 😀

  8. @souliyo ຂໍຖາມແນ່ ນ້ອງ ໃຊ້ລຸ້ນ5230 ເຮັດຕາມຂັ້ນຕອນແລ້ວ ແຕ່ເປີດເຄື່ອງບໍ່ຂື້້້ນ ລຶບ Folder Fonts ອອກຈຶ່ງເປີດເຄື່ອງຂື້ນນະ ຕອບໃຫ້ແນ່ເດີ້

    1. ລອງຖືກແລ້ວບໍ. ກ່ອນຫນ້ານີ້ກໍ່ມີຄົນໃຊ້ N8 ແລະ ກໍ່ເຮັດໄດ້ມາແລ້ວໃດ.

    1. ຕາມທີ່ໄດ້ຍິນມາວ່າງຫນຶ່ງນິ ແມ່ນໄດ້ ວ່າສັ້ນ. ແລະກໍ່ເຮັດວິທີດຽວກັນນິ. ດຽວ ຈັງໃດມາຄອນເຟີມໃຫ້ອີກເທຶ່ອຫນຶ່ງ

  9. ແຕ່ກີ້ເຮົາຍັງບໍ່ໄດ້ອັບເດດເປັນsymbian anna ແມ່ນໄຊ້ໄດ້ຫຼັງຈາກອັບເດດແລ້ວໃຊ້ບໍ່ໄດ້ເລີຍ

    1. ວ່າແຕ່ເປັນລຸ້ນໃດລະ. ມີຊື່ລຸ້ນໃນນັ້ນຫລືບໍ່? ຫາກມີກໍ່ລອງປະຕິບັດຕາມວິທີນັ້ນໄປເບິງກ່ອນ. ມັນອາດຈະໄດ້

          1. ເອົາຟອນລາວລົງລະຟອນໄທກະບໍ່ອ່ານເລີຍຟອນລາວກະບໍ່ອ່ານຄືກັນ

            1. ເອົາໃສ່ແບບໃດລະ. ລອງໂຫລດຟອນໃນນີ້ ທີ່ເປັນລຸ້ນຂອງເຈົ້າໄປເຮັດເບິງ. ເຮັດຕາມຂັ້ນຕອນລະອຽດເດີ່. ຢ່າລືມປິດເປີດໃຫມ່ລະ

              1. n8 verson ເກົ່າລົງໄດ້
                ຂອງເຮົາມີ2ໜ່ວຍແຕ່ໜ່ວຍ N8 verson symbian anna ລົງບໍ່ໄດ້ເຮັດຕາມຂັ້ນຕອນທີ່ບອກມາຄືກັນ

  10. C6-00 ຂອງຂ້ອຍກະມັກຄ້າງຄືກັນ ແຖມປະມວນຜົນຊ້າຂະໜາດຈັກຈະແກ້ໄຂຈັ່ງໃດໃຜຮູ່ຊ່ວຍແດ່ ແຊ່ມາປີໜຶຶ່ງລະ ແຮ່ໆໆ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.