ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຮັດໃຫ້ Nokia 5800 xpressmusic ແລະອີກຫລາຍລຸ້ນ ອ່ານພາສາລາວໄດ້

How To..., ໂທລະສັບ

ໃຜທີ່ມີບັນຫາກັບ NOKIA 5800 xpressmusic ທີ່ບໍ່ສາມາດອ່ານພາສາລາວໄດ້ ມື້ນີເຮົາມີວິທີໃຫ້ທ່ານນຳໄປໃຊ້ກັບ NOKIA 5800 xpressmusic ຂອງທ່ານໃຫ້ອ່ານພາສາລາວໄດ້ເເບບງ່າຍໆບໍ່ຕ້ອງເຮັດຫຍັງຫລາຍພຽງເເຕ່ກ໊ອບປີ້ເເລ້ວວາງພຽງເທົ່ານີ້ NOKIA 5800 xpressmusic ຂອງທ່ານກໍ່ສາມາດອ່ານພາສາລາວໄດ້ເເລ້ວ ມາເບິງວິທີ່ການເຮັດກັນເລີຍ.

  1. ກ່ອນອື່ນກໍ່ດາວໂຫລດຟ່ອນກ່ອນ ດາວໂຫລດທີ່ນີ້ ຫລັງຈາກດາວໂຫລດມາເເລ້ວກໍ່ເເຕກໄຟລ໌ອອກ,
  2. ເເລ້ວຫລັງຈາກນັ້ນກໍ່ຕໍ່ສາຍ USB ຫລືຈະຖອດ Memory ອອກມາກໍ່ໄດ້ ເເລ້ວຕໍ່ເຂົ້າກັບຄອມພິວເຕີ່ຂອງທ່ານ
  3. ຫລັງຈາກນັ້ນກໍ່ໃຫ້ເຂົ້າໄປຫາ Memory ຂອງທ່ານ ເເລ້ວຊອກຫາ Folder ທີ່ຊື່ວ່າ resource ເເລ້ວກໍ່ເຂົ້າໄປຫາ Folder ທີ່ຊື່ວ່າ Fonts ຖ້າບໍ່ມີໃຫ້ສ້າງຂຶ້ນໃຫມ່ ເເລ້ວໃສ່ຊື່ວ່າ Fonts
  4. ຫລັງຈາກນັ້ນນັ້ນນຳຟອນທີ່ຢູ່ໃນ Folder “Font lao for 5800 xpressmusic ” ທີ່ທ່ານໄດ້ດາວໂຫລດມານັ້ນ ໄປໃສ່ໃນ E:\resource\Fonts ໃນ Memory ຂອງທ່ານ
  5. ຫລັງຈາກສຳເລັດເເລ້ວກໍຈັດການ ປິດເຄື່ອງເເລ້ວເປີດໃຫມ່ ຫລັງຈາກນັ້ນກໍ່ລອງເຂົ້າເວັບ ຫລື ອັນໃດກໍ່ໄດ້ທີ່ເປັນພາສາລາວ

DOWNLOAD: font lao for Nokia 5800 xpressmusic ຫລື ສຳຮອງ ທີ່ນີ້ http://www.mediafire.com/?1stxhnhll2ylhrw

ພຽງເທົ່ານີ້ທ່ານກໍ່ຈະສາມາດອ່ານພາສາລາວ ເເລະສາມາດອ່ານຂ່າວສານຈາກເວັບພວກເຮົາເເລະເວັບຂອງລາວອື່ນໆໄດ້ເເລ້ວ ຂອງໂທລະສັບລຸ້ນອື່ນໆເອົາໄວ້ມື້ຫນ້າສິມາບອກອີກໃຫ້ອີກ. ຖ້າໃຜມີຂໍ້ຂ້ອງໃຈກໍ່ສາມາດ ສະເເດງຄວາມຄິດເຫັນຂ້າງລຸ່ມນີ້ໄດ້ເນາະ. ເເລະຍັງມີຮູບມາໃຫ້ເບິງອີກດ້ວຍວ່າໄດ້ຜົນສ່ຳໃດ.

(ສຳລັບລຸ້ນອື່ນໆແມ່ນໃຫ້ເລືອກດາວໂຫລດຕາມລຸ້ນໂທລະສັບຂອງທ່ານ ຕາມລາຍການທ້າຍບົດຄວາມນີ້)

Update 1: ຕອນນີ້ສາມາດເຮັດໄດ້ແລ້ວໃນ Nokia C6 ໂດຍເຮັດວິທີດຽວກັນແຕ່ວ່າດາວນ໌ໂຫລດໄຟລ໌ຈາກບ່ອນນີ້ ເພາະມັນເປັນຄົນລະໄຟລ໌. ຕ້ອງການດາວນ໌ໂຫລດຄິກທີ່ລິ້ງນີ້ເລີຍ:  Font Lao for Nokia C6

Update 2: ( ທ່ານຫມາຍ) ພາສາລາວໃນ E72
ດາວໂຫລດ Opera mini ມາແລ້ວ ກໍພິມຄຳວ່າ about:config ຢູ່ບ່ອນ www (ລຶບwwwອອກເດີ)
ແລ້ວກໍກົດ GO
ຫລັງຈາກນັ້ນມັນກໍຈະປະກົດຫນ້າຫນື່ງຂື້ນມາ ແລ້ວກໍເລື່ອນລົງໄປຈົນອັນສຸດທ້າຍ
ໃຫ້ປ່ຽນເປັນ YES ແລ້ວກໍ SAVE
ເປັນອັນວ່າຮຽບຮ້ອຍແລ້ວ

ປ.ລ ມັນອ່ານພາສາລາວໄດ້ ແຕ່ພິມບໍ່ໄດ້ເດີ ສຳລັບE72

source: http://bit.ly/ab2cwR

Update 3: ສຳຫລັບ Nokia 5530 xpressmusic ກໍ່ໄດ້ແລ້ວ ສາມາດດາວນ໌ໂຫລດໄດ້ທີ່: Font Lao For Nokia 5530

ເລື່ອນລົງໄປກະທູ້ທີ່ 15 ຂອງ NiTaA

ສະຫລຸບຕອນນີ້ນອກຈາກ Nokia 5800 ແລ້ວຍັງມີລູ້ນອື່ນທີ່ສາມາເຮັດໄດ້ເຊັ່ນກັນ

ສຳລັບ Nokia N8 ດາວໂຫລດໄດ້ທີ່: Font Lao For Nokia N8

ສຳລັບ Nokia 5800 ດາວໂຫລດໄດ້ທີ່: http://www.mediafire.com/?1stxhnhll2ylhrw

ສຳລັບ Nokia C6 ດາວໂຫລດໄດ້ທີ່: Font Lao for Nokia C6

ສຳລັບ Nokia C6-01 ດາວໂຫລດໄດ້ທີ່: Font Lao For Nokia C6-01

ສຳລັບ Nokia C3 ດາວໂຫລດໄດ້ທີ່: Font Lao for Nokia C3

ສຳລັບ Nokia C5 ດາວໂຫລດໄດ້ທີ່: Font Lao For Nokia C5-03

ສຳລັບ Nokia C7-00 ດາວໂຫລດໄດ້ທີ່: Font Lao For Nokia C7-00

ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530

ສຳລັບ Nokia 5230 ດາວໂຫລດໄດ້ທີ່: Font Lao For Nokia 5230

ສຳລັບ Nokia 5630 ດາວໂຫລດໄດ້ທີ່: Font Lao For Nokia 5630

ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao for Nokia 5250

ສຳລັບ Nokia N78 ດາວໂຫລດໄດ້ທີ່: Font Lao For Nokia N78

ສຳລັບ Nokia N85 ດາວໂຫລດໄດ້ທີ່: Font Lao For Nokia N85

ລອງອ່ານກ່ຽວກັບ  Nokia ເຜີຍ Nokia N9 ເພຶ່ອປະກາດສັກດາ ກູ້ຊື່ສຽງຂອງ SmartPhone

ສຳລັບ Nokia N86 ດາວໂຫລດໄດ້ທີ່: Font Lao For Nokia N86

ສຳລັບ Nokia N96 ດາວໂຫລດໄດ້ທີ່: Font Lao For Nokia N96

ສຳລັບ Nokia N97 ແລະ N97 mini ດາວໂຫລດໄດ້ທີ່: Font Lao For Nokia N97 / N97 Mini

ສຳລັບ Nokia E5 ດາວໂຫລດໄດ້ທີ່: Font Lao For Nokia E5

ສຳລັບ Nokia E52 ດາວໂຫລດໄດ້ທີ່: Font Lao For Nokia E52

ສຳລັບ Nokia 5233 ດາວໂຫລດໄດ້ທີ່: Font Lao For Nokia 5233

ສຳລັບ Nokia 5235 ດາວໂຫລດໄດ້ທີ່: Font Lao For Nokia 5235

ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao For Nokia 5250

ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530

ສຳລັບ Nokia E7-00 ດາວໂຫລດໄດ້ທີ່: Font Lao For Nokia E7-00

ສຳລັບ Nokia X6 ດາວໂຫລດໄດ້ທີ່: Font Lao For Nokia X6

ສຳລັບລຸ້ນອື່ນໆທີ່ຍັງບໍ່ໄດ້ນັ້ນ ສາມາດລາຍງານເຂົ້າມາແລ້ວຈະນຳມາໃຫ້ດາວໂຫລດໄປໃຊ້ກັນ……..


Souliyo

Co-Founder and CTO of BIZGITAL and LOCA

Comments
    1. ລອງດາວນ໌ໂຫລດແລ້ວເອົາໄປໄວ້ ໂຟລເດີ່ ຟ່ອນຂອງທ່ານເບິງເດີ່ ອາດຈະເປັນ System/fonts ປະມານນິ ລອງເບິງ

  1. @nat: ໄດ້ແນ່ນອນ ສາມາດດາວນ໌ໂຫລດໄດ້ທີ່: http://www.souliyo.com/?2kgOIpDt ຫລັງຈາກໂຫລດມາແລ້ວກໍ່ປະຕິບັດຕາມຂັ້ນຕອນຂ້າງເທິງນີ້ເລີຍພຽງເທົ່ານີ້ 5530 xpressmusic ກໍ່ຈະສາມາດອ່ານພາສາລາວໄດ້ແລ້ວ

  2. ຂອງເຮົາລອງໂຕ 5530
    ໂຫຼດເອົາຟອນຂອງ 5800 ໄປໃສ່
    ມັນອ່ານພາສາລາວ,ໄທ,ອັງກິດໄດ້ ແຕ່ບາດຂຽນພາສາໄທລະ ສະຫຼະມັນເປັນບອ໋ກໝົດ

  3. @ n96 ໄດ້ແນ່ນອນ ພຽງດາວໂຫລດເອົາຟອນ ສຳຫລັບ Nokia 5530 ແລ້ວກໍ່ເຮັດຕາມວິທີການທາງເທິງນີ້. ຫລືບໍ່ກໍ່ໂຫລດໄດ້ຈາກທີ່ນີ້ http://dl.dropbox.com/u/12672792/download/resource.zip ຫລັງຈາກໂຫລດມາແລ້ວກໍ່ແຕກໄຟລ໌ອອກມາ, ຫລັງຈາກແຕກອອກມາກໍ່ນຳເອົາໂຟເດີ່ທັງຫມົດນັ້ນໄປໄວ້ໃນ Memory ຫາກມັນມີຢູ່ແລ້ວກໍ່ໃສ່ທັບໄປເລີຍກໍ່ໄດ້

  4. ຂອບໃຈສຳລັບຂໍ້ມູນທີ່ດີໆ
    ແຕ່ຂ້ອຍຢາກໄດ້ ພາສາລາວສຳລັບ window mobile ເຈົ້າຈະຊ່ວຍຫາໄດ້ບໍ່
    ຖ້າໄດ້ແລ້ວ ສົ່ງ link ເຂົ້າ inbox ໃຫ້ແນ່ເດີ້
    ຂອບໃຈລ່ວງໜ້າ

  5. @khai: ໝົດທາງເລີຍສຳລັບ window mobile ຄັນສິເວົ້າໄປຜູ້ຊົມໃຊ້ໃນບ້ານເຮົາມັນມີໜ້ອຍຕິເບາະເລີຍບໍ່ມີໃຜ
    ຢາກພັດທະນາ ອີກຢ່າງລະບົບນີ້ມັນກະມີຂອບເຂດຈຳກັດໃນຕົວ.

  6. ຂ້ອຍຢາກຫລີ້ນ ພັນລາວຢູ່ມືຖືໄດ້ນະ ແບບວ່າເລື່ອງໄດ້ມ້ນເຂົ້າໄດ້ ແຕ່ມັນອ່ານພາສາລາວບໍ່ໄດ້ ນະ ເຮັດຈັງໄດດີ ຊ່ວຍບອກຂ້ອຍແດ່ໄດ້ບໍ່ ຂ້ອຍບໍເກ່ັງ IT ແດ່ ສົ່ງມາທາງເມວກະໄດ້ເດີ້ ໂດຍຂອບໃຈລ່ວງໜ້າ

  7. ໄປລອງເຮັດແລ້ວ ມັນຍັງບໍ່ໄດ້ນະ ສຳລັບ Nokia C3 ດາວໂຫລດໄດ້ທີ່: Font Lao for Nokia C3 ຢູ່ໃນ memory ມັນບໍ່ມີ resourceລະກະບໍ່ມີ fonst ແຕ່ສ້າງໄໝ່ແລ້ວ ມັນຍັງບໍ່ໄດ້ນະ

    1. ສ້າງໃຫ້ເປັນແບບນີ້ແລ້ວຫວາ E:\resource\Fonts ສຳລັບໂຟເດີ່ resource ນັ້ນມັນຈະເຊື່ອງຢູ່ນະ ຕ້ອງເປີດ Hidden Folder ຈຶ່ງຈະເຫັນ. ວ່າແຕ່ໃຊ້ວິນໂດຫຍັງນະ.

  8. ລອງໃສ່ c6-01 ຂອງ ຂພຈ ແຕ່ຄືຍັງບໍ່ໄດ້ , ລອງເຮັດທຸກທາງແລ້ວ ບໍ່ຮູ້ວ່າເຮັດຫຍັງບໍ່ຖືກ ຫຼືວ່າເປັນຍ້ອນຫຍັງກັນແທ້

  9. @ອານັນ ຕ້ອງຂໍອະໄພຫລາຍໆ ພໍດີອັບຟອນຜິດ ເລີຍເຮັດໃຫ້ມັນບໍ່ໄດ້ ແຕ່ຕອນນີ້ອັບເດດແລ້ວ ສາມາດດາວໂຫລດລິ້ງເກົ່າທາງເທິງນີ້ ຫລື ຈະເປັນລິ້ງນີ້ກໍ່ໄດ້ http://dl.dropbox.com/u/12672792/download/Font_lao_for_nokia_c6-01.rar

  10. ສະບາຍດີ ເມື່ອ ຂພຈ ໄດ້ອ່ານ ກໍເຫັນວ່າ ໜ້າສົນໃຈດີ , ກໍເລີຍລອງໃສ່ Nokia C6-01 ຂອງ ຂພຈ ແຕ່ເປັນຫຍັງມັນຄືຍັງອ່ານພາສາລາວບໍ່ໄດ້ , ກະເຮັດຕາມທີ່ບອກຂ້າງເທິງແລ້ວ ແຕ່ ກະຍັງຄືເກົ່າ ຊ່ວຍແນະນຳແດ່

  11. ສຳລັບ Nokia C6-01 ແມ່ນເຮົາໄດ້ອັບ Font ໃຫ້ຜິດໂຕ ແລ້ວກໍ່ແກ້ລິ້ງແລ້ວ.. ລອງດາວໂຫລດ ແລ້ວ ໄປເຮັດເບິງດີໆ ເພາະໄດ້ທົດລອງແລ້ວ ມັນກໍ່ໄດ້… ຫລັງຈາກເຮັດແລ້ວກໍ່ປິດເຄື່ອງແລ້ວເປີດໃຫມ່

    http://dl.dropbox.com/u/12672792/download/Font_lao_for_nokia_c6-01.rar

  12. ດຽວຈະລອງເບິ່ງ ຂອບໃຈຫຼາຍໆ , ແລ້ວ ມັນຈະອ່ານ word exel ທີ່ເປັນພາສາລາວໄດ້ບໍ່ນໍ

  13. Nokia ມີໂປຼແກຼມອ່ານ word exel ນຳຫວາ. ຫາກມີກໍ່ໄດ້ແນ່ນອນ ເພາະມັນຈະໄປແທນຟອນໃນລະບົບໂທລະສັບທ່ານ.

    1. ໄດ້ແລ້ວແມ່ນບໍ່… ຍິນດີນຳຫລາຍໆ. ຫາກຈະໃຫ້ດີໂຊຫນ້າຈໍຈັກບາດກະໄດ້ ຫາກເປັນໄປໄດ້ 😀

  14. ເຈ້າ, ແລ້ວ ເວລາ ເຮົາ ຈະຂຽນ ພາສາລາວ ຕ້ອງ ເຮັດແນວໃດ ????

  15. ຖ້າເຮົາຈະຂຽນພາສາລາວ ຕ້ອງເຮັດແນວໃດ???? ຫຼືວ່າ ມີແຕ່ ອ່ານໄດ້ ??

  16. C5_03 ບໍ່ມີຫວາ ລອງໂລດໂຕ C5 ເບີ່ງແລ້ວມັນບໍ່ໄດ້ນະຖ້າມີແປ່ງປັນແນ່

    1. ຂອງ Nokia C5-03 ຍັງບໍ່ທັນມາ. ລຸ້ນທີ່ໃຊ້ໄດ້ກໍ່ມີຢູ່ທາງເທິງນັ້ນແລະທ່ານ. ດາວໂຫລດຕາມລຸ້ນຂອງທ່ານ ຫາກມັນບໍ່ມີຕາມນັ່ນ ກໍ່ສະແດງວ່າຍັງບໍ່ທັນມາ.

  17. ຂອບໃຈເດີ… ນາງ 72 ເຮົາອ່ານລາວໄດ້ແລ້ວ…
    ທີ່ນີ້ຖາມແນ່ iphone 4 ios 4.2.1 ຂອງເຮົາລົງຄືບໍ່ຜ່ານວະ ທ່ານໃດພໍຮູ້ກະຂໍຄວາມກະລຸນາບອກແນ່ ເມື່ອກ່ອນເປັນ 4.1 ກະຍັງລົງໄດ້ ຫລັງຈາກມີບັນຫາເອົາໄປແປງຮ້ານຂະເຈົ້າໄປລົງເປັນ 4.2.1 ໃຫ້ທີ່ນີ້ລົງຟອນລາວບໍ່ໄດ້ເລີຍ…

    1. 72 ລຸ້ນໃດນະ… ຄືວ່າບໍ່ທັນໄດ້ໂພສລົງ…
      ເລື່ອງຟອນລາວ ໃນ iOS ມັນກໍ່ອ່ານໄດ້ເລີຍບໍ່ແມ່ນຫວາ

  18. ios ອ່ານໄດ້ແຕ່ມັນພີມບໍ່ໄດ້ນະທ່ານໂຍ ເພາະລົງໂປຣແກຼມມັນບໍ່ຜ່ານ ເມື່ອກ່ອນຫັ້ນລະລົງໄດ້ພີມໄດ້ ແຕ່ພໍເຄື່ອງມັນເພເອົາໄປແປງລະຮ້ານຂະເຈົ້າປ່ຽນເປັນ ios 4.2.1 ໃຫ້

    1. ໂອ ຫມາຍເຖິງ Lao Keyboard ເຮົາກໍ່ຄິດວ່າແມ່ນຟອນພາສາລາວ. ກໍ່ເລີຍບອກໄປວ່າ ມັນອ່ານໄດ້ຢູ່ແລ້ວ ຮະຮະ

  19. ຂ້ອຍກໍ່ໃຊ້ Nokia N 70 ພໍຈະມີບໍ່ນໍ ຖ້າມີຊອກໃຫ້ແດ່ ຂອບໃຈ 2ຫຼາຍ ລ່ວງໜ້າ

  20. ລະ ໂນເກຍ ຊີ3 ເດ້ ຊິເອົາໂປຣແກຣມ ພາສາລາວ ລົງແນວໃດ?

    1. ສຳລັບໂນເກຍ c3 ກໍ່ດາວໂຫລດເອົາຕາມລຸ້ນຂອງທ່ານ ທີ່ຢູ່ເທິງນັ້ນເລີຍ ແລ້ວກໍ່ເຮັດຕາຂັ້ນຕອນດຽວກັນ. ແຕ່ມັນບໍ່ແມ່ນໂປຼແກຼມ ມັນເປັນພຽງຟອນທີ່ຈະເຮັດໃຫ້ອ່ານພາສາລາວໄດ້ຊື່ໆ.

  21. ຸຖາມແນ່ ຕອບແນ່ ຕ້ອງການຄວາມຊ່ວຍເຫລືອ Nokia C5-00 ຢາກໃຫ້ອ່ານພາສາລາວໄດ້ ບອກວຶທີແນ່ເຮັດບໍ່ເປັນ ຂອບໃຈລ່ວງຫນ້າ

    1. ກໍ່ລອງໂຫລດຕາມລຸ້ນຂອງ Nokia C5 ທີ່ຢູ່ List ທາງເທິງນັ້ນ ແລ້ວຫລັງຈາກນັ້ນກໍ່ເຮັດຕາມວິທີດຽວກັນກັບລຸ້ນ 5800 ທີ່ຢູ່ເທິງນັ້ນແລະ

  22. ບອກວິທີ ທູກຂັ້ນຕອນແນ່ເດີ ອ້າຍສູລິໂຍ ເຮົາເຮັດຕາມຂັ້ນຕອນ ຄື Nokia 5800 ລະຄືບໍ່ໄດ້

    1. ກໍ່ເຮັດລະອຽດປານນັ້ນແລ້ວ ແລະກໍ່ຮູ້ສຶກວ່າຈະເຮັດໄດ້. ລອງອ່ານໃຫ້ດີໆ ລະອຽດ ແລະທົບທວນເບິງວ່າເຮັດຖືກຂັ້ນຕອນຫມົດແລ້ວບໍ

  23. ເຂົ້າໄປໃນ ເມັມລະມັນມີ Folder ທີ່ຊື່ວ່າ E:\resource\ ເຮົາກະສ້າງໂຟນເດີ້ ທີ່ຊື່ວ່າ Fonts ໃຫມ່ເຮົາເອາ ຟອນທີ່ແຈກມາໃສ່ໃນFolder ທີ່ຊື່ວ່າ Fonts ແລະມັນກະບໍ່ໄດ້
    ລາຍຊື່ Folder ໃນ Memory
    1 .Activenotes
    2 .CITIES
    3 .data
    4.DOWNLOAD
    5.Images
    6.Installs
    7.Music
    8.Others
    .9.resource
    10.SYSTEM

      1. ປຶດແລ້ວ

        ມັນລືມໂຕໃດນໍເຮົາກະເຮັດຊ້ຳໄປມາຫລາຍຄັ້ງລະໃດ

        1. ອາດຈະມີຫຍັງພິດພາດໃນຟອນທີ່ເອົາມາໃຫ້ ດຽວໄປລອງເບິ່ງໃຫມ່ເບິ່ງກ່ອນ ເປັນແນວໃດແລ້ວສິມາບອກ. ອີກຢ່າງມັນກໍ່ຍາກທີ່ຈະຮູ້ ເພາະບໍ່ມີເຄື່ອງໃຫ້ລອງ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.