ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຮັດໃຫ້ Nokia 5800 xpressmusic ແລະອີກຫລາຍລຸ້ນ ອ່ານພາສາລາວໄດ້

How To..., ໂທລະສັບ

ໃຜທີ່ມີບັນຫາກັບ NOKIA 5800 xpressmusic ທີ່ບໍ່ສາມາດອ່ານພາສາລາວໄດ້ ມື້ນີເຮົາມີວິທີໃຫ້ທ່ານນຳໄປໃຊ້ກັບ NOKIA 5800 xpressmusic ຂອງທ່ານໃຫ້ອ່ານພາສາລາວໄດ້ເເບບງ່າຍໆບໍ່ຕ້ອງເຮັດຫຍັງຫລາຍພຽງເເຕ່ກ໊ອບປີ້ເເລ້ວວາງພຽງເທົ່ານີ້ NOKIA 5800 xpressmusic ຂອງທ່ານກໍ່ສາມາດອ່ານພາສາລາວໄດ້ເເລ້ວ ມາເບິງວິທີ່ການເຮັດກັນເລີຍ.

  1. ກ່ອນອື່ນກໍ່ດາວໂຫລດຟ່ອນກ່ອນ ດາວໂຫລດທີ່ນີ້ ຫລັງຈາກດາວໂຫລດມາເເລ້ວກໍ່ເເຕກໄຟລ໌ອອກ,
  2. ເເລ້ວຫລັງຈາກນັ້ນກໍ່ຕໍ່ສາຍ USB ຫລືຈະຖອດ Memory ອອກມາກໍ່ໄດ້ ເເລ້ວຕໍ່ເຂົ້າກັບຄອມພິວເຕີ່ຂອງທ່ານ
  3. ຫລັງຈາກນັ້ນກໍ່ໃຫ້ເຂົ້າໄປຫາ Memory ຂອງທ່ານ ເເລ້ວຊອກຫາ Folder ທີ່ຊື່ວ່າ resource ເເລ້ວກໍ່ເຂົ້າໄປຫາ Folder ທີ່ຊື່ວ່າ Fonts ຖ້າບໍ່ມີໃຫ້ສ້າງຂຶ້ນໃຫມ່ ເເລ້ວໃສ່ຊື່ວ່າ Fonts
  4. ຫລັງຈາກນັ້ນນັ້ນນຳຟອນທີ່ຢູ່ໃນ Folder “Font lao for 5800 xpressmusic ” ທີ່ທ່ານໄດ້ດາວໂຫລດມານັ້ນ ໄປໃສ່ໃນ E:\resource\Fonts ໃນ Memory ຂອງທ່ານ
  5. ຫລັງຈາກສຳເລັດເເລ້ວກໍຈັດການ ປິດເຄື່ອງເເລ້ວເປີດໃຫມ່ ຫລັງຈາກນັ້ນກໍ່ລອງເຂົ້າເວັບ ຫລື ອັນໃດກໍ່ໄດ້ທີ່ເປັນພາສາລາວ

DOWNLOAD: font lao for Nokia 5800 xpressmusic ຫລື ສຳຮອງ ທີ່ນີ້ http://www.mediafire.com/?1stxhnhll2ylhrw

ພຽງເທົ່ານີ້ທ່ານກໍ່ຈະສາມາດອ່ານພາສາລາວ ເເລະສາມາດອ່ານຂ່າວສານຈາກເວັບພວກເຮົາເເລະເວັບຂອງລາວອື່ນໆໄດ້ເເລ້ວ ຂອງໂທລະສັບລຸ້ນອື່ນໆເອົາໄວ້ມື້ຫນ້າສິມາບອກອີກໃຫ້ອີກ. ຖ້າໃຜມີຂໍ້ຂ້ອງໃຈກໍ່ສາມາດ ສະເເດງຄວາມຄິດເຫັນຂ້າງລຸ່ມນີ້ໄດ້ເນາະ. ເເລະຍັງມີຮູບມາໃຫ້ເບິງອີກດ້ວຍວ່າໄດ້ຜົນສ່ຳໃດ.

(ສຳລັບລຸ້ນອື່ນໆແມ່ນໃຫ້ເລືອກດາວໂຫລດຕາມລຸ້ນໂທລະສັບຂອງທ່ານ ຕາມລາຍການທ້າຍບົດຄວາມນີ້)

Update 1: ຕອນນີ້ສາມາດເຮັດໄດ້ແລ້ວໃນ Nokia C6 ໂດຍເຮັດວິທີດຽວກັນແຕ່ວ່າດາວນ໌ໂຫລດໄຟລ໌ຈາກບ່ອນນີ້ ເພາະມັນເປັນຄົນລະໄຟລ໌. ຕ້ອງການດາວນ໌ໂຫລດຄິກທີ່ລິ້ງນີ້ເລີຍ:  Font Lao for Nokia C6

Update 2: ( ທ່ານຫມາຍ) ພາສາລາວໃນ E72
ດາວໂຫລດ Opera mini ມາແລ້ວ ກໍພິມຄຳວ່າ about:config ຢູ່ບ່ອນ www (ລຶບwwwອອກເດີ)
ແລ້ວກໍກົດ GO
ຫລັງຈາກນັ້ນມັນກໍຈະປະກົດຫນ້າຫນື່ງຂື້ນມາ ແລ້ວກໍເລື່ອນລົງໄປຈົນອັນສຸດທ້າຍ
ໃຫ້ປ່ຽນເປັນ YES ແລ້ວກໍ SAVE
ເປັນອັນວ່າຮຽບຮ້ອຍແລ້ວ

ປ.ລ ມັນອ່ານພາສາລາວໄດ້ ແຕ່ພິມບໍ່ໄດ້ເດີ ສຳລັບE72

source: http://bit.ly/ab2cwR

Update 3: ສຳຫລັບ Nokia 5530 xpressmusic ກໍ່ໄດ້ແລ້ວ ສາມາດດາວນ໌ໂຫລດໄດ້ທີ່: Font Lao For Nokia 5530

ເລື່ອນລົງໄປກະທູ້ທີ່ 15 ຂອງ NiTaA

ສະຫລຸບຕອນນີ້ນອກຈາກ Nokia 5800 ແລ້ວຍັງມີລູ້ນອື່ນທີ່ສາມາເຮັດໄດ້ເຊັ່ນກັນ

ສຳລັບ Nokia N8 ດາວໂຫລດໄດ້ທີ່: Font Lao For Nokia N8

ສຳລັບ Nokia 5800 ດາວໂຫລດໄດ້ທີ່: http://www.mediafire.com/?1stxhnhll2ylhrw

ສຳລັບ Nokia C6 ດາວໂຫລດໄດ້ທີ່: Font Lao for Nokia C6

ສຳລັບ Nokia C6-01 ດາວໂຫລດໄດ້ທີ່: Font Lao For Nokia C6-01

ສຳລັບ Nokia C3 ດາວໂຫລດໄດ້ທີ່: Font Lao for Nokia C3

ສຳລັບ Nokia C5 ດາວໂຫລດໄດ້ທີ່: Font Lao For Nokia C5-03

ສຳລັບ Nokia C7-00 ດາວໂຫລດໄດ້ທີ່: Font Lao For Nokia C7-00

ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530

ສຳລັບ Nokia 5230 ດາວໂຫລດໄດ້ທີ່: Font Lao For Nokia 5230

ສຳລັບ Nokia 5630 ດາວໂຫລດໄດ້ທີ່: Font Lao For Nokia 5630

ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao for Nokia 5250

ສຳລັບ Nokia N78 ດາວໂຫລດໄດ້ທີ່: Font Lao For Nokia N78

ສຳລັບ Nokia N85 ດາວໂຫລດໄດ້ທີ່: Font Lao For Nokia N85

ລອງອ່ານກ່ຽວກັບ  LG ເປີດໂຕ Optimus Black ພ້ອມຟີເຈຼີ່ WiFi Direct [CES 2011]

ສຳລັບ Nokia N86 ດາວໂຫລດໄດ້ທີ່: Font Lao For Nokia N86

ສຳລັບ Nokia N96 ດາວໂຫລດໄດ້ທີ່: Font Lao For Nokia N96

ສຳລັບ Nokia N97 ແລະ N97 mini ດາວໂຫລດໄດ້ທີ່: Font Lao For Nokia N97 / N97 Mini

ສຳລັບ Nokia E5 ດາວໂຫລດໄດ້ທີ່: Font Lao For Nokia E5

ສຳລັບ Nokia E52 ດາວໂຫລດໄດ້ທີ່: Font Lao For Nokia E52

ສຳລັບ Nokia 5233 ດາວໂຫລດໄດ້ທີ່: Font Lao For Nokia 5233

ສຳລັບ Nokia 5235 ດາວໂຫລດໄດ້ທີ່: Font Lao For Nokia 5235

ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao For Nokia 5250

ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530

ສຳລັບ Nokia E7-00 ດາວໂຫລດໄດ້ທີ່: Font Lao For Nokia E7-00

ສຳລັບ Nokia X6 ດາວໂຫລດໄດ້ທີ່: Font Lao For Nokia X6

ສຳລັບລຸ້ນອື່ນໆທີ່ຍັງບໍ່ໄດ້ນັ້ນ ສາມາດລາຍງານເຂົ້າມາແລ້ວຈະນຳມາໃຫ້ດາວໂຫລດໄປໃຊ້ກັນ……..


Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຢາກໃຫ້ມືຖືທີ່ໃຊ້ຢູ່ອ່ານພາສາລາວໄດ້ ບໍ່ຢາກຊື້ໃຫມ່ ບໍ່ຢາກໃຊ້ເງິນ.
    ໂອ້ ມີຊື່ຂ້ອຍໃນລາຍຊື່ twitter ນຳ ອິອິ

  2. @ກອນ: ມັນຍັງຢູ່ໃນຂັ້ນທົດສອບຢູ່ ເອົາໄວ້ຖ້າສຳເລັດເເລ້ວສິມາເເຈກ 🙂

  3. ໂຫລດມາແລ້ວ… ເວລາຈະເອົາໄປແຕກຟາຍລ໌ ພັດບໍ່ສາມາດເຮັດໄດ້, ເກີດຂໍ້ຜິດພາດ ວ່າຊັ້ນ (errors occured), ບໍ່ແນ່ໃຈວ່າ ເປັນຍ້ອນຟາຍລ໌ຫຼືຈັ່ງໃດ… ຂໍຄວາມກະລຸນາສົ່ງຟາຍລ໌ທີ່ບໍ່ໄດ້ຖືກບັນຈຸໃນ zip-file ມາໃຫ້ ທາງອີເມລທີ່ໄດ້ລະບຸມານີ້ໄດ້ບໍ່ນໍ້, ຂໍລົບກວນເດີ້ ເພາະໃຊ້ 5800 ຄືກັນ

  4. ຫະຫະ ມີແຕ່ເອື້ອຍໄດ້ໃສ່ 5800
    ບາດນ້ອງມັນບໍ່ມີຮອດໂທລະສັບ – –

  5. @XcBoY: ອັນນິກະອີກບັນຫາຫນຶ່ງເນາະ ຮະຮະ ບໍ່ມີເທັກນິກແກ້ເທຶ່ອ ອິອິ

  6. ແລ້ວອີກດົນບໍ່ຈະມີ ທີຂຽນໄດ້
    ຢາກໄດ້ທີ່ ຂຽນໄດ້
    ຖາມອີຫນ່ອຍໜືື່ງ

    ໃຫ້ ມັນອ່ານພາສາຈີນໄດ້ຈະເຮັດແນວໃດ
    ບອກແນ່

  7. @ ຊາຕານ: ຢາກໃຫ້ອ່ານພາສາຈີນກໍ່ໄປອັບ Firmware ເປັນຂອງຈີນ ເຊິງມັນກໍ່ຈະເຮັດໃຫ້ ອ່ານພາສາໄທບໍ່ໄດ້ ແຕ່ກໍ່ຍັງອ່ານພາສາລາວໄດ້ຢູ່ໂດຍປະຕິບັດຂັ້ນຕອນ ທາງເທິງນິຄືກັນ

  8. ຟ້ອນນີ້ໃສ່ໂນເກຍ E72ໄດ້ບໍ່
    ຖ້າບໍ່ໄດ້ລະມີຟ້ອນສຳລັບ E72ບໍ່ເນາະ
    ເອົາແຕ່ອ່ານໄດ້ກ່າພໍແລ້ວ
    ຂອບໃຈ

  9. @ໝາຍ: ໃຊ້ຟອນດຽວກັນ ແຕ່ວິທີເຮັດອາດຈະຕ່າງກັນ. ມັນອາດຈະຕ້ອງປ່ຽນຊື່ຟອນໃຫ້ຄືກັບຊື່ຟອນຂອງໂທລະສັບທ່ານ. ເຊິງຂອງ E72 ເຮົາກໍ່ບໍ່ຮູ້ວ່າຊື່ຟອນມັນແມ່ນແນວໃດ

  10. @ໝາຍ: ກໍ່ປ່ຽນໃຫ້ເປັນຕາມ .ttf ເດີ່ ເຮັດຊື່ໃຫ້ຄືກັນ. ຊ່ວນ .ccc ລອງບໍ່ຟ້າວປ່ຽນກໍ່ໄດ້ ດາວນ໌ໂຫລດໄປແລ້ວໃຫ້ເອົາ ຟອນຢູ່ໃນໂຟລນເດີ່ນັ້ນ ໂຕໃດກໍ່ໄດ້ ແລ້ວກໍ່ປ່ຽນຊື້ເປັນ
    ຕາມລາຍການທີ່ເຈົ້າບອກມານັ້ນແລະທີ່ ເປັນ .ttf ແລ້ວກໍ່ນຳໄປໃສ່ Memory ແຕ່ບໍ່ແນ່ໃຈວ່າຈະເອົາໃສ່ໃສ ຖ້າຫາກ ມັນມີ Folder ທີ່ຊື່ວ່າ resource ນັ້ນກໍ່ເຮັດແບບດຽວກັນ

  11. ເຮັດແລ້ວ ຍັງບໍ່ໄດ້ນະ
    ໂຕທີ່ .ccc ຫັ້ນກໍ່ປ່ຽນແລ້ວ ດາວໂລດຈາກເວັບ laozaa ມາເທື່ອໜຶ່ງແລ້ວ
    ແຕ່ກໍຍັງອ່ານບໍ່ໄດ້
    ຄົນຢູ່ເວບລາວຊ່າ ກໍເວົ້າວ່າ ບໍ່ມີໃຜເຮັດໄດ້
    ແຕ່ນັກຮຽນເລກຄອມແມ່ນເຮັດໄດ້ ແຕ່ວ່າເປັນ E63 ກະເຈົ້າວ່າໃຊ້ລຸ້ນ E ໄດ້ໝົດຊັ້ນເດ
    ພໍຈະມີແນວນັ້ນບໍ່ ?

  12. ເຈົ້າໄດ້ ດາວນ໌ໂຫລດແລ້ວປ່ຽນຊື່ໃຫ້ເປັນແຕ່ລະອັນ ແລ້ວແມ່ນບໍ່. Copy ໄປໄວ້ໃນ E:\RESOURCE\Fonts ແລ້ວ ປິດເຄື່ອງ. ຫລືບໍ່ກໍ່ລອງ ດາວນ໌ໂຫລດໂຕນິໄປ ແລ້ວແຕກໄຟລ໌ ແລ້ວເອົາ folder Fonts ໄປໄວ້ໃນ E:\RESOURCE\

    http://dl.dropbox.com/u/12672792/Fonts.rar

    1. ເຮົາກໍ່ຂຽນຕາມທີ່ເຈົ້າບອກມາ ນັ້ນລະ. ເຮົາກະບໍ່ແນ່ໃຈ ໃຫ້ເຈົ້າເຊັກຊື່ເບິງເດີ່ ແລ້ວກໍ່ປ່ຽນໄປຕາມນັ້ນລະ ຄົບແລ້ວກໍ່ copy ໄປໄວ້ຕາມທີ່ບອກ. ມອດເປີດໃຫມ່ ຫາກຍັງບໍ່ໄດ້ເຮົາກໍ່ຍອມຄືກັນ

    1. ບໍ່ເປັນຫຍັງ ເອົາໄວ້ຫາກຫາວິທີໄດ້ກໍ່ບອກແນ່ເດີ່ ຈະໄດ້ເອົາມາແບ່ງປັນຄົນອື່ນໆ ເຮົາກໍ່ມີຄົນຮູ້ຈັກທີ່ໃຊ້ E72 ຢູ່ຄືກັນ

  13. Update: ຕອນນີ້ສາມາດເຮັດໄດ້ແລ້ວໃນ Nokia C6 ໂດຍເຮັດວິທີດຽວກັນແຕ່ວ່າດາວນ໌ໂຫລດໄຟລ໌ຈາກບ່ອນນີ້ ເພາະມັນເປັນຄົນລະໄຟລ໌. ຕ້ອງການດາວນ໌ໂຫລດຄິກທີ່ລິ້ງນີ້ເລີຍ: Font Lao for Nokia C6

    1. ທ່ານ ສຸລິໂຍ ທີ່ນັບຖື ຂໍທ່ານຊ່ວຍແດ່
      NOKIA C6-01 ຂ້າພະເຈົ້າ download file ຈາກ link ທ່ານໃຫ້ມາ ແລ້ວ
      http://dl.dropbox.com/u/12672792/download/Font_lao_for_nokia_c6-01.rar
      ຫລັງຈາກນັ້ນ ແຕກ ອອກມາເປັນ ຟາຍ Font_lao_for_nokia_c6-01ແລະໃນນັ້ນຈະມີ nosnr60,nssb60,nstsb60 ແລະ S60ZDIGI ທັງ 4 ຟາຍນີ້ລະ ຂ ພ ຈ ໄດ້ ກອບປີໄປໃສ່
      ໃນ Memory Folder ທີ່ຊື່ວ່າresource\Fonts( ສ່ວນ Fonts ນັ້ນແມ່ນສ້າງຂື້ມາໃໝ່) ແຕ່ ບໍ່ຮູ້ວ່າເປັນຈັ່ງໃດຈິ່ງບໍ່ສາມາດອ່ານ ພາສາລາວໄດ້(ໄດ້ປິດ-ເປີດໂທລະສັບຫລາຍຄັ້ງແລ້ວ)ເຮັດຫລາຍໆແບບແລ້ວອ່ານພາສາລາວບໍ່ໄດ້(ໃນເວບໄຊ ແລະ ອື່ນໆ)
      1.E\resource\Fonts\nosnr60,nssb60,nstsb60 ແລະ S60ZDIGI
      2.E\resource\Fonts\Font_lao_for_nokia_c6-01
      3.E\System\Fonts\nosnr60,nssb60,nstsb60 ແລະ S60ZDIGI
      4.E\System\Fonts\Font_lao_for_nokia_c6-01
      5.E\Sys\Fonts\nosnr60,nssb60,nstsb60 ແລະ S60ZDIGI
      6.E\Sys\Fonts\Font_lao_for_nokia_c6-01

  14. ໂອ້ຄັກໆ Nokia C6 ອ່ານພາສາລາວໄດ້ນຳ ຂຽນ Review Nokia C6 ແນ່ດູຫັ້ນ ຢາກຮູ້ ຂໍ້ດີ ຂໍ້ເສີຍ ຂອງມັນ

  15. @Shinnobi: ກະຢາກຂຽນຢູ່ ແຕ່ບໍ່ໄດ້ໃຊ້ເອງກະເລີຍບໍ່ຮູ້ຈະຂຽນແນວໃດ. ຫາກຂຽນກໍ່ບໍ່ຕ່າງຫຍັງກັບເວັບອື່ນໆລີວິວດອກ. ພໍດີມີຄົນໃຊ້ C6 ຢູ່ດຽວບອກເພີ່ນມາລາຍງານເດີ່ ວ່າເພີ່ນໃຊ້ແລ້ວເປັນແນວໃດ

  16. @Shinnobi: ພໍດີໄດ້ເບີ່ງບົດຄວາມນີ້ກັບໄດ້ຄຳແນະນຳຈາກ ໂຍ ແລ້ວກໍ່ໄປລອງກັບ Nokia C6 ຂອງ ຂພຈ ກໍ່ອ່ານໄດ້ປກກະຕິ ເຂົ້າເວປ ລາວຊ້າ, ເວປ ສຸລິໂຍ ແລະ ເວປອື່ນໆທີ່ເປັນລາວ ກໍ່ອ່ານໄດ້ ແຕ່ຍັງບໍ່ທັນໄດ້ລອງ
    ກັບໂປຣແກຣມອື່ນເຊັ່ນພວກ Opera ຫລື ໂປຣແກຣມທີ່ໃຊ້ເປີດອີນເຕີເນັດໂຕອື່ນເທື່ອ ມີແຕ່ເປີດກັບໂປຣ
    ແກຣມອິນເຕີເນັດທີ່ມານຳເຄື່ອງນັ້ນລະ

    ສ່ວນເລື່ອງຜົນໄດ້ຄື ອ່ານລາວໃນມືຖືເຮົາໄດ້ 5555 ເຂົ້າເວປທີ່ເປັນພາສາລາວໄດ້
    ຜົນເສຍ ແມ່ນ ບໍ່ມີຫຍັງຕາມທີ່ໄດ້ລອງໃດ໋ ເພາະວ່າກວດເບີ່ງພາສາໄທ ກັບ ອັງກິດກະຍັງເຮັດວຽກຄືເກົ່າ
    ຕົວຢ່າງເບີ່ງຮູບຕາມລິ້ງເລີຍເນາະ
    http://img.laoupload.com/images/32672311726326124023.jpg
    http://img.laoupload.com/images/06485437194696321465.jpg

    1. ທ່ານ ກອນ ທີ່ນັບຖື ຂໍທ່ານຊ່ວຍແດ່
      NOKIA C6-01 ຂ້າພະເຈົ້າ download file ຈາກ link ທ່ານໃຫ້ມາ ແລ້ວ
      http://dl.dropbox.com/u/12672792/download/Font_lao_for_nokia_c6-01.rar
      ຫລັງຈາກນັ້ນ ແຕກ ອອກມາເປັນ ຟາຍ Font_lao_for_nokia_c6-01ແລະໃນນັ້ນຈະມີ nosnr60,nssb60,nstsb60 ແລະ S60ZDIGI ທັງ 4 ຟາຍນີ້ລະ ຂ ພ ຈ ໄດ້ ກອບປີໄປໃສ່
      ໃນ Memory Folder ທີ່ຊື່ວ່າresource\Fonts( ສ່ວນ Fonts ນັ້ນແມ່ນສ້າງຂື້ມາໃໝ່) ແຕ່ ບໍ່ຮູ້ວ່າເປັນຈັ່ງໃດຈິ່ງບໍ່ສາມາດອ່ານ ພາສາລາວໄດ້(ໄດ້ປິດ-ເປີດໂທລະສັບຫລາຍຄັ້ງແລ້ວ)ເຮັດຫລາຍໆແບບແລ້ວອ່ານພາສາລາວບໍ່ໄດ້(ໃນເວບໄຊ ແລະ ອື່ນໆ)
      1.E\resource\Fonts\nosnr60,nssb60,nstsb60 ແລະ S60ZDIGI
      2.E\resource\Fonts\Font_lao_for_nokia_c6-01
      3.E\System\Fonts\nosnr60,nssb60,nstsb60 ແລະ S60ZDIGI
      4.E\System\Fonts\Font_lao_for_nokia_c6-01
      5.E\Sys\Fonts\nosnr60,nssb60,nstsb60 ແລະ S60ZDIGI
      6.E\Sys\Fonts\Font_lao_for_nokia_c6-01

  17. @ Khone: ລັກເຫັນ 3.5G ຢູ່ລາວໃຊ້ 3.5G ລະຫວານິນະ. ຂອງ Unitel ຫວາ ຫລືຂອງ ລາວໂທ

  18. ຂອງລາວໂທລະຄົມນັ້ນລະ ໃນຕົວເມື່ອງໄດ້ 3.5 ຈີ ບາງທີ່ ກະໄດ້ ຄັນໄປຈາກເມືອງກະໄດ້ 3ຈີ ຫລື ເອັຈ

    1. @ khone: ສະຖຽນຢູ່ວະ ວ່າງປີກາຍນິກ່ອນເຮົາສິມາ ມັນຂຶ້ນແຕ່ 3G ສັນດອກ ຮະຮະ

  19. ມັກລຸດນະ ຄັນໃນກາງເມືອງແຖວໃກ້ກັບ ລາວໂທລະຄົມນິ ຄັກຢູ່ ບໍ່ລຸດ ລະກະໄວອີກ

  20. @khone ແລ້ວ Nokia C6 ນິນະ ມັນມັກຄ້າງ / ຈົນໄດ້ຖອດແບ໋ດບໍ່

    ລະເລື່ອງ wifi ມີປັນຫາບໍ່ ຊ່ວຍບອກປັນຫາຂອງມັນໃຫ້ແນ່

    ຢາກຮູ້ທັງປັນຫາຂອງ Nokia C6-00 & C6-01 ໃຜມີກະຊ່ວຍບອກແນ່ເດີ້

  21. @Shinnobi ສົ່ງໃສ ທ່ານກຳລັງຈະຊື້ລຸ້ນນີ້ບໍ ຂພຈ ກໍ່ກັງວົນແບບນີ້ແລະກ່ອນທີ່ຈະຊື້ ໄປອ່ານຢູ່ ສະຍາມໂຟນ
    ຈົນເຈັບຫົວວ່າສິຊື້ບໍ ຫລື ບໍ່ຊື້ ເພາະວ່າກະເຈົ້າມາໂພສ ໃສ່ ຫລາຍແນວໂພດ ແຕ່ກະຊື້
    ຕອນນີ້ ກໍ່ໃຊ້ Nokia C6-00 ຢູ່ ເລື່ອງເຄື່ອງຄ້າງຫັນກະບໍແມ່ນມັນສິຄ້າງຕະຫລອດນະ ເປັນບາງເທື້ອ ຊື້ ມາ ໄດ້ 3 ເດືອນ ມັນຄ້າງຈົນໄດ້ ຖອດແບັດນິ 2 ເທື່ອ ສາເຫດແມ່ນ ເປີດໂປຣແກຣມຫລາຍອັນ ແລະ ຕັ້ງໂປຣແກຣມ ນຳ ກະເລີຍຄ້າງ. ສ່ວນປັນຫາອື່ນກະບໍ່ມີຫຍັງຫລີ້ນກະຄັກດີ ສ່ວນ C6-01 ບໍ່ຮູ້ເນາະ

  22. ໄດ້ແລ້ວ ຟ້ອນລາວ E72
    ດາວໂຫລດ Opera mini ມາແລ້ວ ກໍພິມຄຳວ່າ about:config ຢູ່ບ່ອນ www (ລຶບwwwອອກເດີ)
    ແລ້ວກໍກົດ GO
    ຫລັງຈາກນັ້ນມັນກໍຈະປະກົດຫນ້າຫນື່ງຂື້ນມາ ແລ້ວກໍເລື່ອນລົງໄປຈົນອັນສຸດທ້າຍ
    ໃຫ້ປ່ຽນເປັນ YES ແລ້ວກໍ SAVE
    ເປັນອັນວ່າຮຽບຮ້ອຍແລ້ວ

    ປ.ລ ມັນອ່ານພາສາລາວໄດ້ ແຕ່ພິມບໍ່ໄດ້ເດີ ສຳລັບE72

    source: [url]http://bit.ly/ab2cwR[/url]

    ເລື່ອນລົງໄປກະທູ້ທີ່ 15 ຂອງ NiTaA

    1. ພໍຈະບອກໄດ້ບໍ່ວ່າຢູ່ທີ່ Memory ຫັນນະ ມີ Folder ຊື່ວ່າຫຍັງແນ່ ໃຫ້ເປີດເບິງຢູ່ໃນຄອມເດີ່ ຂອບໃຈ

  23. @ bern: ເຮົາໄດ້ລອງແລ້ວ, ແລະກໍ່ເບິງຄືວ່າມັນເປັນໄປບໍ່ໄດ້ ຍ້ອນວ່າພາສາລາວນັ້ນບໍ່ມີໃນລະບົບຂອງໂນເກຍ. ແລ້ວ ອັນນີ້ມັນກໍ່ເປັນພຽງປ່ຽນລັກສະນະພາສາໄທໃຫ້ເປັນຮູບຮ່າງຄືກັບພາສາລາວ ເວົ້າງ່າຍໆກະຄື ຟອນລວດລາຍຕ່າງໆຂອງໄທຍນັ້ນລະ ພຽງແຕ່ລາຍນັ້ນເຂົາເຈົ້າເຮັດເປັນພາສາລາວ. ຫາກບໍ່ເຊຶອທ່ານກໍ່ລອງພິມອອກແລ້ວສົ່ງໄປຫາຄົນອື່ນເບິງວ່າມັນຈະໂຊເປັນພາສາຫຍັງ.

    1. ຂໍຖາມແດ່ຄືວ່າຂ້ອຍໃຊ້ໂທລະສັບ NoKia XL ລຸ້ນນີ້ມີອ່ານພາສາລາວບໍ່ໄດ້
      ມີວິທີໃດສາມາດແຂ້ໄດ້ຢູ່ບໍ່ໃຜຮູ້ຂໍຄວາມຊ່ວຍເຫລືອແດ່

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.