ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Kindle App ເວີລ໌ຊັນໃໝ່ເພີ່ມມັນຕິມີເດຍ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ Amazon ອັບ​ເດດ​ແອບ​ພິ​ເຄ​ຊັນ Kindle ທີ່​ໃຊ້​ລັນ​ເທິງ iPad, iPhone ແລະ iPod Touch ໂດຍ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ສະໜັບສະໜູນ​ໄຟລ໌​ມັນ​ຕິ​ມີ​ເດຍ​ໂດຍ​ສະເພາະ ໄຟລ໌​ວິ​ດີ​ໂອ ແລະ​ອໍ​ດິ​ໂອ ເຮັດໃຫ້​ອີ​ບຸ໊​ກ​ທີ່​ອ່ານ​ມີ​ລູກ​ຫລິ້ນ​ທີ່​ໜ້າ​ສົນ​ໃຈ​ຫລາຍ​ຍິ່ງ​ຂຶ້ນ

Kindle app ເວີລ໌​ຊັນ​ລ່າ​ສຸດ​ທີ່​ເປີດ​ໃຫ້​ດາວ​ໂຫລດ​ຟຣີ​ຜ່ານ iTunes App Store ຈະ​ສະໜັບສະໜູນ​ການ​ຫລິ້ນ​ໄຟລ໌​ວິ​ດີ​ໂອ ແລະ​ອໍ​ດິ​ໂອ​ທີ່​ຝັງ (embed) ມາ​ກັບ​ອີ​ບຸ໊​ກ ປະສົບການ​ໃໝ່​ທີ່​ຜູ້​ອ່ານ​ອາດຈະ​ໄດ້ຮັບ​ກໍ​ເຊັ່ນ ອີ​ບຸ໊​ກ​ບາງ​ເຫລັ້ມ​ອາດຈະ​ມີ​ສຽງ​ຂອງ​ນົກ​ຮ້ອງ​ອອກ​ມາ​ຈາກ​ຫນັງສື​ໃຫ້​ໄດ້ຍິນ ຫລື​ແມ່ນແຕ່​ການ​ຊົມ​ວິ​ດີ​ໂອ​ສະຖານ​ທີ່​ທ່ອງ​ທ່ຽວ​ຈາກ​ໃນ​ອີ​ບຸ໊​ກແນະ​ນຳ​ສະຖານ​ທີ່​ທ່ອງ​ທ່ຽວ ໃນ Rome ຂອງ Rick Steves

ສຳລັບ​ການ​ເພີ່ມ​ຄຸນສົມບັດ​ໃໝ່​ຖື ເປັນ​ກ້າວ​ສຳຄັນ​ຂອງ​ການ​ພັດທະນາ​ແອບຯ​ ອີ​ລີດ​ເດີລ໌​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ​ເຮັດໃຫ້​ມັນ​ກາຍ​ເປັນ​ເຄື່ອງ​ມື​ຮຽນ​ຮູ້​ທີ່​ດີກວ່າ​ເດີມ​ຫລາຍ ໃນ​ສ່ວນ​ຂອງ​ຄິບ​ຕ່າງໆ ຈະ​ມີ​ຂະໜາດ​ຂຶ້ນ​ຢູ່​ກັບ​ພື້ນ​ທີ່​ຂອງ​ຮາລ໌​ດດິດກ໌​ຂອງ​ແກັດ​ເຈັດ Amazon ຫວັງ​ວ່າ​ຈະ​ເພີ່ມໄຕ​ເຕີ້ນ​ທີ່​ມາ​ພ້ອມ​ກັບ​ຄຸນສົມບັດ​ມັນ​ຕິ​ມີ​ເດຍ​ຫລາຍ​ຂຶ້ນ​ອີກ ດ້ວຍ ຊຶ່ງ​ຂະນະ​ນີ້​ມີ​ພຽງ 13 ໄຕເຕີ້ນ​ເທົ່າ​ນັ້ນ​ທີ່​ຕິດ​ປ້າຍ​ກຳ​ກັບ​ວ່າ “kindle Edition with Audio/Video”

ທີ່ມາ: theregister, Arip

ລອງອ່ານກ່ຽວກັບ  Blackberry PlayBook ຂໍເຄາະລາຄາ ພ້ອມເປີດຈອງ ຕຽມສູ້ກັບ iPad 2

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.