ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPad ແລະ iPhone 4 ເຮັດໃຫ້ແພດຟອລ໌ມ iPhone ເກີດ fragmentation

ຂ່າວໄອທີ

ຂໍ້​ເສຍ​ທີ່​ສຳຄັນ​ຂອງ Android ຄື​ບັນຫາ fragmentation ຫລື​ຄວາມ​ແຕກ​ຕ່າງ​ຫລາກ​ຫລາຍ​ຂອງ​ຮາລ໌​ດ​ແວລ໌-ຊອຟົຕ໌​ແວລ໌ ເຮັດໃຫ້​ນັກ​ພັດທະນາ​ໂປ​ແກມ​ເທິງ Android ລຳ​ບາກ​ໃນ​ການ​ທົດສອບ ໃນ​ທາງ​ກັບ​ກັນ iPhone ມີ​ຊື່​ສຽງ​ຫລາຍ​ເລື່ອງ​ຄວາມ​ເຂົ້າ​ກັນ​ໄດ້​ຂອງ​ແພດ​ຟອລ໌​ມ ຂຽນ​ໂປ​ແກມເ​ທຶ່ອດຽວ​ໃຊ້​ໄດ້​ເລີຍ​ທຸກ​ລຸ້ນ

ແຕ່​ສະຖານນະການ​ກຳ​ລັງ​ຈະ​ກັບ​ກັນ​ຫລື​ບໍ່?

Peter Yared ຊີ​ອີ​ໂອ​ຂອງ​ບໍລິສັດ Transpond ຊຶ່ງ​ພັດທະນາ​ໂປ​ແກມ​ທັງ​ເທິງ Android ແລະ iPhone ໃຫ້​ຄວາມ​ເຫັນ​ວ່າ ການ​ອອກ iPad ທີ່​ຂະໜາດ​ໜ້າ​ຈໍ​ຕ່າງ​ໄປ​ຈາກ​ເດີມ​ແຕ່​ບໍ່​ມີ​ກ້ອງ ແລະ iPhone 4 ທີ່​ມີ​ກ້ອງ​ໜ້າ​ເພີ່ມ​ເຂົ້າ​ມາ ເຮັດໃຫ້​ນັກ​ພັດທະນາ​ເລີ່ມ​ເຮັດວຽກ​ໄດ້​ຍາກ​ຂື້ນກວ່າເກົ່າ (ເຖິງວ່າຈະ​ບໍ່ຍາກ​ເທົ່າ Android ກໍ່​ຕາມ)

ໃນ​ທາງ​ກັບ​ກັນ ພວກເຂົາ​ບອກວ່າ​ກູ​ເກີ້ນ​ແກ້​ບັນຫາ​ນີ້​ຢ່າງ​ຊານ​ສະຫລາດ​ດ້ວຍ Nexus One ເພາະ​ມັນ​ຄື reference device ສຳລັບ​ນັກ​ພັດທະນາ ຂຽນ​ໂປ​ແກມ​ໃຫ້​ໃຊ້​ກັບ Nexus One ໄດ້​ເປັນ​ອັນ​ຈົບ ຖ້າ​ລັນ​ເທິງ Droid ບໍ່​ໄດ້ ແປ​ວ່າ​ເປັນ​ຄວາມ​ຜິດ​ຂອງ Motorola ແລະ​ເປັນ​ຫນ້າທີ່​ທີ່ Motorola ຕ້ອງ​ແກ້​ໄຂເອງ

ທີ່​ມາ – VentureBeat, Blognone

ລອງອ່ານກ່ຽວກັບ  ກູ​ເກີນ​ເລີ່ມ​ປ່ອຍ Android 2.2 (Froyo) ເຂົ້າ​ສູ່ AOSP ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.