ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍ້ອນອະດີດ iPhone ແຕ່ລຸ້ນທຳອິດຮອດປະຈຸບັນ

ລາຍງານພິເສດ, ໂທລະສັບ

ນອກ​ຈາກ iPhone4 ຈະ​ໝາຍ​ເຖິງ ໄອ​ໂຟນ​ລຸ້ນ​ທີ່ 4 ແລ້ວ ມັນ​ຍັງ​ອາດຈະ​ໝາຍ​ເຖິງ​ອາ​ຍຸ​ຂອງ​ໄອ​ໂຟນ​ຕັ້ງ​ແຕ່​ໂລກ​ຮູ້​ຈັກ​ຈົນ​ເຖິງ​ມື້​ນີ້​ທີ່​ບໍ່​ໜ້າ​ເຊື່ອ ວ່າ ມັນ​ຫາກໍ່​ເກີດ​ມາຍັງ​ບໍ່​ເຖິງ 4 ປີ​ເລີຍດ້ວຍ​ຊ້ຳ ແຕ່​ຫາກ​ເບິງຍ້ອນ​ກັບ​ໄປ ມັນ​ມີ​ການ​ປ່ຽນ​ແປງ​ຫລວງຫລາຍ​ຈົນ​ທ່ານເອງ​ຄາດ​ບໍ່​ເຖິງ ຄົງ​ດີ​ຄືກັນ​ຫາກ​ເຮົາ​ຈະ​ລອງ​ກັບ​ໄປ​ເບິ່ງປະຫວັດສາດ​ຂອງ​ມັນ​ອີກ​ເທື່ອ​ຫນື່ງ

ໄອ​ໂຟນ (iPhone) ລຸ້ນທຳອິດປະ​ກາດ​ເປີດ​ຕົວ​ໃນ​ວັນທີ່ 9 ເດືອ​ນມັງກອນ ແລະ​ວາ​ງຕະຫ​ລາດ​ໃນ​ວັນທີ່ 29 ມິ​ຖຸ​ນາ 2007 ດ້ວຍ​ລາ​ຄາ 499 ຫລຽນຯ ສຳລັບ​ລຸ້ນ 4GB ແລະ​ລຸ້ນ 8GB ລາ​ຄາ 599 ຫລຽນຯ ຕອນ​ນັ້ນ​ຍັງ​ບໍ່​ມີ​ແອບຯ ​ໃຫ້​ດາວໂຫລດ​ຈົນກະທັ້ງ​ປີ 2008 ມີ 500 – 3,000 ແອບຯ ແຕ່​ພໍ 3GS ເປີດ​ຕົວ​ເມື່ອ​ກາງ​ປີ 2009 ກໍ​ເພີ່ມ​ເປັນ 50,000 ແອບຯ ຈົນ​ສິ້ນ​ປີ 2009 ກໍ​ເຕີບໂຕ​ສອງ​ເທົ່າ​ເປັນ 100,000 ແອບຯ ແລະ​ເມື່ອ iPhone4 ເປີດ​ຕົວ​ຈຳນວນ​ແອບຯ​ ກໍ​ເຕີບໂຕເປັນ 2 ເທົ່າ​ຄື 200,000 ແອບຯ ​ເຂົ້າໄປ​ແລ້ວ ລາຍ​ລະອຽດ​ອື່ນໆ ທີ່​ໜ້າ​ສົນ​ໃຈ ແນະ​ນຳ​ໃຫ້​ເບິ່ງ​ຈາກ Infographic

ທີ່ມາ: Arip

ລອງອ່ານກ່ຽວກັບ  ຂ່າວຮົ່ວ Amazon ຈະອອກໂທລະສັບມືຖື Android ຊື່ Amazon Blaze

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.