ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPhone 4G ເປີດໂຕຢ່າງເປັນທາງການແລ້ວ ໃນງານ WWDC 2010

ຂ່າວໄອທີ, ໂທລະສັບ

ລ່າສຸດ ໃນງານ WWDC 2010 ສະຕີຟ ຈອບສ໌ (Steve Jobs) ໄດ້ປະກາດເປີດຕົວ iPhone 4G ໃນຖານະ mobile media ຢ່າງເປັນທາງການຮຽບຮ້ອຍແລ້ວ ໂດຍໄອໂຟນລຸ້ນໃໝ່ຈະມາພ້ອມກັບກ້ອງທີ່ມີຢູ່ດ້ານໜ້າ ໄວ້ສຳລັບປະຊຸມທາງໄກຜ່ານວິດີໂອດ້ວຍ ສ່ວນກ້ອງດ້ານຫລັງຈະມີຄວາມລະອຽດສູງເຖິງ 5 ລ້ານພິກເຊວ ພ້ອມດ້ວຍແຟຊ LED ແລະໃຊ້ໂພເຊດເຊີລ໌ A4 ແບບດຽວກັບທີໃຊ້ໃນໄອແພດ (iPad)

ຄວາມຈິງ ກ້ອງທີ່ມາກັບ iPhone 4G ບໍ່ໄດ້ມີຄວາມແຕກຕ່າງແຕ່ພຽງຈຳນວນພິກເຊວທີ່ຫລາຍຂຶ້ນຈາກ 3 ເປັນ 5 ລ້ານເທົ່ານັ້ນ ແຕ່ມັນຍັງມາພ້ອມກັບເຊັນເຊີລ໌ຮັບພາບທີ່ໃຫຍ່ຂຶ້ນດ້ວຍ ນັ້ນໝາຍຄວາມວ່າ ມັນສາມາດຮັບແສງໄດ້ຫລາຍກວ່າດ້ວຍຂະໜາດພິກເຊວທີ່ເທົ່າກັນ ດັ່ງນັ້ນຄຸນນະພາບຂອງພາບທີ່ໄດ້ຈະຄົມສັດສະຫວ່າງສົດໃສ ແລະສົມຈິງກວ່າເກົ່າ ແຖມຍັງສາມາດຊູມໄດ້ 5 ເທົ່າ ພ້ອມດ້ວຍຟີເຈີລ໌ແທັບເພື່ອໂຟກັດເໝືອນເດີມ ສຳລັບໜ້າຈໍຂອງ iPhone 4G ຈະມີຂະໜາດ 3.5 ນິ້ວ (960 x 640 ພິກເຊນ) ຫນ່ວຍຄວາມຈຳສູງສຸດ 32GB ແລະໄມຄ໌ 2 ຕົວພ້ອມລະບົບຕັດສັນຍານລົບກວນ

ນອກຈາກດີໄຊນ໌ໃໝ່ ແລະຄຸນນະພາບຂອງການຖ່າຍພາບທີ່ດີຂຶ້ນແລ້ວ ມັນຍັງສາມາດບັນທຶກວິດີໂອໄຮເດຟຯ ທີ່ 720p ດ້ວຍອັດຕາເຟມ 30 fps ອີກທັງຍັງສາມາດຕັດຕໍ່ວິດີໂອ ແລະພາບຖ່າຍໄດ້ໂດຍກົງເທິງ iPhone 4G ອີກດ້ວຍ ສະຕີຟ ຈອບສ໌ ຍັງເວົ້າເຖິງພະລັງປະມວນຜົນພາຍໃນຂອງ iPhone 4G ດ້ວຍ ຊຶ່ງໃຊ້ຊິບ A4 ຄືກັບໃນໄອແພດ ນັ້ນໝາຍຄວາມວ່າ ໄອໂຟນຈະມີລະບົບການຈັດການພະລັງງານທີ່ດີກວ່າສຳລັບຜູ້ໃຊ້ທີຕ້ອງການໃຊ້ງານໄດ້ຫລາຍ ຂຶ້ນ ໂດຍແບດເຕີລີ່ບໍ່ໝົດໄວເສຍກ່ອນ ແລະດ້ວຍດີໄຊນ໌ຕົວເຄື່ອງແບບໃໝ່ ເຮັດໃຫ້ພື້ນທີ່ພາຍໃນສາມາດໃສ່ແບດເຕີລີທີໃຫຍ່ຂຶ້ນກວ່າເກົ່າໄດ້ ຍິ່ງເຮັດໃຫ້ໃຊ້ iPhone 4G ໄດ້ດົນກວ່າໄອໂຟນລຸ້ນກ່ອນໆ ອີກຫລາຍຊົ່ວໂມງ ເຊັ່ນ ສາມາດໃຊ້ iPhone 4G ທ່ອງເວັບຜ່ານ Wi-Fi ໄດ້ດົນ 10 ຊົ່ວໂມງ ຟັງເພງຕໍ່ເນື່ອງໄດ້ 40 ຊົ່ວໂມງ ແລະສະແຕນດ໌ບາຍໄດ້ 300 ຊົ່ວໂມງ ສ່ວນລາຄາ iPhone 4G 16GB ຢູ່ທີ່ 199 ຫລຽນຯ ແລະ 32GB ຢູ່ທີ່ 299 ຫລຽນຯ (ແຕ່ລາຄານີ້ອາດຈະເປັນລາຄາທີ່ຕິດສັນຍາໃຊ້ເບີລາຍເດືອນສອງປີ)

Credit: gizmodo, Arip.co.th

ລອງອ່ານກ່ຽວກັບ  Apple ດັນເທັກໂນໂລຢີໃຫມ່ເເທ່ນທີ່ Flash

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.