ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແອບ​ເປີນ​ເລີ່ມ​ຈັດ​ສົ່ງ iPhone 4 ແລ້ວ ແຕ່​ບາງ​ລາຍ​ຖືກຍົກ​ເລີກ​ການ​ສັ່ງ​ຊື້

ຂ່າວໄອທີ, ໂທລະສັບ

ອາດຈະ​ເປັນ​ຝັນ​ຮ້າຍ​ສຳລັບ​ແຟນໆ ໄອ​ໂຟນ​ບາງ​ຄົນ​ໃນ​ສະ​ຫະລັດ ທີ່​ຢູ່​ດີໆ ກໍ​ໄດ້ຮັບ​ອີ​ເມວຈາກ​ແອບ​ເປີນ​ວ່າ​ທາງ​ແອບ​ເປີນ​ບໍ່​ສາມາດ​ທີ່​ຈະ​ຈັດ​ສົ່ງ iPhone 4 ໄດ້ ແລະ​ໄດ້​ກໍ່ການ ຍົກເລີກ​ການ​ສັ່ງ​ຊື້​ລ່ວງ​ໜ້າ ໄປ​ແລ້ວ ໂດຍ​ຫາກ​ຍັງ​ຕ້ອງ​ການ​ຈະ​ຊື້ iPhone 4 ຢູ່​ໃຫ້​ໄປ​ຫາ​ຊື້​ກັນ​ເອງ​ໄດ້​ທີ່​ຮ້ານ Apple Retail Store ແລະ​ຮ້ານ​ຂາຍ​ປີກ​ຂອງ AT&T

ແຕ່​ບໍ່ແມ່ນ​ສະເພາະ​ຄົນທີ່​ສັ່ງ​ຊື້ iPhone 4 ລ່ວງ​ໜ້າ​ກັບ​ແອບ​ເປີນ​ເທົ່າ​ນັ້ນ ແຕ່​ຄົນ​ທີ່ສັ່ງ​ຊື້​ລ່ວງ​ໜ້າ​ກັບ AT&T ເອງ​ກໍ່ຖືກ​ຄືກັນ ສຳລັບ​ຕອນ​ນີ້​ຍັງ​ບໍ່​ມີ​ຄຳ​ອະທິບາຍ​ທັງ​ຈາກ​ແອບ​ເປີນ​ແລະ AT&T ວ່າ​ເກີດ​ຫຍັງ​ຂຶ້ນ

ສ່ວນ​ຜູ້​ທີ່​ສັ່ງ​ຊື້​ລ່ວງ​ໜ້າ​ແລ້ວ​ແຕ່​ບໍ່​ໄດ້ຮັບ​ອີ​ເມວຍົກ​ເລີກ​ກໍ​ອາດຈະ​ໄດ້ ຂ່າວ​ດີ ທີ່​ແອບ​ເປີນ​ໄດ້​ເລີ່ມ​ການ​ຈັດ​ສົ່ງ iPhone 4 ແລ້ວ ແຕ່​ບໍ່​ວ່າ​ຢ່າງໃດ​ກໍ​ແລ້ວ​ແຕ່ ແອບ​ເປີນ​ມັກ​ຈະ​ສົ່ງ​ໃຫ້​ຜູ້​ກໍ່ການ​ຈັດ​ສົ່ງ​ພັກ​ສິນ​ຄ້າ​ຂອງ​ແອບ​ເປີນ​ໄວ້​ໃນ​ໂກ​ດັງ​ກ່ອນ​ຈົນ​ກວ່າ ຈະ​ເຖິງ​ວັນທີ່​ແອບ​ເປີນ​ຕ້ອງ​ການ​ໃຫ້​ເຖິງ​ມື​ລູກ​ຄ້າ​ແທ້ໆ ຊຶ່ງ​ກໍ​ຄື​ວັນ​ສຸກທີ່ 25 ທີ່​ຈະ​ເຖິງ​ນີ້​ນີ້​ເອງ

ທີ່​ມາ – Engadget, Blognone

ລອງອ່ານກ່ຽວກັບ  Apple ສະຫລອງຄົບຮອບ 10 ຮ້ານຄ້າ Apple Store ດ້ວຍ Apple Store 2.0

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.