ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iFixit ຊຳແຫລະໄສ້ທະລວງມືຖື iPhone4

ຂ່າວໄອທີ, ໂທລະສັບ

ແລະ​ແລ້ວ​ກໍ​ໄດ້​ເວລາ​ຊຳ​ແຫລະ iPhone4 ກັນ​ອີກ​ແລ້ວ ໂດຍ​ທີມ​ງານ​ເຈົ້າ​ເດີມ​ນັ້ນ​ກໍ​ຄື iFixit ຊຶ່ງ​ທາງ​ບໍລິສັດ​ໄດ້​ກໍ່ການ​ແຍກ​ຊິ້ນ​ສ່ວນ iPhone4 ເພື່ອ​ໃຫ້​ເຫັນ​ໄສ້​ໃນ​ກັນ​ຈະໆ ວ່າ​ມັນ​ມີ​ຫຍັງ​ຢູ່ໃນ​ນັ້ນ​ນຳ ຈະ​​ເເມ່ນສິ່ງ​ທີ່​ເຮົາ​ເຄີຍ​ໄດ້ຍິນ​ກັນ​ມາ ຫລື​ບໍ່ ຄຳ​ຕອບ​ຢູ່ທາງລຸ່ມນີ້ເເລ້ວ

iPhone4 ຖືກ​ແຍກ​ຊິ້ນ​ສ່ວນ​ໂດຍ iFixit ແລ້ວ ຊຶ່ງ​ເຮັດໃຫ້​ສາມາດ​ຢືນຢັນ​ໄດ້​ວ່າ iPhone 4 ມາ​ພ້ອມ​ກັບ​ຫນ່ວຍ​ຄວາມ​ຈຳ (RAM) 512MB (2 ເທົ່າ​ຂອງ iPhone 3GS ແລະ iPad) ແລະ​ຮູບ​ແບບ​ການ​ເຊື່ອມ​ຕໍ່​ແບດ​ເຕີ​ລີ່​ແບບ​ໃໝ່ ຕະຫລອດ​ຈົນ​ເຜີຍ​ໃຫ້​ເຫັນ​ເຖິງ​ຮາລ໌​ດະແວລ໌​ໃນ​ສ່ວນ​ທີ່​ເປັນ accelerometer ແລະ Gyroscope ບາດ​ນີ້​ມາ​ເບິ່ງ​ຂໍ້​ສະຫລຸບ​ໂດຍ​ຫຍໍ້​ຈາກ iFixit ກັນ​ດີກວ່າ

ແບດ​ເຕີ​ລີ່: ພື້ນ​ທີ່ ຊ່ອງ​ວ່າງ​ພາຍ​ໃນ iPhone4 ສ່ວນ​ໃຫຍ່​ຈະ​ຖືກ​ຄອບຄອງ​ໂດຍ​ແບດ​ເຕີ​ລີ່ Li-Polymer ທີ​ມີ​ແຮງ​ດັນ 3.7 ໂວນຕ໌ 1420 mAh ຊຶ່ງ​ເຮັດໃຫ້​ຜູ້​ໃຊ້​ສາມາດ​ໃຊ້ iPhone 4 ໃນ​ການ​ສົນທະນາ ຫລື​ຕໍ່​ເນັດ 3G ໄດ້​ດົນ​ເຖິງ 7 ຊົ່ວ​ໂມງ ຫລື​ເພີ່ມ​ຂຶ້ນ​ເປັນ 14 ຊົ່ວ​ໂມງ​ສຳລັບ 2G ສ່ວນ​ເສົາ​ອາ​ກາດ​ຊ່ອນ​ຢູ່ໃນ​ດ້ານ​ຫລັງ​ຂອງ​ຕົວ​ຖັງ​ເຄື່ອງ

ກ້ອງ: iFixit ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ວ່າ ກ້ອງ​ດ້ານ​ຫລັງ 5 ລ້ານ​ພິກ​ເຊວທີ່​ສາມາດ​ບັນ​ທຶ​ກວິ​ດີ​ໂອ​ໄຮ​ເດ​ຟຯ 720p ທີ່ 30 ເຟ​ລົມ​ຕໍ່​ວິ​ນາ​ທີ ໜ້າ​ຈໍ​ສາມາດ​ແຕະ​ເພື່ອ​ໂຟ​ກັດ​ບໍລິເວນ​ທີ່​ຕ້ອງ​ການ​ໄດ້ ພ້ອມ​ດ້ວຍ​ແຟຊ LED (ອັບ​ເກດ​ຈາກ​ກ້ອງ 3.2 ລ້ານ​ພິກ​ເຊວທີ່​ພົບ​ໃນ iPhone 3GS)

ໂພ​ເຊດ​ເຊີລ໌ A4: iPhone 4 ໃຊ້​ໂພ​ເຊດ​ເຊີລ໌ ARM Cortex A8 ຄວາມ​ໄວ 1GHz ຄືກັບ iPad

ຫນ່ວຍ ຄວາມ​ຈຳ: iFixit ຢືນຢັນ​ວ່າ iPhone 4 ມີ​ຫນ່ວຍ​ຄວາມ​ຈຳ 512MB ຊຶ່ງ​ຫລາຍກວ່າ ipad ແລະ iPhone 3GS ເປັນ​ເທົ່າ​ຕົວ

Accelerometer/Gyroscope ເຊັນ​ເຊີລ໌ ກວດ​ຈັບ​ການ​ປ່ຽນ​ແປງ​ຂອງ​ຄວາມ​ໄວ​ແບບ 3 ແກນ BG7AX STMicro 33DH (ຂະໜາດ 3mm  x 3mm) ແລະ​ມີ AGD1 ໄຈ​ໂລດ​ໂຄບ 3 ແກນ ອອກ​ແບບ​ແລະ​ຜະລິດ​ສຳລັບ​ໃຊ້​ໃນ iPhone 4 ໂດຍ STM

ທີ່ມາ: iFixit, Arip

ລອງອ່ານກ່ຽວກັບ  Apple ປະກາດຍອດດາວໂຫລດແອັບຯໃນ Mac App Store ເກີນ 100ລ້ານ ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.