ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຜູ້ຊື້ iPhone 4 ສ່ວນໃຫຍ່ເເມ່ນອັບເກດໄອໂຟນ

ຂ່າວໄອທີ, ໂທລະສັບ

ຜົນ​ວິ​ໄຈ​ໂດຍ Piper Jaffray ໄດ້​ເປີດ​ເຜີຍ​ຂໍ້​ມູນ​ທີ່​ໜ້າ​ສົນ​ໃຈ​ວ່າ ປະ​ມານ 77% ຂອງ​ຜູ້​ທີ່​ເຂົ້າ​ມາ​ຍືນ​ຕໍ່​ແຖວ​ຖ້າຊື້ iPhone4 ມີ​ຄວາມ​ຕ້ອງ​ການ​ອັບ​ເກດ​ມື​ຖື​ຂອງ​ຕົນ​ທີ່​ເລີ່ມ​ຕົກ​ລຸ້ນ ຊຶ່ງ​ທາງ​ບໍລິສັດ​ຍັງ​ໄດ້​ຄາດ​ການກ່ອນ​ໜ້າ​ນີ້​ດ້ວຍ​ວ່າ ແອບ​ເປີ້ນ (Apple) ຈະ​ສາມາດ​ຂາຍ​ໄອ​ໂຟນ​ໄດ້ 1 – 1.5 ລ້ານ​ເຄື່ອງ​ພາຍ​ໃນ 3 ມື້ທຳອິດ (ຕົວ​ເລກ​ນີ້​ລວມ​ຍອດ​ສັ່ງ​ຈອງ​ລ່ວງ​ໜ້າ​ແລ້ວ)

Piper Jaffray ໄດ້​ສຳ​ຫລວດ​ຂໍ້​ມູນ​ຈາກ​ຜູ້​ໃຊ້​ທີ່​ມາ​ຍືນ​ຕໍ່​ແຖວ​ທີ່​ໜ້າ​ຮ້ານ​ແອບ​ເປີ້ນ​ (Apple Store) ໃນ​ວັນພະຫັດ ໃນ ​ຊານ​ຟານ​ຊິດ​ໂກ ມິ​ເນ​ອາ​ໂພ​ລິດ ແລະ​ນິວ​ຍອ​ກ ໂດຍ​ພົບ​ວ່າ 77% ຂອງ​ຜູ້​ຊື້​ເຫລົ່າ​ນີ້​ກຳ​ລັງ​ປຽນ​ຈາກ iPhone ເຄື່ອງ​ເກົ່າ ຊຶ່ງ​ເພີ່ມ​ຂຶ້ນ​ຈາກ​ປີ 2009 ທີ່​ປະ​ມານ 56% ຕ້ອງ​ການ​ປ່ຽນ​ຈາກ iPhone ຫລື iPhone 3G ເປັນ 3GS “ແອບ​ເປີ້ນ​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ງົດ​ງາມ ສຳລັບ​ການສ້າງ​ລາຍ​ໄດ້​ອີກ​ເທື່ອ​ຈາກ​ການ​ອັບ​ເກດ​ຂອງ​ຜູ້​ໃຊ້​ໄອ​ໂຟນ​ທີ່​ຕ້ອງ​ການ​ລຸ້ນ ໃໝ່​ລ່າ​ສຸດ​ຂອງ​ທາງ​ບໍລິສັດ​ໃນ​ທຸກ​ໆ 1 ເຖິງ 2 ປີ” Gene Munster ນັກ​ວິ​ເຄາະ ໄດ້​ບັນ​ທຶກ​ໄວ້​ລາຍ​ງານ​ກຽວ​ກັບ​ຜູ້​ບະ​ຫລິ​ໂພກ “ແອບ​ເປີ້ນ​ສາມາດ​ໄດ້​ໃຈ​ລູກ​ຄ້າ​ໄປ​ຄອງ ໃນ​ຂະນະ​ທີ່​ຜູ້​ຜະລິດ​ມື​ຖື​ລາຍ​ອື່ນ​ບໍ່​ອາດ​ເຮັດ​ໄດ້” ຢ່າງໃດ​ກໍ​ຕາມ Munster ຄາດ​ວ່າ ອັດຕາ​ການ​ອັບ​ເກດ​ຈະ​ລຸດລົງ ຫາກ​ແອບ​ເປີ້ນ​ແນະ​ນຳ​ໄອ​ໂຟນ​ລຸ້ນ​ໃໝ່​ໃນ​ປີ​ໜ້າ

ນອກ​ຈາກ​ຕົວ​ເລກ​ເປີເຊັນ ດັ່ງ​ກ່າວ​ແລ້ວ ປະ​ມານ 16% ຍົກ​ເລີກ​ການ​ໃຊ້​ບໍລິການ​ເຄືອ​ຂ່າຍ AT&T ຊຶ່ງ​ລຸດລົງ​ຈາກ 28% ໃນ​ລະຫວ່າງ​ທີ່​ເປີດ​ຕົວ 3GS ແລະ​ປະ​ມານ 6% ປ່ຽນ​ໃຈ​ຈາກ BlackBerry ມາ​ໃຊ້ iPhone4 ໃນ​ຂະນະ​ທີ່ 3% ເປັນ​ກຸ່ມ​ຜູ້​ໃຊ້​ທີ​ປ່ຽນ​ຈາກ Android. ນັກ​ວິ​ເຄາະ​ຍັງ​ພົບ​ວ່າ 54% ຂອງ​ຜູ້​ຊື້​ເລືອກ iPhone4 32GB ແທນ​ທີ່​ຈະ​ເປັນ 16GB ທຽບ​ກັບ 43% ຂອງ​ຜູ້​ທີ່​ເຄີຍ​ຊື້ iPhone 3GS 32GB ໃນ​ປີ​ທີ່​ແລ້ວ ນອກ​ຈາກ​ນີ້ 28% ຂອງ​ຜູ້​ຊື່​ທີ່​ຍືນຖ້າໃນ​ແຖວ​ເປັນ​ເຈົ້າ​ຂອງ iPad ແລ້ວ​ອີກ​ດ້ວຍ.  ຂະນະ​ທີ່ 39% ຕອບ​ວ່າ​ຈະຊື້ iPad ໃນ​ປີ​ໜ້າ ແລະ​ໃນ​ຈຳນວນ​ຜູ້​ຊື້​ທີ່​ຕໍ່​ແຖວ​ຖ້າຢູ່​ນີ້ 65% ເປັນ​ເຈົ້າ​ຂອງ​ເຄື່ອງ Mac ໂດຍ​ລວມ Munster ຄາດ​ວ່າ​ຍອດ​ຂາຍ​ຂອງ iPhone4 ໃນ 3 ມື້​ທຳອິດໜ້າ​ຈະ​ຢູ່​ລະຫວ່າງ 1 – 1.5 ລ້ານ​ເຄື່ອງ ຊຶ່ງ​ຕົວ​ເລກ​ນີ້​ລວມ 600,000 ເຄື່ອງ​ທີ​ໄດ້​ມີ​ການ​ສັ່ງ​ຈອງ​ລ່ວງ​ໜ້າ​ແລ້ວ

ທີ່ມາ: pcmag, Arip

ລອງອ່ານກ່ຽວກັບ  Android 2.3.4 ກຳລັງຈະສົ່ງໃຫ້ອັບເດດໃນ Nexus S ພ້ອມ Video Chat

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຍາກຊື້ື໋ໄອໂຟນທີ່ບໍ່ທັນປົດລ່ອກຢູ່ລາວສາມາດຊື້ຢູ່ໃສ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.