ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ອິນເຕີເນັດເຮັດໃຫ້ຄົນໂງ່ລົງ ຫລື ບໍ່ ດຽວຮູ້ເຮົາຈະຮູ້ກັນ

ຂ່າວໄອທີ, ລາຍງານພິເສດ

ຜົນ​ງານ​ວິ​ໄຈ​ລ່າ​ສຸດ ເຮັດໃຫ້​ຫລາຍ​ຝ່າຍ​ເລີ່ມ​ເປັນ​ກັງ​ວົນ​ກ່ຽວກັບ​ສັກ​ກະຍະ​ພາບ​ສະຫມອງ​ຂອງ​ມະນຸດ​ຫລາຍ​ຍິ່ງ​ຂຶ້ນ ເມື່ອ​ມັນ​ເບິ່ງຄືວ່າ ການ​ໃຊ້​ອິນ​ເຕີ​ເນັດ (Internet) ຫລາຍ​ໆ ຈະ​ເຮັດໃຫ້​ຄວາມ​ສະຫລາດ​ຂອງ​ມະນຸດ​ລຸດລົງ ໂດຍ​ຈຸດ​ເລີ່ມ​ຕົ້ນ​ຂອງ​ງານ​ວິ​ໄຈ​ນີ້​ເປັນ​ການ​ຂະຫຍາຍ​ຜົນ​ມາ​ຈາກ​ຜົນ​ການສຶກສາ​ກ່ອນ​ໜ້າ​ນີ້​ທີ່ ຕັ້ງ​ຄຳ​ຖາມ​ໄວ້​ຢ່າງ​ໜ້າ​ສົນ​ໃຈ​ວ່າ ” Google ເຮັດໃຫ້​ເຮົາ​ໂງ່​ລົງ​ຫລື​ບໍ່?” ຂຽນ​ໂດຍ Nicolas Carr ຕັງ​ແຕ່​ປີ 2008

ຜົນ​ການສຶກສາ​ວິ​ໄຈ​ລ່າ​ສຸດ​ໄດ້​ຖືກ​ຖ່າຍ​ທອດ​ລົງ​ໃນ​ຫນັງສື​ເລ່ມ​ໃໝ່ ຊື່ ” Shallows” (ບໍ່​ເລິກເຊິ່ງ, ຜິວ​ເຜີນ) ໂດຍ​ຫນັງສື​ເຫລັ້ມນີ້​ໄດ້​ຂະຫຍາຍ​ຜົນ​ຈາກ​ວິທະຍາ​ນິ​ພົນຂອງ Carr ໂດຍ​ພິຈາລະນາ​ຈາກ​ຜົນ​ກະທົບ​ຂອງ​ອິນ​ເຕີ​ເນັດ​ທີ​ມີ​ຕໍ່​ສະຫມອງ​ມະນຸດ ພວກເຂົາ​ໄດ້​ຕັ້ງ​ທິດສະດີ​ຂຶ້ນ​ມາ​ວ່າ ຕະລອດ​ເວລາ​ທີ່​ເຮົາ​ຢູ່​ກັບ​ເນັດ ມັນ​ຈະ​ເກີດ​ສິ່ງ​ທີ​ຮຽກວ່າ ການ​ຈັດ​ລຽງ​ກະ​ບວນ​ການ​ຄິດ​ຂອງ​ສະຫມອງ​ດ້ວຍ​ວິທີ​ໃໝ່​ທີ່ຮ້າຍລົງຫລາຍ​ໆ ໂດຍ​ຜົນ​ລັບຈະ​ເຮັດໃຫ້​ເຮົາ​ເຊົາຄິດ ຫລື​ພິ​ນິດ​ພິ​ເຄາະ​ສິ່ງ​ຕ່າງໆ ໃນ​ລາຍ​ລະອຽດ ຊຶ່ງ​ເປັນ​ທັກ​ສະ​ການ​ຮຽນ​ຮູ້​ທີ່​ຈຳ​ເປັນ ອີກ​ທັງ​ຍັງ​ເຮັດໃຫ້​ການ​ຈົດ​ຈຳ​ຂອງ​ສະຫມອງ​ເກີດ​ຄວາມ​ຕຶງ​ຄຽດ​ກັບ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດົນ ເກີນ​ໄປ ປະສົບການ​ກົງ​ຂອງ Carr ທີ່​ເກີດ​ກັບ​ພວກເຂົາ ແລະ​ຄົນ​ຮອບ​ຂ້າງ​ຢ່າງ​ເຊັ່ນ ເພື່ອນ​ໆ ບາງ​ຄົນ​ເຖິງ​ກັບ​ຢຸດ​ການ​ອ່ານ​ຫນັງສື ແລະ​ຫັນ​ໄປ​ໃຊ້​ອິນ​ເຕີ​ເນັດ​ແທນ (ດົນ​ໄປ​ສະຫມອງ​ຈະ​ຂາດ​ທັກ​ສະ​ການ​ຄິດ​ແບບ​ເລິກເຊິ່ງ ຫລື​ຄິດ​ຫຍັງພຽງເເຕ່​ຜິວ​ເຜີນ​ຄືກັບ​ຊື່​ຫນັງສື​ຂອງ​ພວກເຂົາ) ຫລັກ​ຖານ​ທີ່​ເຫັນ​ໄດ້​ແຈ້ງ ແລະ​ສະໜັບສະໜູນ​ຄຳ​ອ້າງ​ຂອງ​ພວກເຂົາ​ກໍ​ຄື ອິນ​ເຕີເນັດ​ກຳ​ລັງ​ຈະ​ເຮັດໃຫ້​ພວກ​ເຮົາ​ຕ້ອງ​ເສຍ​ໃຈ​ກັບ​ສິ່ງ​ທີ່ເກິດຂື້ນ​ກັບ​ຄົນ​ລຸ້ນ​ໃໝ່ Carr ກຳ​ລັງ​ບອກ​ໃຫ້​ພວກ​ເຮົາ​ຮູ້ສຶກ​ໜ້າ​ຢ້ານ​ວ່າ ອິນ​ເຕີເນັດ​ກຳ​ລັງ​ກະທຳ​ການ​ບາງຢ່າງ​ກັບ​ສະຫມອງ​ຂອງ​ເຮົາ ຊຶ່ງ​ເປັນ​ສິ່ງ​ທີ່​ບໍ່​ດີ

ຫລັກ ຖານ​ທາງ​ວິທະຍາ​ສາດ​ທີ​ສະແດງ​ໃຫ້​ເຫັນ​ວ່າ ການ​ໃຊ້​ອິນ​ເຕີເນັດ​ຫລາຍ​ເກີນ​ໄປ​ເຮັດໃຫ້​ການ ເຊື່ອມ​ໂຍງ​ຄວາມ​ຄິດ​ໃນ​ສະຫມອງ​ມີ​ຮູບ​ແບບ​ທີ່​ປຽນ​ໄປ ຜົນ​ລັບເຮັດໃຫ້​ເຮົາ​ມີ​ຄວາມ​ສາມາດ​ໃນ​ການ​ຄິດ​ຫຍັງ​ທີ່​ຊັບ​ຊ້ອນ​ໄດ້​ນ້ອຍ​ລົງ

ຫລັງ ຈາກ​ທີ່​ອິນ​ເຕີ​ເນັດ​ເກີດ​ຂຶ້ນ​ໃນ​ປາຍ​ຍຸກ 70 ມັນ​ກໍ​ໄດ້​ເຕີບໂຕ​ຢ່າງ​ວ່ອງໄວ ເຊື່ອມ​ໂຍງ​ຄອມພິວເຕີ​ໄປ​ທົ່ວ​ໂລກ ອົງ​ຄວາມ​ຮູ້​ທຸກ​ຢ່າງ​ຢູ່ໃນ​ນັ້ນ ແມ່ນແຕ່​ເທັກ​ໂນ​ໂລ​ຍີ​ລ່າ​ສຸດ ໃຜ​ກໍ​ສາມາດ​ຫາ​ພົບ​ໄດ້ ເຮົາ​ແບ່ງ​ປັນ​ຂໍ້​ມູນ​ຫລາຍກວ່າ​ເກົ່າ ແລະ​ໄວ​ກວ່າ​ເກົ່າ ຍິ່ງ​ເຮົາ​ໃຊ້​ເນັດ​ຫລາຍ​ເທົ່າໃດ ເຮົາ​ກໍ​ຍິ່ງ​ລຸດ​ເວລາ​ຈາກ​ການ​ອ່ານ​ຕຳ​ລາ ຫນັງສື​ຕ່າງໆ ຕະລອດ​ຈົນ​ນິ​ຕະ​ສານ ຊຶ່ງ​ເປັນ​ກິດຈະກຳ​ທີ່​ກະຕຸ້ນ​ໃຫ້​ສະຫມອງ​ຂອງ​ເຮົາ​ໄດ້​ມີ​ເວລາ​ຄິດ ໄຕ່​ຕຼອງ ທົບ​ທວນ ຫລື​ ພິຈາລະນາ​ເລື່ອງ​ລາວ​ຕ່າງໆ ໄດ້​ຫລາຍ​ພໍ ສ່ວນ​ທີ່​ໜ້າ​ຢ້ານ​ຫລາຍ​ທີ່ສຸດ​ກໍ​ຄື ເຍົາ​ວະ​ຊົນ​ລຸ້ນ​ໃໝ່​ຈະ​ໃຊ້​ເວລາ​ກັບ​ກິດຈະກຳ​ອອນ​ໄລນ໌​ຫລາຍກວ່າ​ອ່ານ​ຫນັງສື​ດີໆ

Carr ເຫັນ​ວ່າ ອິນ​ເຕີ​ເນັດ​ເຮັດວຽກ​ຄືກັບ​ຢາ​ເສບ​ຕິດ ມັນ​ເຮັດໃຫ້​ຄົນ​ຮູ້ສຶກ​ພໍ​ໃຈ​ໄດ້​ຢ່າງ​ວ່ອງໄວ ແລະ​ມີ​ຢູ່​ທຸກ​ຫົນ​ແຫ່ງ​ທີ່​ຕ້ອງ​ການ ຊຶ່ງ​ຖອດ​ແບບ​ຢາ​ເສບ​ຕິດ​ມາ​ເລີຍ ມັນ​ລຸດ​ວົງ​ຈອນສະຫມອງ​ຂອງ​ເຮົາ​ທັງ​ຈິດ​ສຳ​ນຶກ ແລະ​ຈິດ​ໃຕ້​ສຳ​ນຶກ ເຮັດໃຫ້​ເຮົາ​ບໍ່​ໄດ້​ໃຊ້​ຈິດ​ໃຈ​ໃນ​ການ​ນຶກ​ຄິດ​ໄຕ່​ຕຼອງຢ່າງ​ເລິກ​ເຊິງ​ຢ່າງ​ທີ່​ຄວນ​ຈະ​ເປັນ ຕະຫລອດ​ຈົນ​ການ​ຄິດ​ແບບ​ສ້າງສັນ

ຂໍ້​ມູນ​ຈາກ: TechDirt, Arip.co.th

ລອງອ່ານກ່ຽວກັບ  Google+ ສຳລັບ iOS ອັບເດດແລ້ວ ຮອງຮັບ Hangout ຜ່ານ iDevices ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.