ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແສ!!! ຊີ​ພີ​ຍູ Intel ທີ່​ຈະ​ອອກ​ຊ່ວງ​ປາຍ​ປີ​ນີ້

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ໂລດ​ແມບ (roadmap) ສຳລັບ​ຊີ​ພີ​ຍູ​ຂອງ​ອິນ​ເທນ (Intel) ໃນ​ໄຕ​ມາດ​ສຸດ​ທ້າຍ​ຂອງ​ປີ 2010 ໄດ້​ຕົກ​ໄປ​ຢູ່ໃນ​ມື​ຂອງ​ເວັບ​ໄຊຕ໌ Engadget ຊຶ່ງ​ທາງ​ເວັບ​ໄຊຕ໌​ໄດ້​ອອກ​ມາ​ເປີດ​ເຜີຍ​ລາຍ​ລະອຽດ​ແຜນ​ການ​ສຳລັບ​ຊິບ​ລຸ້ນ​ໃໝ່​ໆ ທີ​ຈະ​ອອກ​ໃນ​ຊ່ວງ​ສາມ​ເດືອນ​ສຸດ​ທ້າຍ​ຂອງ​ປີ​ນີ້

ຊິບ​ໃໝ່​ໆ ທີ່​ຈະ​ອອກ​ວາ​ງຕະຫ​ລາດ​ໃນ​ຊ່ວງ​ໄຕ​ມາດ​ທີ່​ສີ່ຂອງ​ປີ 2010 ຈະ​ເປັນ​ການ​ຜະສົມ​ຜະ​ສານ​ລະຫວ່າງ​ໂພ​ເຊດ​ເຊີລ໌ 35 ວັດຕ໌ ແລະ​ໂພ​ເຊດ​ເຊີລ໌ CULV (Consumer Ultra-Low Voltage) ທີ່​ໃຊ້​ພະລັງ​ງານ​ພຽງແຕ່ 15 ວັດຕ໌​ເທົ່າ​ນັ້ນ ໂດຍ​ຂໍ້​ມູນ​ທີ່​ປາກົດ​ໃນ​ໂລດ​ແມບ​ສຳລັບ​ໂພ​ເຊດ​ເຊີລ໌ 35 ວັດຕ໌​ມີ​ດັ່ງ​ນີ້

  • Core i7-940XM Quad-core, 2.26-GHz (3.33-GHz Turbo Boost)
  • Core i7-840QM Quad-core, 1.86-GHz (3.20-GHz Turbo Boost)
  • Core i7-740QM Quad-core, 1.73-GHz (2.93-GHz Turbo Boost)
  • Core i7-640M Dual-core, 2.8-GHz (3.46-GHz Turbo Boost)
  • Core i5-580M Dual-core, 2.66-GHz (3.33-GHz Turbo Boost)
  • Core i5-560M Dual-core, 2.66-GHz (3.2-GHz Turbo Boost)

ສ່ວນ​ໂພ​ເຊດ​ເຊີລ໌ CULV ຈະ​ແບ່ງ​ເປັນ​ທີ່​ໃຊ້​ດີ​ໄຊນ໌ Dual-Core 5 ຕົວ ແລະ​ຄາດ​ວ່າ​ຈະ​ວາ​ງຕະຫ​ລາດ​ໃນ​ໄຕ​ມາດ​ທີ່​ສີ່​ຂອງ​ປີ​ນີ້​ເຊັ່ນ​ດຽວ​ກັນ ໂດຍ​ຈະ​ມີ​ຊ່ວງ​ຂອງ​ຄວາມ​ໄວ​ສັນ​ຍານ​ໂມງ (clock speed) ສູງ​ສຸດ 2.26GHz ຊຶ່ງ​ຈະ​ເປັນ​ລຸ້ນ Core i7-660LM ໄລ່​ລົງ​ມາ​ເຖິງ 1.33GHz ສຳລັບ Core i5-560UM ທາງ​ເວັບ​ໄຊຕ໌ Engadget ຍັງ​ລາຍ​ງານ​ອີກ​ດ້ວຍ​ວ່າ ທາງ​ອິນ​ເທວມີ​ແຜນ​ທີ່​ຈະ​ອອກ​ຊີ​ພີ​ຍູ​ໃໝ່​ໃນ​ຕະກູນ Huron River ໃນ​ຊ່ວງ​ໄຕ​ມາດທຳອິດຂອງ​ປີ 2011

Huron River ເປັນ​ຊີ​ພີ​ຍູ​ທີ​ໃຊ້​ສະ​ຖາ​ປັດ​ຍະ​ກຳ Sandy Disk ແລະ​ໃຊ້​ເທກ​ໂນ​ໂລ​ຍີ​ການ​ຜະລິດ​ທີ່ 32nm ໂດຍ​ໄດ້ຮັບ​ການ​ອອກ​ແບບ​ໃຫ້ເປັນ​ຊີ​ພີ​ຍູ​ທີ່​ລວມ​ເອົາ​ຄຸນສົມບັດ​ຕ່າງໆ ທີ່​ໜ້າ​ສົນ​ໃຈ​ໄວ້​ພາຍ​ໃນ​ຢ່າງ​ເຊັ່ນ WiMAX, Wireless Display (ເທກ​ໂນ​ໂລ​ຍີ​ການ​ສົ່ງ​ສັນ​ຍານ​ພາບ​ແບບ​ໄຮ້ສາຍ) ແລະ Bluetooth ນອກ​ຈາກ​ນີ້​ຍັງມີ​ຄຸນສົມບັດ​ໃໝ່​ທີ່​ເອີ້ນວ່າ Zero Power OOD ໂດຍ​ມັນ​ຈະ​ເຮັດ​ຫນ້າທີ່​ລຸດ​ພະລັງ​ງານ​ທີ່​ໃຊ້​ໄປ​ກັບ​ optical drives ເວລາ​ທີ​ບໍ່​ຖືກ​ໃຊ້​ງານ ຊຶ່ງ​ຈະ​ຊ່ວຍ​ປະ​ຫຍັດ​ພະລັງ​ງານ​ໃຫ້​ກັບ​ໂມ​ບາຍ​ຄອມພິວເຕີ ທາງ​ດ້ານ​ອິນ​ເທວ​ກໍ​ໄດ້​ເຄີຍ​ອອກ​ມາ​ເປີດ​ເຜີຍ​ເຖິງ​ໂພ​ເຊດ​ລຸ້ນ​ໃໝ່​ນີ້​ແລ້ວ​ຄືກັນ ໂດຍ​ອ້າງ​ວ່າ ຜູ້​ບໍລິ​ໂພກ​ສາມາດ​ເບິງຫນັງ Blu-ray ​ໄດ້ 2 ເລື່ອງ​ຕໍ່​ການ​ຊາກ​ແບດ​ເຕີ​ລີ່​ໜຶ່ງ​ເທື່ອ

ຂໍ້​ມູນ​ຈາກ: pcmag, Arip

ລອງອ່ານກ່ຽວກັບ  Apple ກຳລັງປັນໃຈຈາກ Intel ໄປ AMD

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.