ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[Computex] Intel ໂຊເນັດ​ບຸ໊​ກ​ບາງ​ສຽບ

ຂ່າວໄອທີ

ໃນ​ງານ Computex 2010 ອິນ​ເທວ (Intel) ໄດ້​ເປີດ​ຕົວ Canoe Lake ແພດ​ຟອລ໌​ມໃໝ່​ສຳລັບ​ເນັດ​ບຸ໊​ກ (netbook) ພ້ອມ​ທັງ​ໂຊເຄື່ອງ​ຕົ້ນ​ແບບ​ທີ່​ໃຊ້​ຊິບ​ຕົວ​ນີ້ ຊຶ່ງ​ຄຸນສົມບັດ​ການເຮັດວຽກ​ທີ​ໄດ້​ນອກ​ຈາກ​ຈະ​ເປັນ​ເລື່ອງ​ຂອງ​ປະ​ສິດ​ທິ​ພາບ​ການເຮັດວຽກ​ທີ່​ດີ ຂຶ້ນ​ແລ້ວ ມັນ​ຍັງ​ໃຊ້​ພະລັງ​ງານ​ນ້ອຍ​ລົງ ເຄື່ອງ​ບໍ່​ຮ້ອນ ທີ​ສຳຄັນ​ເນັດ​ບຸ໊​ກ​ທີ່​ໄດ້​ຈະ​ມີ​ຄວາມ​ບາງ​ກວ່າ​ເດີມ​ຫລາຍ

ທາງ​ອິນ​ເທວ​ເປີດ​ເຜີຍ​ວ່າ Canoe Lake ເປັນ​ໂພ​ເຊດ​ເຊີລ໌​ທີ່​ຈະ​ເຮັດໃຫ້​ຜູ້​ຜະລິດ​ສາມາດ​ອອກ​ແບບ​ເນັດ​ບຸ໊​ກ​ໃຫ້​ມີ​ຄວາມ​ບາງ​ລົງ​ກວ່າ ເດີມ​ໄດ້​ເຖິງ 50% (ໜາ​ພຽງເເຕ່ 14 ມມ. ບາງ​ກວ່າ ໂນ້​ຕບຸ໊​ກ Adamo ຂອງ Dell ທີ່ 16.5 ມົມ. ຫລື MacBook Air ສ່ວນ​ທີ່​ໜາ​ສຸດ 19.5 ມົມ.) ແຖມ​ຍັງມີ​ອຸນຫະພູມ​ຂອງ​ຕົວ​ເຄື່ອງ​ຕ່ຳ​ລົງ​ໄດ້​ເຖິງ 50% ອີກ​ດ້ວຍ ສຳລັບ​ແພດ​ຟອລ໌​ມ Canoe Lake ຈະ​ປະກອບ​ດ້ວຍ​ໂພ​ເຊດ​ເຊີລ໌ Intel Pineview Atom ທີ​ມີ​ທັງ​ແບບ single-core (N400) ແລະ dual-core (ຢູ່ໃນ​ລະຫວ່າງ​ການ​ຜະລິດ) ແລະ​ຊິບ​ເຊັດ Tiger Point I/O

ນອກ​ຈາກ​ຈະ​ແນະ​ນຳ ແລະ​ສາ​ທິດ​ແພດ​ຟອລ໌​ມ Canoe Lake ສຳລັບ​ເນັດ​ບຸ໊​ກ​ບາງ​ສຽບ​ແລ້ວ ທາງ​ອິນ​ເທວຍັງ​ໄດ້​ເວົ້າ​ເຖິງ​ຊີ​ພີ​ຍູ Oak Trail ທີ່​ຈະ​ວາ​ງຕະຫລາດ​ຕົ້ນ​ປີ 2011 ໂດຍ​ອະທິບາຍ​ວ່າ ມັນ​ຈະ​ເປັນ​ແພດ​ຟອລ໌​ມ Intel Atom ທີ່​ຢູ່ໃນ​ຮູບ​ແບບ​ຂອງ SoC (System on Chip) ສຳລັບ​ແທັບ​ເລັດ ແລະ​ເນັດ​ບຸ໊​ກ ປະ​ເດັນ​ສຳຄັນ​ຂອງ Oak Trail ກໍ​ຄື ມັນ​ຈະ​ລຸດ​ການ​ໃຊ້​ພະລັງ​ງານ​ໂດຍ​ສະເລີ່ຍ​ລົງ​ເຖິງ 50% ໃນ​ຂະນະ​ທີ່​ສະໜັບສະໜູນ​ການ​ຫລິ້ນ​ວິ​ດີ​ໂອ​ຟູນ​ໄຮ​ເດ​ຟຯ​ໄດ້​ຢ່າງ​ສົມບູນ​ແບບ ນອກ​ຈາກ​ນີ້​ຍັງ​ຮອງ​ຮັບ​ການເຮັດວຽກ​ຮ່ວມ​ກັບ​ໂອ​ເອດ​ຕ່າງໆ ຢ່າງ MeeGo, Windows ແລະ Chrome OS ການ​ພັດທະນາ​ຊິບ Atom ລຸ້ນ​ໃໝ່​ນີ້​ຈະ​ເປັນ​ການ​ດຳ​ເນີນ​ຕາມ​ແຜນ​ກົນ​ລະຍຸດ Atom Anywhere ຂອງ​ອິນ​ເທວ


Credit:Techtree, Arip.co.th

ລອງອ່ານກ່ຽວກັບ  Intel ບອກວ່າ: ການຖ່າຍໂອນຂໍ້ມູນຄວາມໄວ 50Gbps ຈະມາໃນປີ 2015

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.