ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HP ບອກ “ເຮົາບໍ່ໄດ້ຊື້ Palm ເພາະຢາກເຮັດສະມາດໂຟນ”

ຂ່າວໄອທີ

Mark Hurd ຊີ​ອີ​ໂອ​ຂອງ HP ເວົ້າ​ໃຫ້​ນັກ​ລົງ​ທຸນ​ວ່າ ພວກເຂົາ​ຕັດ​ສິນ​ໃຈ​ຊື້ Palm ບໍ່ແມ່ນ​ເພາະ​ຕ້ອງ​ການ​ລຸຍຕະຫລາດ​ມື​ຖື ແຕ່​ເປັນ​ເພາະ​ພວກເຂົາ​ສົນ​ໃຈ webOS ແລະ​ຕ້ອງ​ການ​ໃຊ້​ມັນ​ເປັນ​ພື້ນ​ຖານ​ໃຫ້​ອຸປະກອນ​ຕ່າງໆ ຂອງ HP ເຊັ່ນ ເຄື່ອງ​ພິມ ຫລື​ແທັບ​ເລັດ​ເຊື່ອມຕໍ່​ກັບ​ອິນ​ເຕີ​ເນັດ​ໄດ້

ພວກເຂົາ​ຍັງ​ເສີມ​ດ້ວຍ​ວ່າ HP ຈະ​ບໍ່​ລົງ​ທຶນ​ກັບ​ສະມາດໂຟນ​ເປັນ​ຫລັກ​ພັນໆ ລ້ານ​ດອນ​ລ່າ ຢ່າງ​ແນ່ນອນ ແຕ່ webOS ຈະ​ກະ​ຈາຍ​ຕົວ​ໄປ​ຢູ່ໃນ​ອຸປະກອນ​ສາລະພັດ​ຊະນິດ​ຂອງ HP ແທນແມ່ນ​ຍຸດທະສາດ​ຂອງ Mark Hurd ຈະ​ເບິ່ງ​ສອດ​ຄ້ອງ​ກັບ​ຈຸດ​ເດັ່ນ​ຂອງ HP ດີ ແຕ່​ການ​ອອກ​ມາ​ບອກວ່າ​ບໍ່​ສົນ​ໃຈ​ຕະ​ຫລາ​ດສະ​ມາດ​ໂຟນ​ເຮັດໃຫ້​ມີ​ຄົນ​ບໍ່​ພໍ​ໃຈ​ຫລາຍ ລ່າ​ສຸດ​ທາງ HP ໄດ້​ອອກ​ຖະແຫລງ​ການ​ມາ​ແກ້​ຂ່າວ​ແລ້ວ​ວ່າ “ສະ​ມາດ​ໂຟນ” ຖື​ເປັນ​ອຸປະກອນ​ຊະນິດ​ໜຶ່ງ​ໃນ​ສິນ​ຄ້າ webOS ທີ່ HP ຈະ​ວາງ​ຂາຍ​ໃນ​ອະນາຄົດ

Credit: Engadget, blognone

ລອງອ່ານກ່ຽວກັບ  ຂ່າວລື Hp-slate windows7 ຈະວາງຕະຫລາດ ຕຸລານີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.