ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HP ຊື້ HyperSpace ບູ໊​ດໂນດ​ບຸ໊​ກ​ພາຍໃນ 10 ວິນາທີ.

ຂ່າວໄອທີ

ຫລັງ​ຈາກ​ເອດ​ພີ (HP) ເຂົ້າ​ຊື້​ກິດຈະການ​ຂອງ​ປາມ (Palm) ເມື່ອ​ຫລາຍ​ເດືອນ​ກ່ອນ ເພື່ອ​ໃຊ້​ຊອຟົຕ໌​ແວລ໌​ລະບົບ​ປະຕິບັດການ WebOS ກັບ​ຜະລິດຕະພັນ​ໃໝ່​ຂອງ​ທາງ​ບໍລິສັດ ລ່າ​ສຸດ​ມີ​ລາຍ​ງານ​ວ່າ ເອດ​ພີ​ໄດ້​ຊື້ HyperSpace ຊອຟົຕ໌​ແວລ໌​ທີ່​ພັດທະນາ​ໂດຍ​ຟິ​ນິກສ໌ ເທກ​ໂນ​ໂລ​ຍີ (Phoenix Technologies) ດ້ວຍ​ເມັດ​ເງີນ 12 ລ້ານ​ຫລຽນຯ

HyperSpace ເປັນ​ລະບົບ​ປະຕິບັດ​ການ​ທີ່​ບູ໊​ດ​ໄວ​ຫລາຍ ຊຶ່ງ​ພັດທະນາ​ໂດຍ​ຟິ​ນິກສ໌ ຊື່​ທີ່​ຜູ້​ໃຊ້​ພີ​ຊີ​ຄຸ້ນ​ເຄີຍ​ກັນ​ເປັນ​ຢ່າງ​ດີ ເພາະ​ມັນ​ຄື​ບໍລິສັດ​ດຽວ​ກັນ​ກັບ​ຜູ້​ພັດທະນາ​ໄບ​ອອດ (Bios)  ເຟິລ໌​ມ​ແວລ໌​ທີ​ຢູ່ໃນ​ຄອມພິວເຕີ​ນັ້ນ​ເອງ ສຳລັບ HyperSpace ຈະ​ໃຊ້​ເອັນ​ຈິ້ນ​ຂອງ Linux ເຮັດໃຫ້​ໂນດ​ບຸ໊​ກ​ຂອງ​ຜູ້​ໃຊ້​ສາມາດ​ເປີດ ແລະ​ລັນ​ແອບ​ຕ່າງໆ ຊຶ່ງ​ລວມ​ເຖິງ​ເວັບ​ບຼາວ​ເຊີລ໌ ແລະ​ສະ​ໄກປ໌​ໄດ້​ພາຍ​ໃນ 10 ວິ​ນາ​ທີພາຍຫລັງ​ຈາກ​ກົດ​ປຸ່ມ Power ໂດຍ​ບໍ່​ຕ້ອງ​ຖ້າບູ໊ດ Windows ອີກ​ຕໍ່ໄປ

ຢ່າງໃດ​ກໍ​ຕາມ ງານ​ນີ້​ຖື​ວ່າ​ເອດ​ພີ​ໃຊ້​ເງີນ​ຫນ້ອຍ​ຫລາຍ​ໃນ​ການ​ຊື້ HyperSpace ເມື່ອ​ທຽບກັບ 1.2 ພັນ​ລ້ານ​ຫລຽນຯ​ສຳລັບ​ການ​ຊື້ Palm ຊຶ່ງ​ໃນ​ຂະນະ​ທີ່ Palm WebOS ຈະ​ເປັນ​ໂອ​ເອດ​ອະນາຄົດ​ຂອງ​ຜະລິດຕະພັນ​ຕ່າງໆ ຢ່າງ ສະມາດໂຟນ ແທັບ​ເລັດ ແລະ​ອາດ​ລວມ​ເຖິງ​ເຄື່ອງ​ພິມ​ທີ່​ຕໍ່​ເວັບ​ໄດ້ HyperSpace ກໍ​ໜ້າ​ຈະ​ຢູ່ໃນ​ຄອມພິວເຕີ​ລຸ້ນ​ໃໝ່​ໆ ທັງ​ເດດກ໌​ທອບ ໂນ້​ດ​ບຸ໊​ກ ແລະ​ເນັດ​ບຸ໊​ກຂອງ​ເອດ​ພີ ເພື່ອ​ໃຫ້​ຜູ້​ໃຊ້​ໄດ້​ປະສົບການ​ໃນ​ການ​ໃຊ້​ຄອມພິວເຕີ​ແບບ​ເປີດ​ປຸ໊​ບຕິດ​ປັບບໍ່ຕ້ອງຖ້າບູ໊ດ Windows ແຕ່​ປະ​ເດັນ​ທີ່​ໜ້າ​ແປກ​ໃຈ​ກໍ​ຄື HP Mini 210 ເປັນ​ເນັດ​ບຸ໊ກ​ທີ່​ມາ​ພ້ອມ​ກັບ​ຄວາມ​ສາມາດ​ໃນ​ບູ໊ດໄວໂດຍ​ໃຊ້​ຊອ​ຟົຕ໌​ແວລ໌ Splashtop ຂອງ DeviceVM ຊຶ່ງ​ເປັນ​ຄູ່​ແຂ່ງ​ຂອງ HyperSpace ເມື່ອ​ເປັນ​ເຊັ່ນ​ນີ້ HP ຈະ​ຍັງ​ຄົງ​ໃຊ້ Splashtop ຕໍ່ໄປ ຫລື​ບໍ່? ໃນ​ຂະນະ​ດຽວ​ບໍລິສັດ​ຜູ້​ຜະລິດ​ຄອມພິວເຕີ​ລາຍ​ອື່ນໆ ທີ່​ໃຊ້ HyperSpace ຈະ​ຍັງ​ຄົງ​ໃຊ້​ຕໍ່ໄປ ຫລື​ບໍ່? ເພາະ​ຕ້ອງ​ຈ່າຍ​ຄ່າ​ລິຂະສິດ​ໃຫ້​ກັບ HP ເກມ​ການ​ແຂ່ງ​ຂັນ​ໃນ​ຕະ​ຫລາດ​ພີ​ຊີ​ດຸ​ເດືອດ ແລະ​ຊັບ​ຊ້ອນຫລາຍ

ຂໍ້ມູນຈາກ: ubergizmo,Arip.co.th

ລອງອ່ານກ່ຽວກັບ  ກູເກີ້ນເຮັດຄລິບເເນະນໍາ Chrome Extensions

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.