ເລື່ອງລາວຂອງ TECH, STARTUP, ແລະ DIGITAL

DoubleTwist ຫລືວ່າ iTunes ສຳລັບ​ແອ​ນດ​ລອຍດ໌

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ກູ​ເກີ້ນ (Google) ຍັງ​ຄົງ​ເດີນໜ້າ​ຕໍ່​ກອນ​ກັບ​ແອບ​ເປີ້ນ (Apple) ຍັງ​ບໍ່​ລຸດ​ລະ ຫລັງ​ຈາກ​ເປີດ​ສຶກ​ກັບ​ໄອ​ໂຟນ (iPhone) ດ້ວຍ​ສະ​ມາດໂຟນ​ແອ​ນດ​ລອຍດ໌ (Android) ໄປ​ແລ້ວ ມື້ວານ​ນີ້​ກູ​ເກີ້ນ​ໄດ້​ເປີດ​ຕົວ​ບໍລິການ​ທີ່​ມີ​ຊື່​ວ່າ Google music ໜຶ່ງ​ໃນ​ບໍລິການ​ເທິງ​ແອບຯ​ແອ​ນດ​ລອຍດ໌​ທີ່​ເປີດ​ໃຫ້​ດາວ​ໂຫລດ​ຟຣີ ຊື່​ວ່າ DoubleTwist ເພື່ອ​ໃຫ້​ບໍລິການ​ດາວໂຫລດ ແລະ​ຊິງຄ໌​ມີ​ເດຍ​ເທິງ​ແອ​ນດ​ລອຍດ໌​ໂຟນ ງານ​ນີ້​ຕຳ Apple iTunes ເຕັມໆ

ຫລັງ​ຈາກ​ເວັບ​ໄຊຕ໌ TechCrunch ໄດ້​ເປີດ​ເຜີຍ ແລະ​ໂພສໂລ​ໂກ້​ບໍລິການ​ໃໝ່​ຂອງ​ກູ​ເກີ້ນ​ທີ່​ມີ​ຊື່​ວ່າ Google Music (ກູ​ເກີ້ນ ມິວ​ສິກ) ພ້ອມ​ທັງ​ຄາດ​ການວ່າ ໜ້າ​ຈະ​ມີ​ຄວາມ​ພະຍາຍາມ​ໃນ​ການ​ເຂົ້າ​ສູ່​ທຸລະກິດ​ຂາຍ​ເພງ​ດິ​ຈິ​ຕອນ​ຂອງ​ ເ​ສິດຍັກໃຫຍ່​ລາຍນີ້ ລ່າ​ສຸດ​ຂ່າວ​ດັ່ງ​ກ່າວ​ບໍ່​ໄດ້​ເປັນພຽງ​ການ​ຄາດ​ເດົາ​ອີກ​ຕໍ່ໄປ​ແລ້ວ ອີກ​ທັງ​ມັນ​ຍັງ​ໝາຍ​ເຖິງ ສົງຄາມ​ຂອງ​ທັງ​ສອງ​ບໍລິສັດ​ໄດ້​ທະ​ວີ​ຄວາມ​ຮຸນແຮງ​ຫລາຍ​ຂຶ້ນ​ໄປ​ອີກ​ລະ​ດັບ​ໜຶ່ງ​ດ້ວຍ ແຕ່​ທັງ​ນີ້​ທັງ​ນີ້​ຜູ້​ໄດ້​ປະໂຫຍດ​ຈາກ​ແຂ່ງ​ຂັນ​ນີ້​ໄປ​ເຕັມໆ ກໍ​ຄື ຜູ້​ບໍລິໂພກ​ນັ້ນ​ເອງ

Google Music ເປັນ​ໜຶ່ງ​ໃນ​ບໍລິການ​ທີ່​ຢູ່ໃນ DoubleTwist ແອບ​ພິ​ເຄ​ຊັນ​ເທິງ​ເດດກ໌​ທອບ​ທີ​ເຮັດ​ຫນ້າທີ່​ເຊື່ອມ​ໂຍງ​ບໍລິການ​ມີ​ເດຍ​ຕ່າງໆ ຂອງ​ກູ​ເກີ້ນ ແລະ​ພັນ​ທະ​ມິດ ບໍ່​ວ່າຈະ​ເປັນ​ເບິ່ງ​ໜັງ ຟັງ​ເພງ ເບິງຮູບ​ຖ່າຍ ຫລື​ອ່ານ​ອີ​ບຸ໊​ກ ໂດຍ​ມາ​ພ້ອມ​ກັບ​ຟ​ລອນຕ໌​ເອັນສຳລັບ​ການ​ເຂົ້າ​ເຖິງ Android Market ດ້ວຍ ຜູ້​ໃຊ້​ອຸປະກອນ​ແອ​ນດ​ລອຍດ໌​ສາມາດ​ບໍລິໂພກ​ສື່​ຕ່າງໆ ໄດ້​ຢ່າງ​ງ່າຍ​ດາຍ ນອກ​ຈາກ​ນີ້​ມັນ​ສາມາດ​ແຊລ໌​ພາບ​ຖ່າຍ ແລະ​ວິ​ດີ​ໂອ​ໄປ​ໃຫ້​ເພື່ອນ​ໆ ຕະຫລອດ​ຈົນ​ຊິງຄ໌​ກັບ​ມີ​ເດຍ​ໄລ​ບຼາ​ລີ່​ ກັບ​ອຸປະກອນພົກ​ພາ​ຕ່າງໆ ໄດ້​ຫລາກ​ຫລາຍ​ບໍ່​ວ່າ​ຈະ​ເປັນ Droid, Palm Pre, BlackBerry ຕະຫລອດ​ຈົນ PSP ຕົວ​ແອບ​ພິ​ເຄ​ຊັນ​ຍັງ​ສາມາດ​ແປງ​ວິ​ດີ​ໂອ​ຟອລ໌​ແມດ​ຕ່າງໆ ໃຫ້​ສາມາດ​ຫລິ້ນ​ເທິງ​ອຸປະກອນ​ໄດ້​ອີກ​ຕ່າງ​ຫາກ DoubleTwist ຍັງມີ​ເວີລ໌​ຊັນ​ທີ່​ໃຊ້​ສຳລັບ​ຫລິ້ນ​ມີ​ເດຍ​ເທິງ​ແອ​ນດ​ລ໌ອຍ​ໂຟນ​ອີກ​ດ້ວຍ TechCrunch ເອີ້ນ DoubleTwist ວ່າ ມັນ​ກໍ​ຄື iTunes for Android ນັ້ນ​ເອງ

ກູ​ເກີ້ນ​ໄດ້​ສາ​ທິດ​ບໍລິການ​ດາວ​ໂຫລດ ເພງ​ເຂົ້າ​ສູ່​ມື​ຖື ແລະ​ອຸປະກອນ​ໂມ​ບາຍ​ໄດ້​ໂດຍ​ກົງ (over-the-air musice service) ທີ​ໃນ​ງານ​ປະ​ຊຸມ Google I/O ເມື່ອ​ເດືອນ​ທີ່​ຜ່ານມາ ໂດຍ​ວິສະວະກອນຜູ້​ສາ​ທິດ​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ວິທີ​ການ​ສັ່ງ​ຊື້​ເພງ​ຜ່ານ​ໜ້າ​ເວັບ Android Market ເຂົ້າໄປ​ໃນ​ສະ​ມາດ​ໂຟນ​ແອ​ນດ​ລອຍດ໌​ຜ່ານ​ເຄືອ​ຂ່າຍ 3G ໄດ້​ພາຍ​ໃນ​ອຶດ​ໃຈ ເຫດຜົນ​ທີ່​ເຮັດໃຫ້​ກູ​ເກີ້ນ​ສາມາດ​ເປີດ​ບໍລິການ​ນີ້​ໄດ້​ຄ່ອນ​ຂ້າງ​ວ່ອງໄວ ກໍ​ເນື່ອງ​ຈາກ​ທາງ​ບໍລິສັດ​ໄດ້​ເຂົ້າ​ຊື້​ກິດຈະການ​ຂອງ Simplify Media (ກ່ອນ​ໜ້າ​ນີ້​ຊື່ iPhone App) ຊຶ່ງ​ເຮັດໃຫ້​ກູ​ເກີ້ນ​ມີ​ເພງ​ຕ່າງໆ ທີ່​ບໍ່​ຕິດ DRM ທັງ​ໝົດ​ໄວ້​ໃຫ້​ບໍລິການ​ເທິງ​ອຸປະກອນ Android ນັ້ນ​ເອງ ຢ່າງໃດ​ກໍ​ດີ ເບິ່ງຄືວ່າ ແອບ​ເປີ້ນ​ເອງ​ກໍ​ຈະ​ມີ​ແຜນ​ການ​ໃຫ້​ບໍລິການ​ທີ່​ຄ້າຍ​ກັນ​ນີ້​ກັບ​ລູກ​ຄ້າ iTunes ໂດຍ​ຈະ​ປະ​ກາດໃນງານ WWDC ທີ່​ຈະ​ຈັດ​ໃຫ້​ມີ​ຂຶ້ນ​ໃນ​ວັນທີ່ 28 ມິ​ຖຸ​ນາ ​ນີ້

Credit: iw, Arip.co.th

ລອງອ່ານກ່ຽວກັບ  Android OS ຈະ​ມີ​ຍອດ​ຜູ້​ໃຊ້​ຫລາຍກວ່າ iOS ຂອງ Apple ໃນ​ປີ 2012

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.