ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກູ​ເກີ້ນ​ຍົກ​ເຄື່ອງ index ຄົ້ນ​ໄວ​ຂໍ້​ມູນ​ໃໝ່​ຂຶ້ນ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ກູ​ເກີ້ນ (Google) ປະ​ກາດ​ປ່ຽນ​ລະບົບ​ການເຮັດ​ດັດ​ນີ (index) ຂອງ​ ເສິດ ເປັນ​ລະບົບ​ໃໝ່ ຊຶ່ງ​ທາງ​ບໍລິສັດ​ອ້າງ​ວ່າ ມັນ​ເຮັດວຽກ​ໄດ້​ໄວ​ກວ່າ​ເທກ​ໂນ​ໂລ​ຍີ​ທີ່​ໃຊ້​ກ່ອນ​ໜ້າ​ນີ້ ແລະ​ເຮັດໃຫ້​ຜູ້​ໃຊ້​ໄດ້​ຜົນ​ລັບຂອງ​ການ​ຄົ້ນ​ຂໍ້​ມູນ​ທີ່​ສົດ​ໃໝ່​ກວ່າ​ ເກົ່າເຖິງ 50%

ກູ​ເກີ້ນ​ປະ​ກາດ​ເມື່ອ​ເດືອນ​ສິງ​ຫາ​ຄົມ​ປີ​ທີ່​ແລ້ວ ວ່າ ທາງ​ບໍລິສັດ​ໄດ້​ຍົກ​ເຄື່ອງ​ເທກ​ໂນ​ໂລ​ຍີ​ການ​ຄົ້ນ​ຫາ​ໃໝ່ ໂດຍ​ໃຫ້​ຊື່​ວ່າ “Caffeine” ໂດ​ຍສະ​ຖາ​ປັດ​ຕະຍະ​ກຳ​ດັ່ງ​ກ່າວ​ໄດ້​ຖືກ​ແນະ​ນຳ​ຫລັງ​ຈາກ​ໄມ​ໂຄ​ຊອຟົທ໌​ ຍົກລະດັບ​ຂອງ​ສົງຄາມ​ ເ​ສິດ ​ດ້ວຍ​ການ​ເພີ່ມ​ສັກ​ຍະ​ພາບ​ການ​ຄົ້ນ​ໃຫ້​ກັບ Bing ດ້ວຍ​ການ​ຮ່ວມ​ມື​ກັບ Yahoo ຊຶ່ງ​ເປັນ​ ເສິດເອັນ​ຈິ້ນ​ອັນ​ດັບ​ສອງ​ຂອງ​ໂລກ ກູ​ເກີ້ນ​ກ່າວ​ເມື່ອ​ວັນພຸດ​ທີ່​ຜ່ານມາ​ວ່າ Caffeine ຈະ​ເຮັດໃຫ້​ຜູ້​ໃຊ້​ໄດ້​ພົບ​ກັບ​ປະສົບການ​ການ​ຄົ້ນ​ທີ​ເຮັດໃຫ້​ໄດ້​ຜົນ​ ລັບທີ່​ທັນ​ສະໄໝ​ກວ່າ ແລະ​ມີ​ຄວາມ​ສຳພັນ​ຂອງ​ຂໍ້​ມູນ​ທີ່​ຫລາຍ​ຂຶ້ນ ອັນ​ເປັນ​ຜົນ​ຈາກ​ການ​ເຕີບໂຕ​ທີ່​ວ່ອງໄວ​ຂອງ​ເວັບ

ເພື່ອ​ ໃຫ້​ເຂົ້າໃຈ ການເຮັດວຽກ​ຂອງ Caffeine ກ່ອນ​ອື່ນ​ທ່ານຜູ້​ອ່ານ​ຕ້ອງ​ຮູ້​ຂໍ້​ເທັດ​ຈິງ​ພື້ນ​ຖານ​ກ່ອນ​ວ່າ ກູ​ເກີ້ນ​ບໍ່​ໄດ້​ຄົ້ນ​ຫາ​ທັງ​ເວັບ ເພື່ອ​ຕອບ​ສິ່ງ​ທີ່​ຜູ້​ໃຊ້​ສືບ​ຄົ້ນ (queries) ແຕ່​ມັນ​ໃຊ້​ການເຮັດ​ດັດ​ນີ (index) ຂອງ​ເວັບ ຄຸນນະພາບ​ຂອງ​ຜົນ​ລັບຈຶ່ງ​ຂຶ້ນ​ຢູ່​ກັບ​ວິທີ​ ທີ່ເສິດເອັນ​ຈິ້ນ​ຮັກສາ​ຄວາມ​ສົດ​ໃໝ່​ຂອງ ດັດ​ນີ​ຖານ​ຂໍ້​ມູນ​ເວັບ​ທີ່​ເຮັດ​ຂຶ້ນ ພາຍໃຕ້​ລະບົບ​ເດີມ ກູ​ເກີ້ນ​ຈະ​ໃຊ້​ບອດ (ໂປ​ແກມ​ຂະໜາດ​ນ້ອຍ) ໄຕ່​ໄປ​ທົ່ວ​ທັງ​ເວັບ ເພື່ອ​ອັບ​ເດດ​ໜ້າ​ເວັບ​ຕ່າງໆ ເປັນ​ຊຸດ​ໃຫຍ່​ເຂົ້າໄປ​ເຮັດ​ເປັນ index ໂດຍ​ການ​ອັບ​ເດດ​ເວັບ​ແຕ່​ລະ​ໜ້າ​ເຂົ້າໄປ​ໃນ​ໜ້າ​ຜົນ​ລັບຈະ​ບໍ່​ເກີດ​ຂຶ້ນ​ ຈົນ​ກວ່າ​ການ ເກັບ​ຂໍ້​ມູນ​ຂະໜາດ​ໃຫຍ່​ໃນ​ຂັ້ນ​ຕອນທຳອິດຈະ​ສຳເລັດ​ ຊຶ່ງ​ນັ້ນ​ໝາຍ​ຄວາມ​ ວ່າ ມັນ​ຈະ​ເກີດ​ການ​ໜ່ວງ​ເວລາ​ລະຫວ່າງ​ເວລາ​ທີ່​ກູ​ເກີ້ນ​ໄດ້​ພົບ ຫລື​ອັບ​ເດດ​ໜ້າ​ເວັບ​ໜຶ່ງ​ໆ ກັບ​ການເຮັດໃຫ້​ມັນ​ໄປ​ໂຜ່​ໃນ​ໜ້າ​ຜົນ​ລັບທີ່​ຜູ້​ໃຊ້​ສືບ​ຄົ້ນ​ໄດ້

ແຕ່ ດ້ວຍ​ລະບົບ​ການເຮັດ index ແບບ​ໃໝ່ ກູ​ເກີ້ນ​ຈະ​ສົ່ງ​ບອດ​ໃຫ້​ໄປ​ໄຕ່​ຕາມ​ເວັບ​ຕ່າງໆ ດ້ວຍ​ຂະໜາດ​ຂອງ​ງານ​ທີ່​ນ້ອຍ​ລົງ​ກວ່າ​ເດີມ ໃນ​ຂະນະ​ດຽວ​ກັນ​ກໍ​ຈະ​ມີ​ການ​ ອັບ​ເດດ index ຢ່າງ​ຕໍ່​ເນື່ອງ “ເມື່ອ​ເຮົາ​ພົບ​ໜ້າ​ເວັບ​ໃໝ່​ໆ ຫລື​ຂໍ້​ມູນ​ຂ່າວ​ສານ​ໃໝ່​ເທິງ​ໜ້າ​ເວັບ​ທີ່​ມີ​ຢູ່​ເທິງ​ເນັດ ເຮົາ​ສາມາດ​ເພີ່ມ​ຂໍ້​ມູນ​ໃໝ່​ເຫລົ່າ​ນີ້​ເຂົ້າໄປ​ໃນ index ໄດ້​ໂດຍ​ກົງ” Carrie Grimes ວິ​ສະວະກອນ​ກູ​ເກີ້ນ ໂພດຕ໌​ໄວ້​ໃນບລັອກ​ຂອງ​ບໍລິສັດ Caffeine ສາມາດ​ວິ​ເຄາະ​ເວັບ​ເພດ​ໄດ້​ຫລາຍ​ແສນ​ໜ້າ​ຕໍ່​ວິ​ນາ​ທີ ໂດຍ​ຈະ​ເຮັດວຽກ​ຄູ່​ຂະ​ໜານ​ໄປ​ກັບ​ການ​ເພີ່ມ​ຂໍ້​ມູນ​ຂ່າວ​ສານ​ໃໝ່​ນັ້ນ​ ເຂົ້າໄປ​ໃນ index ດ້ວຍ​ອັດຕາ​ການ​ເຕີບໂຕ​ຫລາຍ​ແສນ​ກິ​ກກະໄບຕ໌​ຕໍ່​ມື້ ຊຶ່ງ​ທາງ​ກູ​ເກີ້ນ​ເປີດ​ເຜີຍ​ວ່າ ຂະນະ​ນີ້ Caffeine ໃຊ້​ສະ​ຕໍ​ເລດ​ໃນ​ການ​ເກັບ index ເກືອບ​ຈະ 100 ລ້ານ​ກິ​ກກະໄບຕ໌​ເຂົ້າໄປ​ແລ້ວ

ຂໍ້​ມູນ ຈາກ: dvice, Arip.co.th

ລອງອ່ານກ່ຽວກັບ  Samsung ເປີດໂຕໂທລະທັດ 3ມິຕິ D6400 ແລະ D6500 ໃນເກົາຫລີໃຕ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.