ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ປ່ຽນ​ແບກ​ກຼາວ Google ໄດ້​ແລ້ວ!

ຂ່າວໄອທີ

ຂ່າວ​ລ່າ​ສຸດ ກູ​ເກີ້ນ (Google) ເພີ່ມ​ຄຸນສົມບັດ​ໃໝ່​ຂອງ​ບໍລິການ ໂດຍ​ເປີດ​ໂອ​ກາດ​ໃຫ້​ຜູ້​ໃຊ້​ສາມາດ​ອັບ​ໂຫລດ​ພາບ​ທີ່​ມັກ​ໄປ​ໃສ່​ເປັນ​ແບກ​ກຼາວຂອງ​ໜ້າ ຫລັກ​ທີ​ໃຫ້​ບໍລິການ Google.com ແທນ​ພື້ນ​ຂາວ​ຂອງ​ໜ້າ​ຈໍ​ໄດ້​ຢ່າງ​ງ່າຍ​ດາຍ ໂດຍ​ພາບ​ແບກ​ກຼາວ​ທີ່​ເພີ່ມ​ເຂົ້າໄປ​ນັ້ນ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ເວລາ​ໃນ​ການ​ໂຫລດ​ຂອງ​ໜ້າ ເວັບ​ແຕ່​ຢ່າງ​ໃດ ງານ​ນີ້​ເບິງຄືທາງ​ບໍລິສັດ​ພະຍາຍາມ​ຈະ​ບອກວ່າ Bing ເຮັດ​ໄດ້ Google ກໍ​ເຮັດ​ໄດ້

ຄຸນສົມບັດ​ໃໝ່​ທີ​ວ່າ​ນີ້​ກຳ​ລັງ​ເລີ່ມ​ໃຫ້​ບໍລິການ​ເປັນ​ສຸ່ມ ກັບ​ກຸ່ມ​ຜູ້​ໃຊ້​ໃນ​ປະເທດ​ຕ່າງໆ ໂດຍ​ຜູ້​ໃຊ້​ທີ​ໄດ້ຮັບ​ສິດ​ຈະ​ສາມາດ​ອັບ​ໂຫລດ​ພາບ​ຕ່າງໆ ຂອງ​ຕົນ ຫລື​ໃຊ້​ພາບ​ທີ່​ເຜີຍແຜ່ ແລະ​ແຊລ໌​ໃຫ້​ໃຊ້​ກັນ​ເທິງ​ເວັບ​ໄຊຕ໌​ຢ່າງ Picasa ຂອງ Google ກໍ​ໄດ້ ຊຶ່ງ​ການ​ປ່ຽນ​ແບກ​ກຼາວ​ໄດ້​ຂອງ Google.com ເທື່ອ​ນີ້ ຊັດເຈນ​ວ່າ ເປັນ​ການ​ໂຕ້​ຕອບ​ກັບ Bing  ເ​ສິດ​ເອັນ​ຈິ້ນ​ຂອງ​ໄມ​ໂຄ​ຊອ​ຟົທ໌​ທີ່​ມາ​ພ້ອມ​ກັບ​ພາບ​ແບກ​ກຼາວ​ສວຍງາມ ຕັ້ງ​ແຕ່​ມື້​ທຳອິດ​ທີ່​ເປີດ​ຕົວ ປະຈຸບັນ Bing ກຳ​ລັງ​ມີ​ອັດຕາ​ການ​ເຕີບໂຕ​ຂອງ​ຜູ້​ໃຊ້​ຢ່າງ​ຕໍ່​ເນື່ອງ ງານ​ນີ້​ຈຶ່ງ​ເປັນ​ແຜ​ນສະ​ກັດ​ດາວ​ລຸ່ງ​ດ້ວຍ​ການ​ອອກ​ແຮງ​ພຽງ​ຫນ້ອຍ​ດຽວ​ເທົ່າ​ນັ້ນ

ທາງ​ກູ​ເກີ້ນ​ຢືນຢັນ​ວ່າ ແມ່ນ​ຈະ​ມີ​ແບກ​ກຼາວ​ເທິງ​ໜ້າ​ເວັບ google.com ແຕ່​ມັນ​ກໍ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ເວລາ​ທີ່​ໃຊ້​ໃນ​ການ​ໂຫລດ​ເວັບ​ໄຊຕ໌​ຢ່າງ​ແນ່ນອນ “ບໍ່ວ່າ​ຈະ​ມີ ຫລື​ບໍ່​ມີ​ພາບ​ແບກ​ກຼາວກໍ​ຕາມ ສ່ວນ​ຂອງ​ການ​ໃຊ້​ງານ​ ເສິດ​ຂອງ Google ກໍ​ຈະ​ສະແດງ​ຜົນ​ຢ່າງ​ວ່ອງໄວ​ເຊັ່ນ​ເດີມ ໂດຍ​ຜູ້​ໃຊ້​ບໍລິການ​ແທບ​ຈະ​ບໍ່​ຮູ້ສຶກ​ຕ່າງ​ຈາກ​ເດີມ​ແຕ່​ຢ່າງ​ໃດ” ຕົວ​ແທນ​ກູ​ເກີ້ນ​ກ່າວ “ສາ​ເຫດ​ທີ​ເຮັດ​ໄດ້​ກໍ​ຄື ເຮົາ​ໃຊ້​ວິທີ​ໃຫ້​ໂຫລດ​ພາບ​ພາຍ​ຫລັງ​ຈາກ​ໂຫລດ​ສ່ວນ​ໃຫ້​ບໍລິການ​ຄົ້ນ​ຫາ​ຮຽບຮ້ອຍ​ແລ້ວ ຈາກ​ນັ້ນ​ພາບ​ທີ່​ໂຫລດ​ຈະ​ຢູ່ໃນ​ແຄສຂອງບຼາວ​ເຊີລ໌ ຊຶ່ງ​ຈະ​ສະແດງ​ທັນ​ທີ​ທີ່​ໃຊ້​ງານ​ກູ​ເກີ້ນ​ໃນ​ເທື່ອ​ຕໍ່ໄປ ທັງ​ນີ້​ຜູ້​ໃຊ້​ສາມາດ​ໃຊ້​ງານ​ ເສິດ ໄດ້​ທັນ​ທີ ໂດຍ​ບໍ່​ຕ້ອງ​ລໍ​ໃຫ້​ໂຫລດ​ພາບ​ສຳເລັດ​ແຕ່​ຢ່າງ​ໃດ”

ສຳລັບ​ການ​ໃຊ້​ງານ​ໃຫ້​ຄິກ​ທີ່​ລິງ ມຸມ​ລຸມ​ເບື້ອງຊ້າຍ​ທີ່​ຂຽນ​ວ່າ “Change background Image”

ຂໍ້​ມູນ ຈາກ: Googleblog, Arip.co.th

ລອງອ່ານກ່ຽວກັບ  ສະຫລຸບ ງານ "Back to the Mac" ຂອງ Apple

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.