ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Goggles ເວີລ໌​ຊັນ​ເທິງ iPhone ກຳ​ລັງ​ຈະ​ມາ

ຂ່າວໄອທີ

ລະຫວ່າງ​ງານ Augmented Reality Event ໃນ​ California  Shaelesh Nalawadi ຜູ້​ຈັດການ​ໂຄງ​ການ​ຂອງ​ກູ​ເກີ້ນ (Google) ບອກ​ກັບ​ຜູ້​ຟັງ​ວ່າ Google Goggles ເວີລ໌​ຊັນ​ເທິງ​ໄອ​ໂຟນ (iPhone) ກຳ​ລັງ​ຈະ​ອອກ​ມາ​ໃຫ້​ດາວ​ໂຫລດ​ໄປ​ໃຊ້​ກັນ​ໃນ​ໄວ​ໆ ນີ້ ສ່ວນ API ຂອງ​ແອບ​ພິ​ເຄ​ຊັນ​ກໍ​ຈະ​ເຜີຍແຜ່​ໃຫ້​ນັກ​ພັດທະນາ​ໄດ້​ນຳ​ໄປ​ໃຊ້​ໃນ​ຊ່ວງ​ປາຍ​ປີ​ນີ້

ກູ​ເກີ້ນ (Google) ໄດ້​ຢືນຢັນ​ມື້​ນີ້​ວ່າ Goggles ແອບ​ພິ​ເຄ​ຊັນ​ທີ່​ສາມາດ​ຮູ້​ຈື່​ຮູບ​ພາບ (image recognition app) ສິ່ງ​ຕ່າງໆ ໄດ້​ຢ່າງ​ດີ​ຢ້ຽມ​ກຳ​ລັງ​ຈະ​ມີ​ເວີລ໌​ຊັນ​ເທິງ​ໄອ​ໂຟນ​ອອກ​ມາ​ໃນ​ໄວ​ໆ ນີ້​ແລ້ວ ຈາກ​ແຕ່​ເດີມ​ຈະ​ມີ​ສະເພາະ​ເວີລ໌​ຊັນ​ແອ​ນດ​ລອຍດ໌ (Android) ເທົ່າ​ນັ້ນ ໂດຍ​ການ​ໃຊ້​ງານ​ຜູ້​ໃຊ້​ພຽງ​ແຕ່ໃຊ້​ກ້ອງ​ເທິງ​ໄອ​ໂຟນ​ຖ່າຍ​ຮູບ​ຂອງ​ວັດ​ຖຸ ຫນັງສື ເມ​ນູ​ອາຫານ ສະຖານ​ທີ່ ງານ​ສິລະປະ​ ບາລ໌​ໂຄ້​ດແລະອື່ນໆ ຫລັງ​ຈາກ​ນັ້ນ​​ແອບ​ພິ​ເຄ​ຊັນ​ຈະ​ຄົ້ນ​ຫາ ແລະ​ລວບລວມ​ຂໍ້​ມູນ​ເທິງ​ເນັດ​ທີ່​ກ່ຽວ​ຂ້ອງ​ກັບ​ຜະລິດຕະພັນ​ທີ່​ຄືກັບ​ສິ່ງ​ທີ່​ທ່ານໄດ້ ຖ່າຍ​ໄວ້ ລວມ​ເຖິງ​ແປ​ຂໍ້ຄວາມ​ພາສາ​ຕ່າງໆ ທີ່​ປາກົດ​ໃນ​ພາບ​ໃຫ້ເປັນ​ພາສາ​ຕາມ​ທີ່​ທ່ານຕ້ອງ​ການ​ໄດ້​ອີກ​ດ້ວຍ

ປະຈຸບັນ Goggles ຈະ​ມີ​ຢູ່ໃນ​ລະບົບ​ປະຕິບັດ​ການ Android 1.6 ຂຶ້ນ​ໄປ ຢ່າງໃດ​ກໍ​ຕາມ ຜູ້​ໃຊ້​ໄອ​ໂຟນ​ສ່ວນ​ໃຫຍ່​ຈະ​ຄຸ້ນ​ເຄີຍ​ກັບ​ແອບຯ​ຊື່​ວ່າ oMoby ທີ່​ມີ​ຟັງກ໌​ຊັນ​ການເຮັດວຽກ​ຄ້າຍ​ກັນ ພຽງ​ແຕ່​ມັນ​ຈະ​ເຮັດວຽກ​ຄ່ອນ​ຂ້າງ​ຊ້າ ແລະ​ບໍ່​ຄ່ອຍ​ຖືກ​ຕ້ອງ​ປານໃດ ເມື່ອ​ໄວໆນີ້ Google ຫາກໍ່​ຈະ​ອັບ​ເດດ​ການເຮັດວຽກງານ​ຂອງ Goggles ໃຫ້​ສາມາດ​ຮູ້​ຈຳ​ຕົວ​ອັກສອນ​ທີ່​ປາກົດ​ໃນ​ຂໍ້ຄວາມ​ທີ່​ຢູ່ໃນ​ຮູບ​ຖ່າຍ ແລະ​ແປ​ອອກ​ມາ​ໄດ້ ຢ່າງໃດ​ກໍ​ຕາມ ການເຮັດວຽກ​ຂອງ​ມັນ​ຍັງ​ບໍ່​ສົມບູນ​ປານໃດ ສຳລັບ​ທ່ານຜູ້​ອ່ານ​ທີ່​ສົນ​ໃຈ​ສາມາດ​ອ່ານ​ລາຍ​ລະອຽດ​ເພິ່ມເຕິມ​ໄດ້​ທີ່ http://www.google.com/mobile/goggles/#text

Credit: readwriteweb, Arip.co.th

ລອງອ່ານກ່ຽວກັບ  google ອັບເດດບໍລິການຄົ້ນຫາຮູບພາບ ພ້ອມກັບໂຄສະນາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.