ເລື່ອງລາວຂອງ TECH, STARTUP, ແລະ DIGITAL

BlackBerry 9670 ຈໍ​ໃຫຍ່​ດີ​ໄຊນ໌”ຝາ​ພັບ”

ຂ່າວໄອທີ, ໂທລະສັບ

ຫລັງ​ຈາກ​ທີ່​ມີ​ການ​ເປີດ​ເຜີຍ​ພາບ​ຂອງ BlackBerry 9670 ທີ່​ມີ​ດີ​ໄຊນ໌​ບໍ່​ຄືລຸ້ນ​ກ່ອນ​ໜ້າ​ນີ້ ບ່ອນ​ທີ່​ມັນ​ອອກ​ແບບ​ເປັນ”ຝາ​ພັບ”ຈໍ​ໃຫຍ່​ທັງ​ໃນ​ແລະ​ນອກ ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ BlackBerry OS 6 ລ່າ​ສຸດ​ໄດ້​ມີ​ການ​ປ່ອຍ​ຄິບ​ວິ​ດີ​ໂອ​ຂອງ​ແບຼັກ​ເບີ​ລີ່​ລຸ້ນ​ດັ່ງ​ກ່າວ​ອອກ​ມາ​ໃຫ້​ໄດ້​ເຫັນ​ລາຍລະອຽດ​ກັນ​ຫລາຍ​ຂຶ້ນ​ແລ້ວ ເບິ່ງ​ກະ​ທັດ​ລັດ​ໜ້າ​ໃຊ້​ພໍສົມຄວນ

ໃນ​ສ່ວນ​ຂອງ​ລາຍ​ລະອຽດ​ເບື້ອງ​ຕົ້ນ BlackBerry 9670 ຍັງ​ຄົງ​ມາ​ພ້ອມ​ກັບ​ຄີຍ໌​ບອລ໌​ດ QWERTY ສົມບູນ​ແບບ ກ້ອງ 5 ລ້ານ​ພິກ​ເຊນ ໜ້າ​ຈໍ​ສະແດງ​ຜົນ​ດ້ານ​ໃນ​ຝາ​ພັບ​ເຮັດວຽກ​ດ້ວຍ​ລະບົບ​ສຳ​ຜັດ ຄວາມ​ລະອຽດ 480 x 360 ພິກ​ເຊວ ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ 512MB ໃນ​ຂະນະ​ທີ່​ດ້ານ​ໜ້າ​ຝາ​ພັບ​ກໍ​ຈະ​ມີ​ຈໍ​ສະແດງ​ຜົນ​ຂະໜາດ​ໃຫຍ່​ໃຫ້​ດ້ວຍ ກົນ​ໄກ​ຄວບ​ຄຸມ​ເມ​ນູ​ຍັງ​ເປັນ​ແຊກ​ແພດ​ແບບ Optical​ ລະບົບ​ປະຕິບັດ​ການ BlackBerry OS 6.0 ພອລ໌​ຕ microUSB ແລະ​ຊ່ອງ​ໃສ່​ກາດ​ໜ່ວຍ​ຄວາມ​ຈຳ microSD ເຊື່ອມ​ຕໍ່​ຂາດ​ສາຍ Wi-Fi ແລະ Bluetooth ສ່ວນ​ເລື່ອງ​ລາ​ຄາ​ຂອງ​ມັນ​ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ລາຍ​ລະອຽດ​ອອກ​ມາ​ແຕ່​ຢ່າງ​ໃດ ຫວັງ​ວ່າ ຄົງ​ຈະ​ບໍ່​ແພງ​ເກີນ​ໄປ

ຂໍ້ມູນຈາກ: ubergizmo, Arip.co.th

ລອງອ່ານກ່ຽວກັບ  Apple iOS 4.1 ເປີດໃຫ້ອັບເດດກັນແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ອອກມາຫລູ້ນໃດກະມີຫນ້າຕາລະໝ້າຍຄ້າຍກັນ ໃນຄວາມຮູ້ສຶກສ່ວນຕົວກະມັກຢູ່ໂທລະສັບ BlackBerry ເສຍຢ່າງດຽວຄືບໍ່ມີກ້ອງໜ້າ ແມ່ນຢູ່ວ່າມັນອາດຈະບໍ່ສຳຄັນປານໃດ ແຕ່ເມື່ອມາເບິ່ງເລິກລົງໄປ ກ້ອງໜ້າມັນກະຍັງມີຄວາມສຳຄັນຢູ່ດີ. ທຸກຢ່າງໂອເຄດີໝົດຂາດແຕ່ຢ່າງດຽວນີ້ແລະ ຫວັງວ່າຫລຸ້ນໃໝ່ໆທີ່ຈະເປີດໂຕອອກມາໃນປີ 2011 ຄົງຈະມີມາໃຫ້ເຫັນແດ່ຈັກເຄື່ອງ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.