ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Asus Eee Pad ເປີດໂຕແລ້ວໃນງານ Computex

ຂ່າວໄອທີ, ແທັບເລັດ

Computex 2010 ໃນ​ໄຕ້​ຫວັນ​ເລີ່ມ​ຕົ້ນ​ແລ້ວ ໂດຍ​ໃນ​ງານ​ນີ້​ທາງ​ອັດ​ຊຸດ (Asus) ໄດ້​ຖື​ໂອ​ກາດ​ເປີດ​ຕົວ​ຜະລິດຕະພັນ​ພາຍໃຕ້​ແບ​ນໃໝ່​ທີ່​ເອີ້ນວ່າ Eee Pad ເຖິງ 2 ລຸ້ນ​ນຳກັນ ໂດຍ​ສຳລັບ Asus EP121 ຈະ​ເປັນ​ແທັບ​ເລັດ​ຂະໜາດ 12 ນິ້ວ ຊຶ່ງ​ເຮັດວຽກ​ດ້ວຍ​ໂພ​ເຊດ​ເຊີລ໌ Intel Core 2 Duo CULV ລະບົບ​ປະຕິບັດການ​ທີ​ໃຊ້​ເປັນ Windows 7 ແລະ​ແບດ​ເຕີ​ລີ່​ເຮັດວຽກ​ໄດ້​ດົນ​ຕໍ່​ເນື່ອງ 10 ຊົ່ວ​ໂມງ

Asus Eee Pad EP121 ສາມາດ​ໃຊ້​ງານ​ຮ່ວມ​ກັບ​ອຸປະກອນ​ເສີມ​ທີ່​ທາງ​ບໍລິສັດ​ເອີ້ນວ່າ Hybrid dock/keyboad ຊຶ່ງ​ຫາກ​ທ່ານຕ້ອງ​ການ​ຄີຍ໌​ບອລ໌​ດທີ່​ມີ​ປຸ່ມ​ສຳ​ຜັດ​ກໍ​ສາມາດ​ປະກອບ​ຮ່າງ​ເປັນ​ໂນ​ດ​ບຸ໊​ກ ໄດ້ ນອກ​ຈາກ​ນີ້ Eee Pad ຍັງ​ມາ​ພ້ອມ​ກັບ​ເວັບ​ແຄມ ແລະ​ພອລ໌​ດ USB 1 ພອລ໌​ດ ສ່ວນ​ອີກ​ລຸ້ນ​ໜຶ່ງ​ທີ່​ນ້ອຍ​ກວ່າ​ຄື EP101TC ຈະ​ມີ​ລາຍ​ລະອຽດ​ຂອງສະ​ເປັກ​ບໍ່​ເທົ່າໃດ ໂດຍ​ຈະ​ໃຊ້ Windows Embedded Compact 7 ສ່ວນ​ຂໍ້​ມູນ​ກ່ຽວກັບ​ລາ​ຄາ​ຂອງ​ມັນ​ຈະ​ຢູ່​ລະຫວ່າງ 399 – 499 ຫລຽນຯ ຄາດ​ວ່າ​ຈະ​ວາ​ງຕະຫລາດ​ໃນ​ຊ່ວງ​ຕົ້ນ​ປີ 2011

Asus Eee Pad EP121

Asus Eee Pad EP101TC

Credit: eeepc.net, Arip

ລອງອ່ານກ່ຽວກັບ  Twitter For Android ເວີຊັ່ນໃຫມ່ມາແລ້ວ ພ້ອມຮອງຮັບການໃຊ້ງານຫຼາຍບັນຊີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.