ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Amazon ຫລຸດລາຄາ Kindle 2 ລົງເກືອບ 50%

ຂ່າວໄອທີ

ສົງຄາມ​ເຄື່ອງ​ອ່ານ​ອີ​ບຸ໊​ກ(e-book reader) ເດືອດ​ຂຶ້ນ​ອີກ​ເທື່ອ​ເມື່ອ Barnes & Noble ເປີດ​ຕົວ Nook ເວີລ໌​ຊັນ​ໄຮ້ສາຍ​ດ້ວຍ Wi-Fi ຢ່າງ​ດຽວ​ໃນ​ລາ​ຄາ​ຕ່ຳ​ກວ່າ​ເດີມ​ເຖິງ​ຄຶ່ງ​ໜຶ່ງ​ຄື ເຫລືອ​ແຕ່ 149 ຫລຽນຯ ລ່າ​ສຸດ​ Amazon ຜູ້​ນຳ​ຕະ​ຫລາດ​ອີ​ລີດ​ເດີລ໌​ອອກ​ມາ​ປະ​ກາດ​ຫັນ​ລາ​ຄາ Kindle 2 ລົງ​ເກືອບ 50% ເຊັ່ນ​ດຽວ​ກັນ ໂດຍ​ລາ​ຄາ​ໃໝ່​ຈະ​ເປັນ 189 ຫລຽນຯ ຫລັງ​ຈາກ​ເປີດ​ຕົວ​ອີ​ລີດ​ເດີລ໌​ລຸ້ນ​ນີ້​ມາ​ໄດ້​ພຽງປີ​ດຽວ

Kindle 2 ຂອງ Amazon ເປີດ​ຕົວ​ເມື່ອ​ເດືອນ​ກຸມພາ​ປີ​ທີ່​ແລ້ວ​ດ້ວຍ​ລາ​ຄາ​ເລີ່ມ​ຕົ້ນ​ທີ່ 349 ຫລຽນຯ ກ່ອນທີ່ຈະ​ລຸດ​ລາ​ຄາ​ລົງ​ເມື່ອ​ປາຍ​ປີ​ທີ່​ແລ້ວ​ເຫລືອ 259 ຫລຽນຯ ຈົນກະທັ້ງ​ລ່າ​ສຸດ Amazon ​ຕັດ​ສິນ​ໃຈ​ລຸດ​ລາ​ຄາ​ຂອງ Kindle 2 ອີກ​ເທື່ອ​ເຫລືອ 189 ຫລຽນຯ ທັງ​ນີ້​ເພື່ອ​ສະ​ກັດ​ດາວ​ລຸ່ງ​ຢ່າງ Nook WiFi-only ຂອງ B&N ທີ່​ມີ​ລາ​ຄາ​ພຽງ 149 ຫລຽນຯ ເທົ່າ​ນັ້ນ ການ​ອອກ​ມາ​ປັບ​ລາ​ຄາ​ຄັງ​ນີ້​ຂອງ​ Amazon ​ສະແດງ​ໃຫ້​ເຫັນ​ວ່າ ການ​ແຂ່ງ​ຂັນ​ໃນ​ຕະ​ຫລາດ​ນີ້​ມີ​ຄວາມ​ດຸ​ເດືອດ​ບໍ່ທຳມະດາ

Amazon ​ເປັນ​ເຈົ້າ​ຕະ​ຫລາດ​ເຄື່ອງ​ອ່ານ ອີ​ບຸ໊​ກ ເນື່ອງ​ຈາກ​ເປັນ​ເຈົ້າທຳອິດ​ທີ່​ເປີດ​ຕະ​ຫລາດ​ນີ້​ດ້ວຍ Kindle ແຕ່​ປະຈຸບັນ​ຄູ່​ແຂ່ງ​ທີ່​ມີ​ຄວາມ​ແຂງ​ແຮງ​ບໍ່​ພ່າຍແພ້​ກັນ​ຢ່າງ Barnes & Noble ແລະ Borders ຕ່າງ​ກໍ​ໄດ້​ອອກ​ເຄື່ອງ​ອ່ານ​ອີ​ບຸ໊​ກມາ​ຊ່ວງ​ຊິງ​ສ່ວນ​ແບ່​ງຕະຫລາດ​ກັນ​ແລ້ວ ແຖມ​ຍັງ​ເຮັດ​ໄດ້​ດີ​ອີກ​ດ້ວຍ ນອກ​ຈາກ​ນີ້ Kindle ຂອງ​ Amazon ​ຍັງ​ຕ້ອງ​ຜະເຊີນ​ກັບ​ຄູ່​ແຂ່ງ​ທີ່​ໜ້າ​ຢ້ານ ແລະ​ມາ​ແຮງ​ແຊງ​ທາງ​ໂຄ້ງ​ຢ່າງ iPad ຂອງ Apple ອີກ​ຕ່າງ​ຫາກ ການ​ຕັດ​ສິນ​ໃຈ​ເທື່ອ​ນີ້​ຂອງ​ Amazon ​ສະແດງ​ໃຫ້​ເຫັນ​ເຖິງ​ແຮງ​ກົດ​ຕັນ​ຂອງ​ການ​ແຂ່ງ​ຂັນ​ທາງ​ການ ຕະ​ຫລາດ​ໃນ​ສະຫມໍລະພູມ​ນີ້​ຢ່າງ​ຊັດເຈນ ຢ່າງໃດ​ກໍ​ຕາມ ສຳລັບ Kindle DX ເຄື່ອງ​ອ່ານ​ອີ​ບຸ໊​ກທີ່​ມີ​ໜ້າ​ຈໍ​ໃຫຍ່​ສຸດ​ຍັງ​ຄົງ​ຕຶງ​ລາ​ຄາ 489 ຫລຽນຯ ຊຶ່ງ​ຖື​ເປັນ​ເຄື່ອງ​ອ່ານ​ອີ​ບຸ໊​ກ​ທີ່​ມີ​ລາ​ຄາ​ສູງ​ທີ​ສຸດ​ໃນ​ທ້ອງຕະຫລາດ​ຂະນະ​ນີ້

ຂໍ້​ມູນ ຈາກ: slipperybrick, Arip

ລອງອ່ານກ່ຽວກັບ  Drama ອີກແລ້ວພີ່ນ້ອງ, ເທຶ່ອນີ້ຕົ້ນເຫດມາຈາກເຄື່ອງຫມາຍການຄ້າ AppStore

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.