ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Adobe ແກ້​ໄຂ​ບັ໊ກ​ໃນ Flash Player ແລ້ວ!!!

ຂ່າວໄອທີ

ມື້ວານ​ນີ້ ອະ​ໂດ​ບີ້ ຊິດສ​ເຕັມສ໌ (Adobe Systems) ໄດ້​ອອກ Flash Player 10.1 ເວີລ໌​ຊັນ​ເທິງ Windows, Mac ແລະ Linux ແລ້ວ ຫລັງ​ຈາກ​ທີ່​ໄດ້​ມີ​ການ​ແກ້​ໄຂ​ຊ່ອງ​ໂຫວ່ 32 ແຫ່ງ​ໃນ​ຜະລິດຕະພັນ​ທັງ​ໝົດ​ຂອງ​ບໍລິສັດ ນອກ​ຈາກ​ນີ້​ທາງ​ບໍລິສັດ​ຍັງ​ໄດ້​ອອກ Adobe AIR 2 ເວີລ໌​ຊັນ​ທີ​ເຮັດວຽກ​ເທິງ​ໂອ​ເອດ​ເຫລົ່າ​ນີ້​ດ້ວຍ

ອະ​ໂດ​ບີ້​ໄດ້​ເຮັດ​ຕາມ​ສັນຍາ​ທີ​ໃຫ້​ໄວ້​ກັບ​ຜູ້​ໃຊ້​ Flash ​ທົ່ວ​ໂລກ​ດ້ວຍ​ການ ອອກ​ເວີລ໌​ຊັນ​ອັບ​ເດດ  Flash 10.1.53.64 ຊຶ່ງ​ໄດ້ຮັບ​ການ​ແກ້​ໄຂ ຊ່ອງ​ໂຫວ່​ຮ້າຍແຮງ​ທີ່​ຜູ້​ບໍ່​ຫວັງ​ດີ​ສາມາດ​ທະ​ລວງ​ເຂົ້າໄປ​ຕິດ​ຕັ້ງ​ມັນ​ແວລ໌​ໄດ້​ແລ້ວ ໂດຍ​ເວີລ໌​ຊັນ​ອັບ​ເດດ​ທີ່​ອອກ​ມາ​ສຳລັບ​ຜູ້​ໃຊ້ Flash Player ຕັ້ງ​ແຕ່​ເວີລ໌​ຊັນ 10.0.45.2 ລົງ​ມາ ອະ​ໂດ​ບີ​ແນະນຳໃຫ້​ຮີບ​ອັບ​ເດດ​ໂດຍ​ດ່ວນ ເນື່ອງ​ຈາກ​ຊ່ອງ​ໂຫວ່​ດັ່ງ​ກ່າວ ຜູ້​ບໍ່​ຫວັງ​ດີ​ສາມາດ​ນຳ​ໄປ​ໃຊ້​ໃນ​ການ​ໂຈມ​ຕີ ແລະ​ເຂົ້າ​ຄວບ​ຄຸມ​ຄອມພິວເຕີ​ທີ​ຕົກ​ເປັນ​ເຫຍື່ອ​ໄດ້​ຢ່າງ​ສົມບູນ ພຽງ​ແຕ່ຜູ້​ໃຊ້​ເຂົ້າໄປ​ຢ້ຽມ​ຊົມ​ເວັບ​ໄຊຕ໌​ທີ​ມີ​ການ​ຈັດ​ເຮັດ​ໄຟລ໌​ Flash​ໂຈມ​ຕີ​ຊ່ອງ​ໂຫວ່​ນີ້ ໂດຍ​ສະເພາະ

Websense ແລະ​ບໍລິສັດ​ຜູ້​ຊ່ຽວຊານ​ລະບົບ​ຮັກສາຄວາມ​ປອດ​ໄພ​ລາຍ​ອື່ນໆ ໄດ້​ກ່າວເຖິງ​ຂໍ້​ຜິດ​ພາດ​ທີ່​ພົບ​ໃນ Flash Player ວ່າ ມັນ​ກຳ​ລັງ​ຖືກ​ນຳ​ໄປ​ໃຊ້​ດ້ວຍ​ການ​ເຜີຍແຜ່​ຜ່ານ​ອີ​ເມລ໌ ເພື່ອ​ໃຫ້​ຜູ້​ໃຊ້​ຄິກ​ເຂົ້າໄປ​ຍັງ​ເວັບ​ໄຊຕ໌​ອັນຕະລາຍ ຫລື​ເປີດ​ໄຟລ໌ PDF ທີ່​ໃຊ້​ຊ່ອງ​ໂຫວ່​ດັ່ງ​ກ່າວ ຊຶ່ງ 5 ມື້​ຫລັງ​ຈາກ​ທີ​ມີ​ການ​ເປີດ​ເຜີຍ​ເລື່ອງ​ຂໍ້​ຜິດ​ພາດ​ດັ່ງ​ກ່າວ ໄຟລ໌​ອັນຕະລາຍ​ເຫລົ່າ​ນີ້​ບໍ່​ຖືກກວດ​ຈັບ​ໂດຍ​ຊອ​ຟົຕ໌​ແວລ໌​ແອນ​ຕີ້​ໄວ​ຣັສ​ບາງ​ຕົວ ເມື່ອ​ຜູ້​ໃຊ້​ເຜີ​ເປີດ​ໄຟລ໌​ອັນຕະລາຍ ຫລື​ເຂົ້າໄປ​ຍັງ​ເວັບ​ໄຊຕ໌​ຕາມ​ລິງຄ໌​ນັ້ນ​ແລ້ວ ເຄື່ອງ​ຄອມພິວເຕີ​ຈະ​ຖືກ​ຕິດ​ຕັ້ງ​ໂປ​ແກມ​ໂທ​ຈັນ ແບກ​ດອລ໌ ຫລື​ມັນ​ແວລ໌​ອື່ນໆ ທີ່​ສ່ວນ​ໃຫຍ່​ຈະ​ຍັງ​ບໍ່​ເປັນ​ທີ່​ຮູ້​ຈັກ ຫລື​ສາມາດ​ກວດ​ຈັບ​ໄດ້​ໂດຍ​ຊອ​ຟົຕ໌​ແວລ໌​ແອນ​ຕີ້​ໄວ​ລັດ​ອີກ​ດ້ວຍ

ຢ່າງໃດ​ກໍ​ຕາມ ຊ່ອງ​ໂຫວ່​ດຽວ​ກັນ​ນີ້​ຈະ​ຍັງ​ສາມາດ​ພົບ​ໄດ້​ໃນ Adobe Reader ແລະ​ໂປ​ແກມ Acrobat ດ້ວຍ ຊຶ່ງ​ທາງ​ບໍລິສັດ​ຈະ​ອອກ​ເວີລ໌​ຊັນ​ອັບ​ເດດ​ໃນ​ວັນທີ່ 29 ມິ​ຖຸ​ນາ ສຳລັບ​ອັບ​ເດດ Flash 10.1.53.64 ສາມາດ​ດາວໂຫລດ​ໄດ້​ແລ້ວ

ຂໍ້​ມູນ​ຈາກ: pcmag,Arip.co.th

ລອງອ່ານກ່ຽວກັບ  ຕົ້ນແບບ Tablet ລາຄາ 35 ຫລຽນຯ ຈາກອິນເດຍ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.