ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Adobe ອຸດ​ຊ່ອງ​ໂຫວ່ Flash ອາທິດນີ້

ຂ່າວໄອທີ

ອັບ​ເດດ​ຂ່າວ​ທີ່​ສ້າງ​ຄວາມ​ກັງ​ວົນ​ໃຫ້​ກັບ​ຜູ້​ໃຊ້ Flash ຫລາຍ​ຄົນ ລ່າ​ສຸດ Adobe Systems ກ່າວ​ວ່າ ທາງ​ບໍລິສັດ​ກຳ​ລັງ​ຈະ​ອອກ​ແພດອຸດ​ຊ່ອງ​ໂຫວ່​ຮ້າຍແຮງ​ທີ່​ສ້າງ​ບັນຫາ​ໃຫ້​ກັບ​ຜູ້​ໃຊ້​ໃນ​ວົງກວ້າງ​ຂະນະ​ນີ້ ໂດຍ​ອັບ​ເດດ​ອຸດ​ຊ່ອງ​ໂຫວ່​ດັ່ງ​ກ່າວ​ໃນ Flash Player ຈະ​ອອກ​ໃນ​ວັນພະຫັດ​ ​ທີ່ 10 ມິ​ຖຸ​ນາ​ ນີ້ ສ່ວນ​ແພດສຳລັບ​ຊ່ອງ​ໂຫວ່​ໃນ Adobe Reader ຈະ​ອອກ​ໃນ​ວັນທີ່ 29 ມິ​ຖຸ​ນາ

ສຳລັບ​ອັບ​ເດດ Flash Player 10.x ທີ​ໄດ້ຮັບ​ການ​ອຸດ​ຊ່ອງ​ໂຫວ່​ຈະ​ມີ​ໃຫ້​ສະເພາະ​ເວີລ໌​ຊັນ​ທີ່​ເຮັດວຽກ​ເທິງ Windows, Macintosh ແລະ Linux ສ່ວນ​ເວີລ໌​ຊັນ​ເທິງ Solaris ຈະ​ຕ້ອງລໍໄປ​ກ່ອນ ໃນ​ຂະນະ​ດຽວ​ກັນ ຊຸດ​ອັບ​ເດດ​ສຳລັບ Adobe Reader ແລະ Acrobat ຈະ​ອອກ​ໃນ​ອີກ​ສາມ​ອາທິດ​ຂ້າງ​ໜ້າ ຫລື​ວັນທີ່ 29 ມິຖຸນາ ຊຶ່ງ​ຈະ​ເປັນ​ເວີລ໌​ຊັນ​ເທິງ Windows, Mac ແລະ Unix ເຊັ່ນ​ດຽວ​ກັນ

ຢ່າງໃດ​ກໍ​ຕາມ ໃນ​ລະຫວ່າງ​ທີ່​ແພດຊ໌​ຍັງ​ບໍ່​ອອກ​ມາ ທາງ Adobe ກໍ​ໄດ້​ຈັດ​ເຮັດ ເວັບ​ເພດ​ໃຫ້​ຄຳ​ແນະ​ນຳ ໄວ້​ແລ້ວ ອີກ​ທັງ​ຍັງ​ໄດ້​ລາຍ​ງານ​ຂ່າວ​ກໍລະນີ​ທີ່​ມີ​ຜູ້​ບໍ່​ຫວັງ​ດີ​ໃຊ້​ຊ່ອງ​ໂຫວ່​ດັ່ງ​ກ່າວ​ໃນ​ການ​ໂຈມ ຕີ​ຄອມພິວເຕີ​ຜ່ານ​ເນັດ “ວັນທີ່ 29 ມິຖຸນາ 2010 ອັບ​ເດດ​ລະບົບ​ຮັກສາຄວາມ​ປອດ​ໄພ​ສຳລັບ Adobe Reader ແລະ Acrobat ຈະ​ອອກ​ມາ​ກ່ອນ​ກຳນົດ​ປະ​ມານ​ໜຶ່ງ​ເດືອນ ເນື່ອງ​ຈາກ​ແຕ່​ເດີມ​ຕັ້ງ​ໃຈ​ຈະ​ອອກ​ອັບ​ເດດ​ໃນ​ວັນທີ່ 31 ກໍລະກົດ 2010” Brad Arkin ຜູ້​ອຳ​ນວຍ​ການ​ຝ່າຍ​ລະບົບ​ຮັກສາຄວາມ​ປອດ​ໄພ ແລະ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ຜະລິດຕະພັນ​ທີ່ Adobe ໂພສໄວ້​ໃນ​ບຼອກ “ນອກ​ຈາກ​ອັບ​ເດດ​ລ່າ​ສຸດ​ຈະ​ອຸດ​ຊ່ອງ​ໂຫວ່​ຮ້າຍແຮງ​ທີ່​ກຳ​ລັງ​ເປັນ​ບັນຫາ​ຢູ່ໃນ​ຂະນະ​ນີ້​ແລ້ວ ມັນ​ຍັງມີ​ການ​ແກ້​ບັນຫາ​ຊ່ອງ​ໂຫວ່​ອື່ນໆ ທີ່​ພົບ​ກ່ອນ​ໜ້າ​ນີ້​ດ້ວຍ”

ຂໍ້​ມູນ​ຈາກ: crn, Arip.co.th

ລອງອ່ານກ່ຽວກັບ  Android ຂະຫຍາຍໂຕໄວ ຕິດອັນດັບຄວາມນິຍົມໃນ U.S.A

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.