ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Wireless, WI-FI, ເເລະ Wi-Max ເເມ່ນຫຍັງ?

ລາຍງານພິເສດ

WIFI ຫລື Wireless ໝາຍ​ເຖິງ ເຄືອ​ຂ່າຍໄຮ້​ສາຍ ມັກ​ໃຊ້​ກັບ​ລະບົບ​ເຄືອ​ຂ່າຍ ບໍ່​ວ່າ​ຈະ​ເປັນ​ໃນ​ອົງກອນ ຫລື​ ໃນ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີເນັດ

ລະບົບ​ເຄືອ​ຂ່າຍ​ໄຮ້​ສາຍ (Wireless LAN : WLAN) ໝາຍ​ເຖິງ ເທກ​ໂນ​ໂລ​ຍີ​ທີ່​ຊ່ວຍ​ໃຫ້​ການ​ຕິດ​ຕໍ່​ສື່​ສານ​ລະຫວ່າງ​ເຄື່ອງ​ຄອມ​ພິວ​ເຕີ 2 ເຄື່ອງ ຫລື​ ກຸ່ມ​ຂອງ​ເຄື່ອງ​ຄອມພິວເຕີ​ ສາມາດ​ສື່​ສານ​ກັນ​ໄດ້ ຮ່ວມ​ເຖິງ​ການ​ຕິດ​ຕໍ່​ສື່​ສານ​ລະຫວ່າງ​ເຄື່ອງ​ຄອມພິວເຕີ​ກັບ ອຸປະກອນ ເຄືອ​ຂ່າຍ​ຄອມພິວເຕີ​ດ້ວຍ​ເຊັ່ນ​ກັນ ໂດຍ​ປາດສະຈາກ​ການ​ໃຊ້​ສາຍ​ສັນ​ຍານ​ໃນ​ການ​ເຊື່ອມ​ຕໍ່ ແຕ່​ຈະ​ໃຊ້​ຄື້ນ​ວິທະ​ຍຸ​ເປັນ​ຊ່ອງ​ທາງ​ການ​ສື່​ສານ​ແທນ ການ​ຮັບ​ສົ່ງ​ຂໍ້​ມູນ​ລະຫວ່າງ​ກັນ​ຈະ​ຜ່ານ​ອາ​ກາດ ເຮັດໃຫ້​ບໍ່​ຕ້ອງ​ເດີນ​ສາຍ​ສັນຍາ​ນ ແລະ​ຕິດ​ຕັ້ງ​ໃຊ້​ງານ​ໄດ້​ສະ​ດວກ​ຂຶ້ນ

ລະບົບ​ເຄືອ​ຂ່າຍ​ໄຮ້​ສາຍ​ໃຊ້​ແມ່​ເຫລັກ​ໄຟ​ຟ້າ​ຜ່ານ​ອາ​ກາດ ເພື່ອ​ຮັບ​ສົ່ງ​ຂໍ້​ມູນ​ຂ່າວ​ສານ​ລະຫວ່າງ​ເຄື່ອງ​ຄອມພິວເຕີ ແລະ ​ລະຫວ່າງ​ເຄື່ອງ​ຄອມພິວເຕີ​ກັບ​ອຸປະກອນ​ເຄືອ​ຂ່າຍ ໂດຍ​ຄື້ນ​ແມ່​ເຫລັກ​ໄຟ​ຟ້າ​ນີ້​ອາດ​ເປັນ​ຄື້ນ​ວິທະຍຸ (Radio) ຫລື​ອິນ​ຟາ​ເລດ (Infrared) ກໍ​ໄດ້
ການ​ສື່​ສານ​ຜ່ານ​ເຄືອ​ຂ່າຍ​ໄຮ້ສາຍ​ມີ​ມາດຕາ​ຖານ IEEE802.11 ເປັນ​ມາດຕາ​ຖານ​ກຳນົດ​ຮູບ​ແບບ​ການ​ສື່​ສານ ຊຶ່ງ​ມາດຕາ​ຖານ​ແຕ່​ລະ​ຕົວ​ຈະ​ບອກ​ເຖິງ​ຄວາມ​ໄວ​ແລະ​ຄື້ນ​ຄວາມ​ຖີ່ ​ສັນ​ຍານ​ທີ່​ແຕກ​ຕ່າງ​ກັນ​ໃນ​ການ​ສື່​ສານ​ຂໍ້​ມູນ ເຊັ່ນ 802.11b ແລະ 802.11g ທີ່​ຄວາມ​ໄວ 11 Mbps ແລະ 54 Mbps ຕາມ​ລຳ​ດັບ ສາມາດ​ສຶກ​ສາ​ລາຍ​ລະອຽດ​ເພິ່ມເຕິມ​ສຶກ​ສາ​ໄດ້​ຈາກ ມາດຕາ​ຖານ IEEE802.11 ແລະ​ຂອບ​ເຂດ​ຂອງ​ສັນ​ຍານ​ຄອບ​ຄຸນ​ພື້ນ​ທີ່​ປະ​ມານ 100 ແມັດ ໃນ​ພື້ນ​ທີ່​ໂລ່ງ ແລະ​ປະ​ມານ 30 ແມັດ ໃນ​ອາ​ຄານ ຊຶ່ງ​ລະ​ຍະ​ທາງ​ຂອງ​ສັນ​ຍານ​ມີ​ຜົນ​ກະທົບ​ຈາກ​ສິ່ງ​ຮອບ​ຂ້າງ​ຫລາຍໆ ຢ່າງ ເຊັ່ນ ໂທະລະ​ສັບ​ມື​ຖື ຄວາມ​ໜາ​ຂອງ​ກຳ​ແພງ ເຄື່ອງ​ໃຊ້​ໄຟ​ຟ້າ ອຸປະກອນ​ອິ​ເລັກໂຕນິກຕ່າງໆ ລວມ​ເຖິງ​ຮ່າງກາຍ​ມະນຸດ​ດ້ວຍ​ເຊັ່ນ​ກັນ ສິ່ງເລົ່ານີ້​ມີ​ຜົນ​ກະທົບ​ຕໍ່​ການ​ໃຊ້​ງານ​ເຄືອ​ຂ່າຍ​ໄຮ້​ສາຍ​ທັ້ງ​ສິ້ນ
ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍໄຮ້​ສາຍ​ມີ 2 ຮູບ​ແບບ ຄື​ແບບ Ad-Hoc ແລະ Infrastructure ລາຍ​ລະອຽດ​ເພິ່ມເຕິມ​ສຶກ​ສາ​ໄດ້​ຈາກ ຮູບ​ແບບ​ເຄືອ​ຂ່າຍ​ໄຮ້​ສາຍ ການ​ໃຊ້​ງານ​ເຄືອ​ຂ່າຍ​ໄຮ້​ສາຍ​ຂອງ​ຜູ້​ໃຊ້​ບໍລິການ​ທົ່ວ​ໄປ​ຈະ​ເ​ປັນແບບ Infrastructure ຄື​ມີ​ອຸປະກອນ​ກະ​ຈາຍ​ສັນຍາ​ນ (Access Point) ຂອງ​ຜູ້​ໃຫ້​ບໍລິການ​ເປັນ​ຜູ້​ຕິດ​ຕັ້ງ​ແລະ​ກະ​ຈາຍ​ສັນຍາ​ນ ໃຫ້​ຜູ້​ໃຊ້​ເຮັດການ​ເຊື່ອມ​ຕໍ່ ໂດຍ​ຜູ້​ໃຊ້​ບໍລິການ​ຈະ​ຕ້ອງ​ມີ​ອຸປະກອນ​ຮັບ​ສົ່ງ​ສັນ​ຍານ​ ເປັນ​ອຸປະກອນ​ຮັບ​ສົ່ງ​ສັນຍາ​ນ ເຮັດ​ຫນ້າທີ່​ຮັບ​ສົ່ງ​ສັນ​ຍານ​ຈາກ​ເຄື່ອງ​ຄອມພິວເຕີ​ຜູ້​ໃຊ້​ໄປ Access Point ຂອງ​ຜູ້​ໃຫ້​ບໍລິການ
ສະຫລຸບ​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ໄຮ້ສາຍ​ເປັນ​ການ​ເຊື່ອມ​ຕໍ່​ເຄຶອ​ຂ່າຍ​ຂອງ​ເຄື່ອງ​ຄອມພິວເຕີ​ເຂົ້າ​ສູ່​ລະບົບ​ເຄືອ​ຂ່າຍ ຄື​ກັບ​ລະບົບ​ແລນ (LAN) ມີ​ສາຍ​ປົກກະຕິ ແຕກ​ຕ່າງ​ທີ່​ອຸປະກອນ​ທາງ​​ໃນ​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ໂດຍບໍ່​ຕ້ອງ​ໃຊ້​ສາຍ​ສັນ​ຍານ​ແຕ່​ຢ່າງ​ໃດ ໂດຍ​ການ​ໃຊ້​ງານ​ເຄືອ​ຂ່າຍ​ໄຮ້​ສາຍ​ສາມາດ​ໃຊ້​ບໍລິການ​ຕ່າງໆ ເທິງ​ເຄືອ​ຂ່າຍ​ອິນ​ເຕີເນັດ​ໄດ້​ຄືກັບເຄືອ​ຂ່າຍ​ມີ​ສາຍ​ໄດ້​ປົກກະ​ຕິ ເວັ້ນ​ແຕ່​ວ່າ​ຜູ້​ເບິ່ງແຍງ​ລະບົບ​ເຄືອ​ຂ່າຍ​ນັ້ນໆ ຈະ​ປິດ​ບໍລິການ​ບາງ​ບໍລິການ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ເຄືອ​ຂ່າຍ​ໄດ້ເຊັ່ນ​ກັນ ຊຶ່ງ​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍໄຮ້​ສາຍ​ຊ່ວຍ​ໃຫ້​ການ​ເຊື່ອມ​ຕໍ່ ງ່າຍ​ຂຶ້ນ ປະ​ຫຍັດ​ຄ່າ​ສາຍ​ສັນຍາ​ນ ແລະ​ໃຊ້​ງານ​ໄດ້​ທຸກ​ທີ່​ທີ່​ສັນ​ຍານ​ເຄືອ​ຂ່າຍ​ໄຮ້ສາຍ​ໄປ​ເຖິງ

WIFI ເເມ່ນຫຍັງ

Wi-Fi ກໍ​ຄື​ອົງ​ກອນ​ໜຶ່ງ ທີ່​ທົດສອບ​ຜະລິດຕະພັນ Wireless Lan ຫລື​ ລະບົບ Network ແບບ​ໄຮ້ສາຍ ພາຍໃຕ້​ເທກ​ໂນ​ໂລ​ຍີ​ການ​ສື່​ສານ ພາຍໃຕ້​ມາດຕາ​ຖານ IEEE 802.11 ວ່າ​ອຸປະກອນ​ທຸກ​ຕົວ​ຊຶ່ງ​ຕ່າງ​ຍີ່​ຫໍ້​ກັນ​ນັ້ນ​ມັນ​ສາມາດ​ຕິດ​ຕໍ່​ສື່​ສານ​ກັນ​ໄດ້​ໂດຍ​ບໍ່​ມີ​ບັນຫາ ຫາກວ່າ​ອຸປະກອນ​ຕົວ​ນັ້ນ​ມັນ​ຜ່ານ​ຕາມ​ມາດຕາ​ຖານ​ພວກເຂົາ​ກໍ​ຈະ​ປ້ຳ ກາ Wi-Fi certified ຊຶ່ງ​ເປັນ​ອັນ​ຮູ້​ກັນ​ວ່າ​ອຸປະກອນ​ໂຕນັ້ນ​ສາມາດ​ຕິດ​ຕໍ່​ສື່ສານ​ກັບ​ອຸປະກອນ​ຕົວ​ອື່ນ​ທີ່​ມີ​ກາ Wi-Fi certified ນີ້​ໄດ້​ເຊັ່ນ​ກັນ ແຕ່​ເຮັດ​ໄປ​ເຮັດ​ມາ​ມັນ​ກາຍ​ເປັນ​ຄຳ​ສັບ​ສຳລັບ ອຸປະກອນ Lan ໄຮ້ສາຍໄປເລີຍ ຈົນ​ບາງ​ຄົນ​ກໍ​ຮຽກ​ກັນ​ຕິດ​ປາກ

ສະຫລຸບ​ Wireless ເປັນ​ຄຳ​ກວ້າງໆ ທີ່​ບົ່ງ​ບອກວ່າ ບໍ່​ໄດ້​ໃຊ້​ສາຍ​ໃນ​ການ​ເຊື່ອມ​ຕໍ່​ ດັ່ງ​ນັ້ນເເມ່ນຫຍັງ​ທີ່​ບໍ່​ໄດ້​ໃຊ້​ສາຍ ກໍເອີ້ນວ່າ ໄວລ໌​ເລດ​ໄດ້​ໝົດ
ສ່ວນ WI-FI ເປັນ​ຊື່​ທາງ​ການ​ຄ້າ​ຂອງ IEEE802.11 ຊຶ່ງ​ກຳນົດ​ໂປ​ໂຕກຣໍແບບ​ໄຮ້ສາຍ​ຊະນິດ​ຫນຶ່ງ
ທີ່​ເປັນ​ທີ່​ນິຍົມ​ໃຊ້​ໃນ​ການ​ເຊື່ອມ​ຕໍ່​ໄຮ້​ສາຍ​ລະຫວ່າງ​ອຸປະກອນຄອມພິວເຕີ
wireless ຄື​ລັກສະນະ​ຂອງ​ການ​ໃຊ້​ງານ​ອຸປະກອນ​ດ້ານ​ສື່​ສານ​ໂທລະຄົມ​ມະນາຄົມ ແປໂດຍກົງກໍ່ໄຮ້​ສາຍ ສະ​ນັ້ນ​ອຸປະກອນ​ຫຍັງ​ກໍ​ຕາມ​ທີ່​ຕິດ​ຕໍ່​ສື່​ສານ​ກັນ​ໂດຍ​ບໍ່​ໃຊ້ ສາຍ​ສັນຍາ​ນ ຖື​ວ່າ ອຸປະກອນ​ນັ້ນ​ເປັນ wireless ຄືກັນ
ເພາະ​ສະ​ນັ້ນ ຈະເອີ້ນ​ຫຍັງ ກໍຄ້າຍໆ​ກັນ​ ບໍ່​ຜິດ Wirelessກໍ​ຖືກ (ເພາະ​ມັນ​ກວ້າງ​ຫລາຍ) Wi-Fi ກໍ​ຖູືກ

Wi-Max ເເມ່ນຫຍັງ ດີ​ເເນວໃດ
WiMAX ຄື​ການ​ອອກ​ແບບ​ໂຄງ​ສ້າງ​ແລະ​ອຸປະກອນ​ສື່​ສານ​ແບບ​ໄຮ້​ສາຍ​ທີ່ ໄດ້​ຖືກ​ພັດທະນາ​ມາ​ຈາກ Wireless LAN ຫລື Wi-Fi ຜົນດີີ​ຄື ລະ​ຍະ​ທຳການ​ທີ່​ຄວບ​ຄຸມ​ຫລາຍກວ່າ​ເຄືອ​ຂ່າຍ​ແບບ Wireless LAN ຫລາຍ​ເທົ່າ ແຖມ​ຍັງ​ໄດ້​ຄວາມ​ໄວ​ໃນ​ການ​ໃຫ້​ບໍລິການ​ສູງ​ທຽບ​ເທົ່າ​ກັນ ຈຶ່ງ​ເຮັດໃຫ້ ສາມາດ​ເຊື່ອມ​ຕໍ່​ລະຫວ່າງ​ຕຶກ​ຕ່າງໆ ໄດ້​ງ່າຍ​ບໍ່​ມີ​ຂໍ້​ຈຳ​ກັດ​ໃນ​ເລື່ອງ​ຂອງ​ພູ​ມິ​ປະເທດ​ອີກ​ຕໍ່ໄປ

ປະໂຫຍດ​ຂອງ WiMAX ກັບ​ຊີວິດ​ປະຈຳວັນ

ຈະ​ເຫັນ​ໄດ້​ວ່າ WiMAX ມີ​ຈຸດ​ເດັ່ນ​ຄື​ລະ​ຍະ​ທາງ​ທີ່​ໄກ ຄວາມ​ໄວ​ທີ່​ສູງ ແລະ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ສາຍ​ສົ່ງ​ສັນຍາ​ນ ແຖມ WiMAX ຍັງມີ​ການ ເຂົ້າ​ລະ​ຫັດ​ຂໍ້​ມູນ​ທີ່​ປອດ​ໄພ​ສູງ​ອີກ​ດ້ວຍ WiMAX ຈະ​ເຮັດໃຫ້​ການ​ຕິດ​ຕັ້ງ internet ໃນ​ສະຖານ​ທີ່​ຕ່າງໆ ເຮັດ​ໄດ້​ງ່າຍ ເລື່ອງ​ຊຸມສາຍ (ຈຳ​ກັດ) ຈະ​ໝົດ​ໄປ ບໍລິການ​ອື່ນໆ ກໍ​ຈະ​ຫລວງຫລາຍ​ຫລາກ​ຫລາກ ດ້ວຍ​ເຊັ່ນ​ດຽວ​ກັນ ເນື່ອງ​ຈາກ ລະ​ຍະ​ທີ່​ໄກ ເປັນ​ເທົ່າ​ຕົວ ແຖມ​ຍັງມີ​ຄວາມ​ໄວ ສູງ​ອີກ​ດ້ວຍ​ ບໍ່ມີ​ຂໍ້​ຈຳ​ກັດ​ດ້ານ​ພູ​ມິ​ປະເທດ​ແລະ​ບໍ່​ຕ້ອງ​ອາໄສ​ສາຍ​ສົ່ງ​ສັນຍາ ນ​ອີກ​ດ້ວຍ ເໝາະ​ສຳລັບ​ອຸປະກອນ​ແບບ​ພົກ​ພາ​ໃນ​ການເດິນທາງ ຊ່ວຍ​ໃຫ້ ຜູ້​ໃຊ້​ງານ​ສາມາດ​ສື່​ສານ​ໄດ້​ໂດຍ​ໃຫ້​ຄຸນນະພາບ​ໃນ​ການ​ສື່​ສານ​ທີ່​ດີ ແລະ​ມີ​ສະຖຽນລະພາບ​ຂະນະ​ໃຊ້​ງານ ແມ້ຈະມີ​ການ​ເຄື່ອນ​ທີ່​ຢູ່​ຕະຫລອດ​ເວລາ​ກໍ​ຕາມ (ມີNotebook ນັ່ງ​ຫລິ້ນ​ໃນ​ລົດກໍ່ໄດ້​)

ຈຸດ​ອ່ອນ​ຂອງ​ລະບົບ WiMAX

ຄວາມ​ໃໝ່​ຂອງ​ມາດຕະຖານ​ລະບົບ WiMAX ເນື່ອງ​ຈາກ​ຫາກໍ່​ມີ ການ​ຄິດ​ຄົ້ນ​ແລະ​ເລີ່ມ​ມາ​ພັດທະນາ​ຢ່າງ​ຈິງ​ຈັງ​ບໍ່ເທົ່າປີ ດັ່ງ​ນັ້ນ​ຍັງມີ​ການ​ປ່ຽນ​ແປງ​ໃນ​ເລື່ອງ​ຂອງ​ມາດຕະຖານ​ລວມ​ໄປ​ເຖິ​ງ​ຜູ້​ຜະລິດ​ທີ່​ນຳ​ເອົາ​ມາດຕະຖານ WiMAX ໄປ​ພັດທະນາ​ຕໍ່​ເປັນ​ອຸປະກອນ​ສຳລັບ​ໃຊ້​ງານ​ຈິງ​ກໍ​ມີ​ຈຳນວນ​ນ້ອຍ ອຸປະກອນ​ກໍ​ຍັງ​ບໍ່​ຫລາຍ ຕ້ອງ​ອາໄສ​ເວລາ​ຈັກຫນ້ອຍ​ກ່ອນ​ໄດ້ຮັບ​ຄວາມ​ນິຍົມ ລວມ​ໄປ​ເຖິງ​ລາ​ຄາ​ອຸປະກອນ WiMAX ທີ່​ຄ່ອນ​ຄ້າງ​ສູງ​ຂະນະ​ນີ້ ຄວາມ​ຖີ່​ຂອງ​ການ​ໃຫ້​ບໍລິການ ຕາມ​ມາດຕະຖານ​ຂອງ WiMAX ຈະ​ໃຊ້​ຄວາມ​ຖີ່​ຊ່ວງ 2-6GHz (802.16e) ແລະ 11GHz (802.16d) ຊຶ່ງ​ໃນ​ບາງ​ປະເທດ​ຈະ​ເປັນ​ຊ່ວງ​ຄວາມ​ຖີ່​ທີ່​ມີ​ການ​ຄວບ​ຄຸມ ຕ້ອງ​ມີ​ການ​ຂໍ​ອະນຸຍາດ​ກ່ອນ​ໃຫ້​ບໍລິການ ແລະ​ໃນ​ບາງ​ປະເທດ ບໍ່​ມີ​ຂໍ້​ກຳນົດ​​ນີ້ ດັ່ງ​ນັ້ນ​ຜູ້​ທີ່​ຈະ​ລົງ​ທຸ​ນວາງ​ລະບົບ WiMAX ຕ້ອງ​ສຶກ​ສາ​ຂໍ້​ມູນ​ໃຫ້​ລະອຽດ​ເສຍ​ກ່ອນ

ລອງອ່ານກ່ຽວກັບ  ລາຍລະອຽດງານຖະແຫລງຂ່າວ Let's Talk iPhone (ເປີດໂຕ iPhone 4S)

ນີ້ ຄື​ເຫດຜົນ​ທີ່Wi-Max ດີ​ຈັງໃດ ໄວ,ໄກ​ບໍ່​ຕ້ອງ​ຄຳ​ນຶງ​ເຖິງ​ຊຸມ​ສາ​ຍ​ຮັບ ແຕ່​ກໍ​ມີ​ຄູ່​ແຂ່ງ ເຊັ່ນ UMTS / WCDMA ທີ່​ຫລາຍໆ​ທ່ານ​ຄົງ​ຮູ້​ຈັກ​ກັນ  ໂດຍ 2ຄູ່​ແຂ່ງ​ນີ້​ເນັ້ນ​ການ​ສົ່ງ​ຂໍ້​ມູນ​ໂດຍ​ຈະ​ໄດ້​ຄວາມ​ໄວ​ຕັ້ງ​ແຕ່ 2Mbps ຈົນ​ເຖິງ 10Mbps ຫລາຍກວ່າ​ເນັ້ນ​ລະ​ຍະ​ທາງ​ຫລື​ຄວາມສະດວກ​ໃນ​ການ​ໃຊ້​ງາ​ນ ແລະ ສາມາດ​ໃຊ້​ກັບ​ມື​ຖື​ບາງ​ຕົວ​ໄດ້​ອີກ​ດ້ວຍ ເປັນຄູ່ເເຂ່ງທີ່ຫນ້າຢ້ານຫລາຍ (ຖ້າWi-max ເສົາ​ນຶງ​ສາມາດ​ສົ່ງ​ໄດ້ ຕັ້ງ​ແຕ່ 5-48ກິ​ໂລ​ແມັດ (ເປັນ​ແຕ່ເສົາ​ສົ່ງ​ ບໍ່​ມີ​ຊຸມ​ສາຍ ບໍ່​ມີ​ຫຍັງ​ທັງ​ນັ້ນ) ແຕ່ ຕົວ​ຮັບ​ນັ້ນ ໄດ້​ແຕ່ 5 ກມ.  (ລະ​ຍະ​ທາງ​ລະຫວ່າງ​ເສົາ​ໄດ້ 48 ກົມ.ເສົາ​ນຶງ​ຕັ້ງ​ຫ່າງ​ໄດ້48ກົມ. ໂດຍ​ສັນ​ຍານ​ທີ່​ສົ່ງ​ໄປ​ຍັງ​ເສົາ​ຈະ​ບໍ່​ຂາດ​ຫາ​ຍ​ )

ສະຫລຸບ?
wireless ຄື Wi-Fi ແຕ່​ໃນ​ວົງ​ກວ້າງ​ກວ່າ WI-FI ຄື​ການ​ເຊື່ອມ​ຕໍ່​ແບບ​ໄຮ້ສາຍ​ແລ້ວ​ກັບ​ຄອມພິວເຕີ
Wi-max ສົ່ງ​ສັນຍາ​ນະ​ໄດ້​ໄກ ຮັບ​ການ​ໃຊ້​ງານ​ໄດ້​ຫລາຍ​ໆ ແລະ​ໄວ ກວ່າ​ເກົ່າ (ແຕ່​ຄົງ​ບໍ່​ຫລາຍກວ່າ Wi-Fi ເທົ່າ​ໃດ)
UMTS / WCDMA (ພ່ວງ​ມາ) ເນັ້ນ​ການ​ຮັບ​ສົ່ງ​ຂໍ້​ມູນ ຄວາມ​ໄວ​ສູ​ງ

Credit:comnetsite.com


Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.