ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຕົ້ນເເບບ Windows Phone7 ຂອງ Samsung

ຂ່າວໄອທີ

ຄິບ​ວິ​ດີ​ໂອ​ສາ​ທິດ​ການ​ໃຊ້​ງານ Windows Phone 7 OS ລະບົບ​ປະຕິບັດ​ການ​ເທິງ​ມື​ຖື​ເທິງ​ເຄື່ອງ​ຕົ້ນ​ແບບ​ຂອງ​ Samsung  ຫລັງ​ຈາກ​ກ່ອນ​ໜ້າ​ນີ້​ໄດ້​ມີ​ການ​ເປີດ​ເຜີຍ​ເຄື່ອງ​ຕົ້ນ​ແບບ​ຂອງ Asus ແລະ LG ກັນ​ໄປ​ແລ້ວ


ເຖິງວ່າ​ຕົວ​ເຄື່ອງ​ຕົ້ນ​ແບບ​ທີ່​ເຫັນ​ໃນ​ຄິບ​ຈະ​ເບິ່ງ​ຄ້າຍ Omnia ແຕ່​ພາຍ​ໃນ​ບໍ່​ໄດ້​ໃຊ້​ໂພ​ເຊດ​ເຊີລ໌ OMAP3 ຕາມ​ຂໍ້​ກຳນົດ​ຂອງ​ຄວາມ​ຕ້ອງ​ການ​ລະບົບ​ສຳລັບ WP7 ແຕ່​ກັບ​ເປັນ​ບອລ໌​ດ​ທີ່​ໃຊ້​ໂພ​ເຊດ​ເຊີລ໌ Snapdragon ແທນ ຢ່າງໃດ​ກໍ​ດີ ຈະ​ເຫັນ​ໄດ້​ວ່າ WP7 ສາມາດ​ຕອບສະຫນອງ​ການ​ໃຊ້​ງານ​ໄດ້​ຢ່າງ​ວ່ອງໄວ ບໍ່​ມີ​ອາການ​ກະ​ຕຸກ ຫລື​ລໍຖ້າການ​ປະ​ມວນ​ຜົນ​ແຕ່​ຢ່າງ​ໃດ​ໃນ​ເກືອບ​ທຸກ​ຟັງຊັນ ບໍ່​ວ່າ​ຈະ​ເປັນ ການ​ເຂົ້າ​ເຖິງ​ຂໍ້​ມູນ GPS ຫລື​ກ້ອງ​ຖ່າຍ​ຮູບ (ແທບ​ບໍ່​ຕ່າງ​ກັບ iPhone)


ການ ທີ່​ໄມ​ໂຄ​ຊໍ​ຟົທ໌​ເລີ່ມ​ປ່ອຍ​ເຄື່ອງ​ຕົ້ນ​ແບບ​ທີ່​ໃຊ້​ໂອ​ເອດ​ຕົວ​ນີ້​ຫລາຍ​ຂຶ້ນ​ເລື່ອຍ​ໆ ກໍ​ເພື່ອ​ເປັນ​ການ​ອຸ່ນ​ເຄື່ອງ​ໃຫ້​ຮ້ອນ​ກ່ອນທີ່ຈະ​ມີ​ການ​ເປີດ​ຕົວ ຊຶ່ງ​ເຊື່ອ​ວ່າ ຄືສິ​ມີສະມາດ​ໂຟນ​ຈາກ​ຫລາຍ​ຄ້າຍ​ຜະລິດ​​ທີ່​ກະ​ໂດດ​ລົງ​ມາ​ຫລິ້ນ​ໂອ​ເອດ​ຕົວ​ນີ້​ດ້ວຍ

Credit:Arip.co.th

ລອງອ່ານກ່ຽວກັບ  ເນັດບຸ໊ກ Asus ພີ​ໂຫລດຊອຟົ​ແວລ໌ Kindle

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.