ເລື່ອງລາວຂອງ TECH, STARTUP, ແລະ DIGITAL

WiGig ມາດຕະຖານໃຫມ່ໄຮ້ສາຍຄວາມໄວສູງ Gbps

ຂ່າວໄອທີ

WiGig (Wireless Gigabit Alliance) ໄດ້​ເປີດ​ເຜີຍ​ຂໍ້​ມູນ​ຈຳ​ເພາະ​ກ່ຽວກັບ​ຄຸນສົມບັດ​ຂອງ​ມາດຕະຖານ​ໄຮ້ສາຍ​ຄວາມ​ໄວ​ສູງ​ມາ​ໄດ້ ໜຶ່ງ​ປີ​ແລ້ວ ໂດຍ​ມາດຕະຖານ​ດັ່ງ​ກ່າວ​ຈະ​ເຮັດວຽກ​ໃນລະຫວ່າງຄວາມ​ຖີ 60GHz ຊຶ່ງ​ຈະ​ເປັນ​ການ​ຍົກລະດັບ​ມາດຕະຖານ​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ພາຍ​ໃນ​ເຮືອນ (home networking) ທີ່​ສາມາດ​ເຊື່ອມ​ຕໍ່​ດ້ວຍ​ຄວາມ​ໄວ​ໃນ​ການ​ຖ່າຍໂອນ​ຂໍ້​ມູນ​ສູງ​ສຸດ​ເຖິງ 7 ກິ​ກກະ​ບິດ​ຕໍ່​ວິ​ນາ​ທີ

ສຳລັບ​ຊ່ວງ​ຄວາມ​ຖີ່ 60GHz ຂອງ WiGig ບໍ່​ໄດ້​ໝາຍ​ຄວາມ​ວ່າ ມັນ​ຈະ​ຖືກ​ນຳ​ມາ​ໃຊ້​ແທນ 2.4GHz ແລະ 5GHz ທີ​ໃຊ້​ໃນ​ເທກ​ໂນ​ໂລ​ຍີ Wi-Fi ປະຈຸບັນ ແຕ່​ເປັນ​ມາດຕະຖານ​ທີ່​ຖືກ​ກຳນົດ​ຂຶ້ນ​ມາ​ເພື່ອ​ເຕີມ​ເຕັມ​ຊ່ອງ​ວ່າງ​ໃຫ້​ກັບ​ອຸປະກອນ​ທີ່​ຕ້ອງ ການ​ຖ່າຍ​ໂອນ​ຂໍ້​ມູນ​ທີ່​ຄວາມ​ໄວ​ລະ​ດັບ​ກິ​ກກະ​ບິດ ຢ່າງ​ເຊັ່ນ ວິ​ດີ​ໂອ​ໄຮ​ເດ​ຟຯ ຊຶ່ງສະເປັກ​ຂອງ WiGig ຈະ​ສະໜັບສະໜູນ​ການ​ຖ່າຍ​ໂອນ​ຂໍ້​ມູນ​ໄດ້​ທີ່​ຄວາມ​ໄວ​ສູງ​ສຸດ​ເຖິງ 7Gbps ເທິງ​ຄື້ນ​ຄວາມ​ຖີ່ 60GHz ສຳລັບ​ການ​ສື່​ສານ​ໃນ​ລະ​ຍະ​ໃກ້​ໆ ພາຍ​ໃນ​ເຮືອນ​ຂອງ​ເຮົາ​ເອງ

ນອກ​ຈາກ​ນີ້ ການ​ເປີດ​ເຜີຍສະ​ເປັກທຳອິດ​ຂອງ WiGig ເມື່ອ​ວານ​ນີ້ ທາງ​ກຸ່ມ​ຍັງ​ໄດ້​ປະ​ກາດ​ຄວາມ​ຮ່ວມ​ມື​ທີ່ເກິດຂື້ນ​ກັບ​ພັນ​ທະ​ມິດ​ລາຍ​ໃໝ່​ດ້ວຍ​ຢ່າງ ເຊັ່ນ ຊິດ​ໂກ້ ຊຳ​ຊຸງ​ອີເລັກໂຕນິກ ເຮີລ໌​ແມນ​ອິນ​ເຕີລ໌​ເນັດຊັ່ນ​ແນວ ພີ​ແລດ​ໂຊ່​ເທກ​ໂນ​ໂລ​ຍີ ແລະ​ວາຍ​ຟາຍ​ອະ​ໄລ​ອັນຊ໌ ຫາກ​ປຽບທຽບ​ຄວາມ​ໄວ​ໃນ​ການ​ຖ່າຍ​ໂອນ​ຂໍ້​ມູນ​ດັ່ງ​ກ່າວ ເຮົາ​ສາມາດ​ສົ່ງ​ຂໍ້​ມູນ​ຂະໜາດ DVD ໜຶ່ງ​ແຜ່ນ​ດ້ວຍ​ມາດຕະຖານ WiGig ໄດ້​ສຳ​ເລັດ​ພາຍ​ໃນ​ເວລາບໍ່​ເຖິງ 10 ວິ​ນາ​ທີ

Wi-Fi Alliance ແລະ WiGig Alliance (Intel, Microsoft, Dell, Panasonic) ຍັງ​ໄດ້​ກ່າວ​ຮ່ວມ​ກັນ​ອີກ​ດ້ວຍ​ວ່າ ທັງ​ສອງ​ຈະ​ແຊລ໌​ລາຍ​ລະອຽດ​ຂອງ​ເທກ​ໂນ​ໂລ​ຍີ​ສຳລັບ​ການ​ພັດທະນາ​ມາດຕະຖານ Wi-Fi ໃໝ່​ໆ ຊຶ່ງ​ລວມ​ເຖິງ WiGig ທີ່​ເຮັດວຽກ​ທີ່​ຄວາມ​ຖີ່ 60GHz ດ້ວຍ ນັ້ນ​ໝາຍ​ຄວາມ​ວ່າ ເລົາເຕີລ໌​ທີ່​ຮອງ​ຮັບ​ການເຮັດວຽກ​ທັງ 3 ຊ່ວງ​ຄວາມ​ຖີ່ (Tri-band) ນອກ​ຈາກ​ຈະ​ໄວ​ກວ່າ​ແລ້ວ ຍັງ​ສາມາດ​ເຮັດວຽກ​ກັບ​ລະບົບ​ເກົ່າ​ໄດ້​ອີກ​ດ້ວຍ “ຂະນະ​ນີ້​ຂໍ້​ກຳນົດ​ຂອງ​ມາດຕະຖານ​ທີ່​ເຮົາ​ຈັດ​ເຮັດ​ຂຶ້ນ​ໄດ້​ສຳເລັດ​ສົມບູນ ແລະ​ພ້ອມ​ເຜີຍແຜ່​ແລ້ວ ມັນ​ເຖິງ​ເວລາ​ທີ່​ເຮົາ​ຈະ​ຜັກ​ດັນ​ໃຫ້​ຜູ້​ໃຊ້​ໄດ້​ສຳ​ຜັດ​ກັບ​ປະສົບການ​ທີ່​ຍິ່ງ​ໃຫຍ່ ສຳລັບ​ການ​ເຊື່ອມ​ຕໍ່​ໄຮ້​ສາຍ​ລະຫວ່າງ​ອຸປະກອນ​ຕ່າງໆ” Dr. Ali Sandri ປະ​ທານ WiGig Alliance ກ່າວ “ເຮົາ​ຮູ້ສຶກ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ທີ​ໄດ້ເຮັດວຽດຮ່ວມ​ກັບ Wi-Fi Alliance ໃນ​ການ​ຂະຫຍາຍ​ຂີດ​ຄວາມ​ສາມາດ​ໃນ​ເລື່ອງ​ຂອງ​ຄວາມ​ໄວ​ລະ​ດັບ​ກິ​ກກະບິດ​ໄປ​ສູ່​ເທກ​ໂນ​ໂລ​ຍີ Wi-Fi”

ຂໍ້​ມູນ​ຈາກ: Arip.co.th

ລອງອ່ານກ່ຽວກັບ  WiGig SD Card, ໂອນຂໍ້ມຸນລະດັບແຜ່ນ DVD ພາຍໃນ 60 ວິນາທີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.