ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາຮູ້ຈັກຄວາມຫມາຍຂອງ CMS ວ່າແມ່ນຫຍັງ

ລາຍງານພິເສດ

CMS ຫຍໍ້​ມາ​ຈາກ Content Management System ເປັນ​ລະບົບ​ທີ່​ນຳ​ມາ​ຊ່ວຍ​ໃນ​ການສ້າງ​ແລະ​ບໍລິຫານ​ເວັບ​ໄຊຕ໌​ແບບ​ສຳ​ເລັດ​ຮູບ ໂດຍ​ໃນ​ການ​ໃຊ້​ງານ CMS ນັ້ນ​ຜູ້​ໃຊ້​ງານເກືອບ​ບໍ່​ຕ້ອງ​ມີ​ຄວາມ​ຮູ້​ໃນ​ດ້ານ​ການ​ຂຽນ​ໂປ​ແກມ ກໍ​ສາມາດ​ສ້າງ​ເວັບ​ໄຊຕ໌​ໄດ້ ຕົວ​ຂອງ CMS ເອງ​ຈະ​ມີ​ໂປ​ແກມ​ແຖມ​ມາ​ແລະ​ສາມາດເພີ່ມ​​ເອງ​ໄດ້​ຫລວງຫລາຍ​ເຊັ່ນ webboard , ລະບົບ​ຈັດການ​ໂຄ​ນາ, ລະບົບ​ນັບ​ຈຳນວນ​ຜູ້​ເຂົ້າຊົມເເລະຍັງມີອື່ນ​ຫລວງຫລາຍໃຫ້ເລືອກໃຊ້

CMS ຄ້າຍຄືກັບ​ໂປ​ແກມ ໂປ​ແກມ​ໜຶ່ງ ທີ່​ມີ​ຜູ້​ພັດທະນາ​ມາ​ຈາກ​ພາສາ​ຄອມພິວເຕີ​ທີ່​ໃຊ້​ໃນ​ເວັບ​ໄຊຕ໌​ເຊັ່ນ PHP , Python , ASP , JSP ຊຶ່ງ​ໃນ​ປະຈຸບັນ​ກໍ່ມີຄົນພັດທະນາ CMS ​ຟຣີຂຶ້ນ​ມາ​ຫລວງຫລາຍ​ເຊັ່ນ Mambo , Joomla , WordPress, Durpal ແລະອືນໆອີກ

ແນ່ນອນ​ວ່າ​ຜູ້​ພັດທະນາ​ລະບົບ CMS ຟຣີ ທີ່​ກ່າວ​ມາ​ຂ້າງ​ຕົ້ນ​ນັ້ນ​ລ້ວນ​ເປັນ​ມື​ອາ​ຊີບ​ທີ່​ມີ​ຝີ​ມື​ໃນ​ເລື່ອງ​ຂອງ ເວັບ​ໄຊຕ໌​ເປັນ​ຢ່າງ​ຍິ່ງ ທັງ​ການ​ຂຽນ​ໂປ​ແກມ​ທີ່ຮັດກຸມ ການ​ອອກ​ແບບ​ເນ​ວິເກຊັ່ນ​ທີ່​ດີ ເຮັດໃຫ້​ພາບ​ລວມ​ຂອງ​ເວັບ​ໄຊຕ໌​ທີ່​ໃຊ້ CMS ນັ້ນ​ອອກ​ມາ​ໃນ​ແນວ​ມື​ອາ​ຊີບ​

ຂໍ້​ດີ​ຂອງ CMS

1.ຜູ້​ໃຊ້​ງານ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ຮູ້​ເລື່ອງ​ການເຮັດ​ເວັບ​ໄຊຕ໌ ພຽງ​ແຕ່ເຄີຍ​ພິມ ຫລື ​ໂພດ​ຂໍ້ຄວາມ​ໃນ​ອິນເຕີເນັດ ກໍ​ສາມາດ​ມີ​ເວັບ​ໄຊຕ໌​ເປັນ​ຂອງ​ຕົວ​ເອງ​ໄດ້

2.ບໍ່​ເສຍ​ເວລາ​ໃນ​ການ​ພັດທະນາ​ເວັບ​ໄຊຕ໌ ບໍ່​ເສຍ​ເງີນຫລາຍ

3.ງ່າຍ​ຕໍ່​ການ​ເບິ່ງແຍງ ເພາະ​ມີ​ລະບົບ​ຈັດການ​ທຸກ​ຢ່າງ​ໃຫ້​ເຮົາ​ໝົດ

4.ມີ​ລະບົບ​ຈັດການ​ທີ່​ເຮົາ​ສາມາດ​ຫາ​ມາ​​ເພີ່ມໃສ່​ໄດ້​ຫລວງຫລາຍ ຢ່າງ​ເຊັ່ນ ລະບົບ​ແກເຣີລີ່

5.ສາມາດ​ປ່ຽນ​ໜ້າ​ຕາ​ເວັບ​ໄຊຕ໌​ໄດ້​ງ່າຍໆ ພຽງ​ແຕ່ໂຫລດ​ເທັມເພດ ( Template ) ຂອງ CMS ນັ້ນໆ

ຂໍ້​ເສຍ​ຂອງ CMS

1.ໃນ​ກໍລະນີ​ທີ່​ຜູ້​ໃຊ້​ຕ້ອງ​ການ​ອອກ​ແບບ​ເທັມເພດ (ໜ້າ​ຕາ​ຂອງ​ເວັບ) ເອງຈະ​ຕ້ອງ​ໃຊ້​ຄວາມ​ຮູ້​ຫລາຍກວ່າ​ປົກກະຕິ ເນື້ອງ​ຈາກ CMS ມີ​ຫລາຍໆ​ລະບົບ​ມາ​ລວມ​ກັນ​ເຮັດໃຫ້​ເກີດ​ຄວາມ​ຫຍຸ້ງຍາກ ສຳລັບ​ຜູ້​ທີ່​ບໍ່​ມີ​ຄວາມ​ຮູ້

2.ຜູ້​ໃຊ້​ຈະ​ຕ້ອງ​ສຶກ​ສາ​ລະບົບ CMS ທີ່​ຜູ້​ພັດທະນາ​ສ້າງ​ຂຶ້ນ​ມາ ເຊັ່ນ​ຈະ​ຕ້ອງ​ໃສ່​ຂໍ້ຄວາມ​ລົງ​ບ່ອນ​ໃດ ຈະ​ຕ້ອງ​ໃສ່ຮູບພາບ​ແນວໃດ ຊຶ່ງ​ຈະ​ລຳ​ບາກ​ພຽງ​ແຕ່​ຊ່ວງທຳອິດ​ເທົ່າ​ນັ້ນ

3.ໃນ​ການ​ໃຊ້​ງານ​ຈິງ​ນັ້ນ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ set up ເທຶ່ອທຳອິດ​ກັບ web server ແຕ່​ປະຈຸບັນ​ກໍ​ມີ​ຜູ້​ບໍລິການ web server ຫລວງຫລາຍ​ທີ່​ສະເໜີ​ລົງ​ແລະ set up ລະບົບ CMS ໃຫ້​ຟຣີໆ​ໂດຍ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ

ລອງອ່ານກ່ຽວກັບ  WordPress 3.0 ອອກເວຊັນເຕັມແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.