ເລື່ອງລາວຂອງ TECH, STARTUP, ແລະ DIGITAL

2014 “ແທັບ​ເລັດ” ຄອງ​ໂລກ​ຄອມພິວເຕີ ແທ້ຫລືບໍ່?

ຂ່າວໄອທີ

ຄວາມ​ຮ້ອນ​ແຮງ​ຂອງ​ໄອ​ແພດ (iPad) ຈາກ​ແອບ​ເປີ້ນ (Apple) ບໍລິສັດ​ວິ​ໄຈ​ຕະ​ຫລາດ​ໄອ​ດີ​ຊີ (IDC) ລາຍ​ງານ​ແນວ​ໂນ້ມ​ທີ່​ໜ້າ​ສົນ​ໃຈ​ວ່າ “ແທັບ​ເລັດ” ຈະ​ມີ​ຍອດ​ຈຳນວນ​ຜູ້​ໃຊ້​ເພີ່ມ​ຂຶ້ນ​ເປັນ 6 ເທົ່າ​ຫລື 46 ລ້ານ​ເຄື່ອງ (ຈາກ 7.6 ລ້ານ​ເຄື່ອງ​ໃນ​ປີ​ນີ້) ພາຍ​ໃນ​ປີ 2014

ທາງ​ບໍລິສັດ​ຯ ຍັງ​ຄາດ​ອີກ​ດ້ວຍ​ວ່າ ໃນ​ປີ 2014 ຈະ​ມີ​ຍອດ​ການ​ຈຳ​ໜ່າຍ​ຄອມພິວເຕີ​ພົກ​ພາ​ທັງ​ສິ້ນ 398 ລ້ານ​ເຄື່ອງ ຊຶ່ງ​ຫາກ​ເປັນ​ໄປ​ຕາມ​ຄາດ​ການ ແທັບເລັດ​ຈະ​ມີ​ສັດ​ສ່ວນ​ໃນ​ຕະ​ຫລາດ​ເຖິງ 11% ຖື​ວ່າ​ເປັນ​ການ​ເຕີບໂຕ​ທີ່​ໄວ​ຫລາຍ ທັງ​ນີ້​ຜົນ​ຈາກ​ການ​ທີ່​ໄອ​ແພດ​ສາມາດ​ສ້າ​ງສະຖິ​ຕິ​ຂອງ​ຍອດ​ຈຳ​ໜ່າຍ​ທີ່ 1 ລ້ານ​ເຄື່ອງ​ພາຍ​ໃນ 28 ມື້ ເຮັດໃຫ້​ເຫລົ່າ​ບັນດາ​ຜູ້​ຜະລິດ​ພີ​ຊີ​ເລັງ​ເຫັນ​ອະນາຄົດ​ຂອງຕະຫລາດ​ແທັບ​ເລັດ ຫລາຍໆເຈົ້າ​ກໍ​ເລີຍ​ກະ​ໂດດ​ເຂົ້າ​ມາ​ໃນ​ສະໜໍລະພູມ​ນີ້​ດ້ວຍ ຢ່າງ​ເຊັ່ນ​ທີ່​ປະ​ກາດ​ຕົວ​ເປັນ​ລາຍທຳອິດ ເລີຍ​ກໍ​ຄື HP Slate ທີ່​ໃຊ້ Windows 7 ຊຶ່ງ​ປະຈຸບັນ​ໄດ້​ປ່ຽນ​ຊື່​ເປັນ Hurricane ແລະ​ໃຊ້ WebOS ຂອງ Palm ແທນ

ຄວາມ​ຕ້ອງ​ການ​ສຳລັບ​ຄອມພິວເຕີ ຈະ​ຂະ​ຍັບ​ໄປ​ສູ່​ຕະ​ຫລາດ​ອຸປະກອນ​ເພື່ອ​ຄວາມ​ບັນ​ເທີງ ຊຶ່ງ​ແທັບ​ເລັດ​ໄດ້​ເຂົ້າ​ມາ​ເປີດ​ຕະ​ຫລາດ​ນີ້​ຢ່າງ​ຊັດເຈນ ໂດຍ​ຫລັງ​ຈາກ​ທີ່​ປົດ​ພັນທະນາ​ການ​ໃນ​ການ​ມີ​ຄີຍ໌​ບອດ ຫລື​ເມົາສ໌​ອອກ​ໄປ ເຫລືອ​ແຕ່​ໜ້າ​ຈໍ​ສຳ​ຜັດ​ທີ​ໃຊ້​ງານ​ງ່າຍ ພົກ​ພາ​ສະ​ດວກ ສາ​ມາດບໍ​ລິ​ໂພກ​ມີ​ເດຍ​ຕ່າງໆ ແລະ​ທ່ອງ​ເນັດ​ໄດ້ ຈາກ​ການ​ທີ​ແນວ​ໂນ້ມ​ຄວາມ​ຕ້ອງ​ການ​ໃນ​ຜະລິດຕະພັນ​ຕົວ​ນີ້​ພຸ່ງ​ເປົ້າ​ໄປ​ທີ່ ຕະ​ຫລາດ​ຄອນ​ຊູ​ເມີລ໌​ອິ​ເລັກໂຕຼນິກ ເພື່ອ​ຄວາມ​ບັນ​ເທີງ​ໃນ​ຖານະ Media Tablet ສ່ວນ​ບຸກ​ຄົນ ເຮັດໃຫ້​ການ​ເຕີບໂຕ​ຂອງ​ມັນ​ມີ​ໂອ​ກາດ​ທີ່​ຈະ​ພຸ່ງ​ພວດ​ພາຍ​ໃນ 4 ປີ​ຂ້າງ​ໜ້າ ຈົນ​ສາມາດ​ສັ່ນຄອນ​ບັນລັງ​ຕະ​ຫລາດ​ຄອມພິວເຕີ​ພົກ​ພາ (ໂນດບຸ໊ກ, ເນັດ​ບຸ໊​ກ) ໃຫ້​ສັ່ນ​ສະ​ເທືອນ​ໄດ້

ຂະນະ​ດຽວ​ກັນ ລາຍ​ງານ​ວິ​ໄຈ​ຈາກ​ຫລາໆ ແຫ່ງ​ກໍ​ສະໜັບສະໜູນ​ແນວ​ໂນ້ມ​ນີ້ ໂດຍ​ຕ່າງ​ສະຫລຸບ​ກົງ​ກັນ​ວ່າ ກະ​ແສ​ຄວາມ​ຕ້ອງ​ການ​ໄອ​ແພດ​ຂອງ​ຜູ້​ບະ​ຫລິ​ໂພກ​ແຂງ​ແຮງ​ເກີນ​ຄາດ ຊຶ່ງ​ລາຍ​ງານ​ວິ​ໄຈ​ຈາກ ChangeWave Research ທີ່​ເປີດ​ເຜີຍ​ອອກ​ມາ​ລ່າ​ສຸດ​ລະ​ບຸ​ວ່າ ຜູ້​ບະ​ຫລິ​ໂພກ​ທີ່​ຊື້ ເພາະ​ຮູ້ສຶກ “ມັກ​ໄອ​ແພດ​ຫລາຍ” ເພີ່ມ​ຂຶ້ນ​ເປັນ 7% (ທຽບ​ກັບ​ຜົນ​ການ​ສຳ​ລວດ​ເມື່ອ​ເດືອນ​ກຸມພາ​ທີ່​ມີ​ຢູ່ 4%) ໃນ​ຂະນະ​ທີ່ “ຄ່ອນ​ຂ້າງ​ມັກ” ເພີ່ມ​ຂຶ້ນ​ເປັນ 13% ຈາກ​ເດີມ 9%

[Update 21/05/2010] ສະ​ຖິ​ຕິ​ຍອດ​ຂາຍ​ໄອ​ແພດ ຫລາຍກວ່າ 200,000 ເຄື່ອງ​ຕໍ່​ອາທິດ ທຽບ​ກັບ​ແມັກ 110,000 ເຄື່ອງ ແລະ​ໄອ​ໂຟນ 240,000 ເຄື່ອງ​ຕໍ່​ອາທິດ ການ​ເກີດ​ຂອງ​ໄອ​ພອດ ແລະ​ໄອ​ໂຟນ​ເຮັດໃຫ້​ແມັກ​ຂາຍ​ໄດ້​ຫລາຍ​ຂຶ້ນ ແຕ່​ໄອ​ແພດ​ຈະ​ສົ່ງ​ຜົນ​ໃຫ້​ຍອດ​ຂາຍ​ແມັກ​ ເຕີບໂຕ​ຂຶ້ນ​ໄປ​ດ້ວຍຫລື​ບໍ່​ ຕ້ອງ​ຕິດ​ຕາມ​ກັນ​ຕໍ່ໄປ ແຕ່​ທີ່​ແນ່​ໆ ມັນ​ຂາຍ​ດີກວ່າ​ແມັກ​ເກືອບ​ເທົ່າ​ຕົວ

ຂໍ້​ມູນ ຈາກ:Arip.co.th

ລອງອ່ານກ່ຽວກັບ  ຍອດຂາຍ iPad ທະລຸ 2 ລ້ານເຄື່ອງແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.