ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Sony ພັດທະນາ ຈໍ OLED ລຸ້ນໃຫມ່ມ້ວນໄດ້

ຂ່າວໄອທີ

ລ່າສຸດ ໂຊ​ນີ້ (Sony) ໄດ້​ພັດທະນາ​ຈໍ​ສະແດງ​ຜົນ OLED ໄປ​ໄກ​ກວ່າ​ທີ່ພຽງເເຕ່​ດັດ​ໂຄ້ງ​ໄດ້​ເທົ່າ​ນັ້ນ ໂດຍ​ສາມາດ​ເຮັດ​ຈໍ​ສະແດງ​ຜົນ OLED ທີ່​ບາງ​ ອີກ​ທັງ​ມີ​ຄວາມ​ຍືດ​ຫຍຸ່ນ​ຈົນ​ສາມາດ​ມ້ວນ​ໄດ້​ຄືກັບເຈ້ຍ ໃນ​ຂະນະ​ທີ່​ມັນ​ຍັງ​ເຮັດວຽກ​ໄດ້​ຄືເກົ່າ ນັບ​ເປັນ​ກ້າວ​ທີ່​ສຳຄັນ​ຂອງ​ເທກ​ໂນ​ໂລ​ຍີ​ຈໍ​ສະແດງ​ຜົນ ​ທີ່​ນັບ​ມື້​ມັນ​ຍິ່ງໃກ້​ຄຽງ​ເຈ້ຍເຂົ້າໄປ​ແລ້ວ

ໂຊ​ນີ້​ ໂຊ​ຕົ້ນ​ແບບ​ຈໍ​ສະແດງ​ຜົນ OLED ຂະໜາດ 4.1 ນິ້ວ​ທີ​ມີ​ຄວາມ​ບາງ ແລະ​ຍືດ​ຫຍຸ່ນ​ຫລາຍ​ຈົນ​ສາມາດ​ໝຸນ​ຮອບເປັນ​ກະ​ບອກ​ທີ​ມີ​ຂະໜາດ​ປະ​ມານ​ດຽວກັບສໍ​ໄດ້ ໂດຍ​ຄວາມ​ລະອຽດ​ຂອງ​ການ​ສະແດງ​ຜົນ​ຈະ​ຢູ່​ທີ່ 432 x 240 ພິກ​ເຊນ ສາມາດ​ໃຫ້​ສະແດງ​ສະຫວ່າງ​ສົດ​ໃສ ເຖິງວ່າ​ການ​ສະແດງ​ຜົນ​ທີ່​ໄດ້​ຈະ​ຍັງ​ບໍ່​ສົມບູນ​ເທົ່າໃດ (ມີ​ການ​ຂາດ​ຄວາມ​ຕໍ່​ເນື່ອງ​ໃນ​ບາງ​ເສັ້ນ) ແຕ່​ກໍ​ຕ້ອງ​ຖື​ວ່າ ມັນ​ໄດ້ຮັບ​ການ​ພັດທະນາ​ໃຫ້​ດີ​ຂຶ້ນ​ກວ່າ​ລຸ້ນ​ກ່ອນ​ໜ້າ​ນີ້​ຫລາຍ

ຄວາມ​ຈິງ ການ​ພັດທະນາ​ຈໍ​ສະແດງ​ຜົນ​ມ້ວນ​ໄດ້​ມີ​ມາ​ດົນ​ພໍ​ສົມຄວນ​ແລ້ວ ແຕ່​ກໍ​ຍັງ​ບໍ່​ເຫັນ​ວ່າ​ຈະ​ມີ​ພັດທະນາ​ການ​ໃດ​ທີ່​ສາມາດ​ຮັກສາ​ Contrast ແລະ ​ສີ​ສັນ​ໄດ້​ສົມບູນ​ເທົ່າ​ນີ້ ເຖິງ​ມັນ​ຈະ​ກຳ​ລັງ​ຖືກ​ມ້ວນ​ຂະນະ​ທີ່​ສະແດງ​ຜົນ​ວິ​ດີ​ໂອ​ຢູ່​ກໍ​ຕາມ ທາງ​ໂຊ​ນີ້​ເປີດ​ເຜີຍ​ວ່າ ຈໍ​ສະແດງ​ຜົນ OLED ແບບ​ມ້ວນ​ໄດ້​ນີ້​ຈະ​ມີ​ອັດຕາ​ contrast ຢູ່​ທີ່ 1,000:1 ໃນ​ອະນາຄົດ​ເຮົາ​ຄົງ​ໄດ້​ໃຊ້​ມື​ຖື​ທີ​ມີ​ໜ້າ​ຈໍ​ມ້ວນ​ໄດ້ ຫລື​ໜ້າ​ຫນັງສື​ພິມ​ດິ​ຈິ​ຕອນ​ຢ່າງ​ທີ່​ເຄີຍ​ເຫັນ​ໃນ​ຫນັງ​ຫລາຍໆເລື່ອງ

Credit: Arip.co.th

ລອງອ່ານກ່ຽວກັບ  ຂໍ້ສະຫລຸບຂອງງານຖະແຫລງຂ່າວຂອງ Apple ກັບ iPhone4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.