ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Seagate ຕຽມ​ອອກ​ຮາລ໌​ດ​ດິດກ໌ 3TB

ຂ່າວໄອທີ

ຊີ​ເກດ (Seagate) ຢືນຢັນ​ວ່າ ທາງ​ບໍລິສັດ​ກຳ​ລັງ​ຕຽມ​ເປີດ​ຕົວ​ຮາລ໌​ດດິດ​ຄວາມ​ຈຸ 3TB (1TB ເທົ່າ​ກັບ 1024GB) ເຂົ້າ​ສູ່​ຕະ​ຫລາດ​ຊ່ວງ​ປາຍ​ປີ​ນີ້ ຢ່າງໃດ​ກໍ​ດີ ທາງ​ບໍລິສັດ​ໄດ້​ແນະ​ນຳ​ຜູ້​ໃຊ້​ດ້ວຍ​ວ່າ ຫາກ​ຕ້ອງ​ການ​ໃຊ້​ຮາລ໌​ດ​ດິດຄວາມ​ຈຸ​ຂະໜາດ​ນີ້​ໃຫ້​ໄດ້​ປະໂຫຍດ​ສູງ​ສຸດ​ຄວນ​ຈະ​ໃຊ້​ກັບ ຄອມພິວເຕີ​ລຸ້ນ​ໃໝ່ໆ

ຊີ​ເກດ​ກ່າວ​ວ່າ ຮາລ໌​ດ​ດິດຂະໜາດ 3.5 ນິ້ວ (ສຳລັບ​ເດສທອບ) ຄວາມ​ຈຸ 3TB ຈະ​ວາ​ງຕະຫລາດ​ໄດ້​ໃນ​ຊ່ວງ​ປາຍ​ປີ 2010 ແຕ່​ຍັງ​ບໍ່​ໄດ້​ກຳນົດ​ວັນທີ່​ແນ່ນອນ ຢ່າງ​ໃດ​ກໍ​ຕາມ ໃນ​ລະຫວ່າງ​ນີ້ ຊີ​ເກດ​ກຳ​ລັງ​ພະຍາຍາມ​ທີ່​ຈະ​ແຈ້ງ​ໃຫ້​ຜູ້​ໃຊ້​ຄອມພິວເຕີ​ສ່ວນ​ໃຫຍ່​ຮູ້​ກ່ອນ​ວ່າ ພວກ​ພວກເຂົາ​ຈະ​ບໍ່​ສາ​ມາດ​​ໃຊ້​ຄວາມ​ຈຸ​ຮາລ໌​ດ​ດິດໃໝ່​ໄດ້​ເຕັມ​ທີ່ ຍົກ​ຕົວ​ຢ່າງ​ເຊັ່ນ ເດສ​ທອບ​ພີ​ຊີ​ ທີ່​ເຮັດວຽກ​ດ້ວຍ WIndows XP ສາມາດ​ຈັດການ​ກັບ​ຮາລ໌​ດດິດ​ທີ່​ມີ​ຄວາມ​ຄວາມ​ຈຸ​ໄດ້​ໃຫຍ່​ສຸດ​ບໍ່​ເກີນ 2.1TB

ສ່ວນ ລະບົບ​ປະຕິບັດ​ການ​ລຸ້ນ​ໃໝ່​ກວ່າ​ຢ່າງ Windows 7 ເວີລ໌​ຊັນ 64 ບິດ ແລະ Windows Vista ທີ່​ສະໜັບສະໜູນ​ກົນ​ໄກ​ການ​ອ້າງ​ແອດ​ເດສ LBA (Logical Block Address) ໃນ​ຮູບ​ແບບ​ທີ່​ໃໝ່​ກວ່າ​ທີ່​ສາມາດ​ອ້າງ​ແອດ​ເດ​ສ​ແບບ Long LBA ຈະ​ສາມາດ​ໃຊ້​ຮາລ໌​ດດິດ​ທີ່​ມີ​ຄວາມ​ຈຸ​ຫລາຍກວ່າ 2.1TB ໄດ້ ໄດ​​ເວີລ໌​ຮາລ໌​ດ​ດິດສຳລັບ Windows ຊຶ່ງ​ລວມ​ເຖິງ Windows Vista ແລະ Windows 7 ສະໜັບສະໜູນ Long LBA ຮຽບຮ້ອຍ​ແລ້ວ ໃນ​ຂະນະ​ດຽວ​ກັນ ອິນ​ເທວ (Intel) ກຳ​ລັງ​ເພີ່ມ​ຄວາມ​ສາມາດ​ນີ້​ເຂົ້າໄປ​ໃນ​ເວີລ໌​ຊັນ​ອັບ​ເດດ​ຂອງ​ໄດ​ເວີລ໌ Intel Storage Matrix ຢ່າງໃດ​ກໍ​ຕາມ ເ​ຟິລ໌​ມ​ແວລ໌​ໃນ Bios ລຸ້ນ​ເກົ່າ​ທີ່​ຢູ່ໃນ​ພີ​ຊີ​ສ່ວນ​ໃຫຍ່​ຈະ​ບໍ່​ສາມາດ​ບູດ​ເຄື່ອງ​ຈາກ​ຮາລ໌​ດ​ດິດທີ່​ມີ​ຄວາມ ຈຸ 3TB ໄດ້

ທາງ​ຊີ​ເກດ​ແນະ​ນຳ​ວ່າ ຜູ້​ໃຊ້​ພີ​ຊີ​ລຸ້ນ​ເກົ່າ​ຕ້ອງ​ອັບ​ເດດ​ ເ​ຟິລ໌​ມ​ແວລ໌​ຂອງ​ເຄື່ອງ​ດ້ວຍ Unified Extensible Firmware Interface ເຂົ້າໄປ​ແທນ ຫລື​ ໃຊ້​ໄດ​ຟ໌​ທີ່​ຄວາມ​ຈຸ​ຫລາຍກວ່າ 2.1TB ເຊື່ອມ​ຕໍ່​ກັບ Raid controller ຫລື​ ອະ​ແດບ​ເຕີລ໌​ສະເພາະ

Credit: Arip.co.th

ລອງອ່ານກ່ຽວກັບ  W3C ອອກ ໂລໂກ້ ສຳລັບມາດຕະຖານ HTML5 ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.