ເລື່ອງລາວຂອງ TECH, STARTUP, ແລະ DIGITAL

OLPC XO-3 ແທັບເລັດ 75 ຫລຽນ

ຂ່າວໄອທີ

ທ່ານຜູ້​ອ່ານ​ຍັງ​ຄົງ​ຈື່​ໂຄງ​ການ One Laptop Per Child ຫລື OLPC ໄດ້​ເເມ່ນບໍ່  ເພາະລ່າ​ສຸດ Nicholas Negroponte ຜູ້​ກໍ່​ຕັ້ງ​ແລະ​ເປັນ​ຜູ້​ລິ​ເລີ່ມ​ໄອ​ເດຍ​ກ່າວ​ວ່າ ທາງ​ທີມ​ງານ​ມີ​ຄວາມ​ພ້ອມ​ທີ່​ຈະ​ເປີດ​ຕົວ​ຕົ້ນ​ແບບ XO-3 ແທັບ​ເລັດ​ຄອມພິວເຕີ​ໃນ​ເດືອນ​ທັນວາ​ນີ້ ແລະ​ຈະ​ນຳ​ມັນ​ອອກ​ສະແດງ​ໃນ​ງານ CES 2011 ດ້ວຍ

Nicholas Negroponte ກ່າວ​ອີກ​ດ້ວຍ​ວ່າ XO-3 ຈະ​ມີ​ລາ​ຄາ​ຢູ່​ທີ່ 75 ຫລຽນຯ ແລະ​ຈັບ​ກຸ່​ມຕຫລາດ​ເດັກນ້ອຍ ໃນ​ປະເທດ​ຝັ່ງ​ຕະເວັນ​ຕົກ ໂດຍ​ຈະ​ເປັນ​ການ​ລວມ​ຄຸນສົມບັດ​ການເຮັດວຽກ​ເດັ່ນ​ໆ ທີ​ມີ​ຢູ່ໃນ​ແລບ​ທອບ ໄອ​ແພດ ແລະ​ຄິນ​ເດີ້ນ ຊຶ່ງ​ຄາດ​ວ່າ ຕົວ​ຜະລິດຕະພັນ​ທີ່​ສຳເລັດ​ສົມບູນ​ໜ້າ​ຈະ​ເປີດ​ຕົວ​ໄດ້​ໃນ​ປີ 2012 ທັງ​ນີ້​ກາ​ຟຟິກ​ສະແດງ​ຕົ້ນ​ແບບ​ຂອງ​ເຄື່ອງ​ເບິ່ງ​ໜ້າ​ປະ​ທັບ​ໃຈ​ຫລາຍ ໂດຍ​ສະເພາະ​ຄວາມ​ບາງ ແລະ​ວົງ​ແຫວນ​ບໍລິເວນ​ທີ​ມຸມ​ເຄື່ອງ

“ເຮົາ​ຕັ້ງ​ເປົ້າ​ສຳລັບ​ລາ​ຄາ​ຂອງ XO-3 ໜ້າ​ຈະ​ຢູ່​ທີ່ 75 ຫລຽນຯ ແລະ​ເຮົາ​ກຳ​ລັງ​ຈະ​ເຮັດ​ໄດ້​ແລ້ວ ນັ້ນ​ບໍ່ແມ່ນ​ບັນຫາ” Nicholas Negroponte ກ່າວ “ບັນຫາ​ຕອນ​ນີ້​ຄື ເມື່ອໃດ​ເຮົາ​ຈຶ່ງ​ຈະ​ໄດ້​ພາ​ສະຕິ​ກ 100% ໃນ​ການ​ຜະລິດ ມັນ​ຈະ​ບໍ່​ແຕກ​ຫັກ​ງ່າຍ ໂດຍ​ສະເພາະ​ວົງ​ແຫວນ​ທີ່​ຍື່ນ​ອອກ​ມາ​ຈາກ​ມຸມ​ຂອງ​ເຄື່ອງ” ສຳລັບ XO-3 ຈະ​ໃຊ້​ໂພ​ເຊດ​ເຊີລ໌ ARM ໜ້າ​ຈໍ​ມີ​ຂະໜາດ​ຕັ້ງ​ແຕ່ 9 ນິ້ວ​ຂຶ້ນ​ໄປ ລະບົບ​ປະຕິບັດການ​ທີ​ໃຊ້​ເປັນ Android ແຕ່ Negroponte ກ່າວ​ວ່າ ອາດຈະ​ພິຈາລະນາ Linux ດ້ວຍ

ພວກເຂົາ​ຍັງ​ກ່າວ​ອີກ ດ້ວຍ​ວ່າ ຕ້ອງ​ການເຮັດໃຫ້​ຈໍ​ສະແດງ​ຜົນ​ເຮັດວຽກ​ໄດ້ 2 ໂໝດ ທັງ​ມີ​ແບກ​ໄລທ໌ ແລະ​ແບບ​ທີ​ສາມາດ​ເບິ່ງເຫັນ​ພາຍໃຕ້​ແສງ​ອາທິດ ຊຶ່ງ​ໜ້າ​ຈະ​ເປັນ​ຄຸນສົມບັດ​ທີ​ໂດດ​ເດັ່ນ​ທີ່ສຸດ​ຂອງ​ແທັບ​ເລັດ OLPC XO-3 ໜ້າ​ຈໍ 2 ໂໝດ​ຈຳ​ເປັນ​ຕໍ່​ເດັກ​ໃນ​ການ​ນຳ​ມັນ​ໄປ​ຮຽນ​ຮູ້​ທັງ​ໃນ ແລະ​ນອກ​ຫ້ອງ​ຮຽນ ນອກ​ຈາກ XO-3 ຈະ​ບາງ​ເບົາ​ແລ້ວ ມັນ​ຍັງ​ໃຊ້​ພະລັງ​ງານ​ຕ່ຳ​ຫລາຍ​ອີກ​ດ້ວຍ ໂດຍ​ທີມ​ພັດທະນາ​ຕັ້ງ​ເປົ້າ​ໃຫ້​ມັນ​ໃຊ້​ພະລັງ​ງານ​ແຕ່ 1 ວັດ ຕໍ່​ຊົ່ວ​ໂມງ (ທຽບ​ກັບ OLPC Laptop 5 ວັດຕ໌​ຕໍ່​ຊົ່ວ​ໂມງ) ຮອງ​ຮັບ​ການ​ໃຊ້​ງານ​ຫລາກ​ຫລາຍພາສາ ຄີຍ໌​ບອລ໌​ດໜ້າ​ຈໍ​ສຳ​ຜັດ​ພ້ອມ​ດ້ວຍ​ການ​ຕອບສະຫນອງ​ແບບ​ໄອ​ໂຟນ ເຊື່ອມ​ຕໍ່​ໄຮ້​ສາຍ Wi-Fi ວິ​ດີ​ໂອ​ໄຮ​ເດ​ຟຯ (1080p) ມີ​ເວັບ​ແຄມ​ທີ່​ສາມາດ​ຖ່າຍ​ພາບ​ນິ່ງ​ແລະ​ວິ​ດີ​ໂອ ກາ​ຟິກ 3D ປະ​ສິດ​ທິ​ພາບ​ສູງ ສະໜັບສະໜູນ​ການ​ຫລິ້ນ​ໄຟລ໌ Flash ແລະ​ສົນທະນາ​ໂຕ້​ຕອບ​ສອງ​ທາງ​ຜ່ານ​ເນັດ​ໄດ້ ທັງ​ນີ້​ບໍລິສັດ​ທີ່​ຜະລິດ​ຮາລ໌​ດ​ແວລ໌​ຂອງ XO-3 ກໍ​ຄື Marvell Technologies

Credit: Arip.co.th

ລອງອ່ານກ່ຽວກັບ  WiGig ມາດຕະຖານໃຫມ່ໄຮ້ສາຍຄວາມໄວສູງ Gbps

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.