ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Norton ປົກ​ປ້ອງ​ຕັ້ງ​ແຕ່​ມື​ຖື​ຈົນຮອດ​ລົດ​ຍົນ?

ຂ່າວໄອທີ

ໄຊ​ແມນ​ເທກ (Symantec) ບໍລິສັດ​ຜູ້​ພັດທະນາ​ຊອຟົຕ໌​ແວລ໌​ລະບົບ​ຮັກສາຄວາມ​ປອດ​ໄພ​ເທິງ​ຄອມພິວເຕີ ປະ​ກາດ​ມື້ວານ​ນີ້​ວ່າ ທາງ​ບໍລິສັດ​ມີ​ແຜນ​ຈະ​ຂະຫຍາຍ​ສາຍ​ຜະລິດຕະພັນ​ຊອຟົຕ໌​ແວລ໌ ນອລ໌​ຕັນ (Norton) ໄປ​ເທິງ​ອຸປະກອນ​ອື່ນໆ ນອກ​ຈາກ​ພີ​ຊີ ຢ່າງ​ເຊັ່ນ ສະ​ມາດ​ໂຟນ ແທັບ​ເລັດ​ຄອມພິວເຕີ ແລະ​ອຸປະກອນ​ອື່ນໆ ທີ່​ເຊື່ອມ​ຕໍ່​ເນັດ​ໄດ້ ຊຶ່ງ​ລວມ​ເຖິງ​ທໍລະທັດ, ລົດ​ຍົນ ຫລືລວມກະທັ້ງ​ກອບ​ຮູບ​ດິ​ຈິ​ຕອນ

“ເຮົາ​ກຳ​ລັງ​ເຂົ້າ​ສູ່​ຍຸກ​ໃໝ່ ຊຶ່ງ​ເປັນ​ຍຸກ​ທີ່​ພີ​ຊີ​ໄດ້​ຂະຫຍາຍ​ບົດ​ບາດ​ຕົວ​ເອງ​ເຂົ້າໄປ​ຢູ່ໃນ​ອຸປະກອນ​ຕ່າງໆ ຫລວງຫລາຍ ນັ້ນ​ເທົ່າ​ກັບ​ວ່າ ມັນ​ເປັນ​ການ​ເພີ່ມ​ໂອ​ກາດ​ໃນ​ການ​ເກີດ​ອາດຊະຍາກຳຄອມພິວເຕີ​ໄປ​ດ້ວຍ ຜູ້ບໍລິ​ໂພກ​ກຳ​ລັງ​ສ່ຽງ​ຕໍ່​ໄພ​ຄຸກ​ຄາມ​ຫລາຍກວ່າ​ເດີມ ເຮັດໃຫ້​ມີ​ຄວາມ​ຕ້ອງ​ການ​ໃນ​ລະບົບ​ປ້ອງ​ກັນ​ຫລາຍກວ່າ​ພີ​ຊີ​ເທົ່າ​ນັ້ນ” Janice Chaffin ປະ​ທານ​ຝ່າຍ​ທຸລະກິດ​ຜູ້​ບໍລິ​ໂພກ​ຂອງ​ໄຊ​ແມນ​ເທກ ກ່າວ

ສ່ວນ​ໃຫຍ່​ຜູ້​ໃຊ້​ຈະ​ຮູ້​ຈັກ​ໄຊ​ແມນ ເທກ​ຈາກ​ຊອຟົຕ໌​ແວລ໌​ນອລ໌​ຕັນ​ແອນ​ຕີ້​ໄວ​ລັດ ແຕ່​ສາມ​ປີ​ກວ່າ​ທີ່​ຜ່ານມາ ທາງ​ບໍລິສັດ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ໄປ​ກັບ​ການ​ພັດ​ນາສະຕໍ​ເລດ​ຄາວດ໌ ໂປ​ແກມ​ຄວບ​ຄຸມ​ການ​ທ່ອງ​ເນັດ​ຂອງ​ເດັກນ້ອຍ ແລະ​ລະບົບ​ກວດ​ສອບ​ຊື່​ສຽງ​ຂອງ​ແອບ​ພິ​ເຄ​ຊັນ​ທີ່​ຈະ​ດາວໂຫລດ​ຜ່ານ​ເນັດ​ວ່າ​ປອດ​ໄພ ຫລື​ບໍ່? ຊຶ່ງ​ທັງ​ໝົດ​ປູ​ທາງ​ໄປ​ສູ່​ຕະ​ຫລາດ​ໃໝ່​ນັ້ນ​ກໍ​ຄື ລະບົບຮັກສາຄວາມ​ປອດ​ໄພ​ເທິງ​ອຸປະກອນ​ຄອມພິວເຕີ​ພົກ​ພາ ຫລື​ໂມ​ບາຍ​ຄອມ​ພິວ​ຕິ້ງ ໄຊ​ແມນ​ເທກ​ຕັ້ງ​ເປົ້າ​ໃຫ້​ນອລ໌​ຕັນ​ສາມາດ​ປົກ​ປ້ອງ​ອຸປະກອນ​ໄດ້​ແທບ​ທຸກ​ຊະນິດ ໂດຍ​ເອີ້ນມັນ​ວ່າ “Norton Everywhere” ຊຶ່ງ​ມີ​ໄອ​ເດຍ​ທີ່​ໜ້າ​ສົນ​ໃຈ​ດັ່ງ​ນີ້

Norton Everywhere ຈະ​ເປັນ​ຫລາຍກວ່າ​ແອນ​ຕີ້​ໄວ​ລັດ ຊຶ່ງ​ລວມ​ເຖິງ​ການ​ປົກ​ປ້ອງ​ເຫລົ່າ​ບັນດາ​ສະ​ມາດ​ໂຟນ (iPhone ແລະ Android 2.0 ຂຶ້ນ​ໄປ) ໂດຍ​ນອລ໌​ຕັນ​ຈະ​ຊ່ວຍ​ເບິ່ງແຍງ​ອຸປະກອນ​ດ້ວຍ ນອກ​ຈາກ​ປ້ອງ​ກັນ​ແອບຯ​ບໍ່​ຫວັງ​ດີ ແລະ​ມັນ​ແວລ໌​ຕ່າງໆ ແລ້ວ ຢ່າງ​ເຊັ່ນ ຜູ້​ໃຊ້​ສາມາດ​ໃຊ້​ແອບຯ ສັ່ງ​ລັອກ​ມື​ຖື ຫລື​ລົບ​ຂໍ້​ມູນ​ໃນ​ເຄື່ອງ​ຜ່ານ​ເນັດ ຫາກ​ມື​ຖື​ຖືກ​ລັກ ຫລື​ສູນ​ຫາຍ ບໍ່​ຮັບ​ສາຍ​ຮຽກ​ທີ່​ບໍ່​ຕ້ອງ​ການ ຫລື​ແມ່ນແຕ່​ສະຖານະ ​ການ Roaming ເພື່ອ​ຫລີກ​ລ້ຽງ​ການ​ຖືກ​ຊາລ໌​ຈ ເປັນ​ຕົ້ນ

ນອກ​ຈາກ​ນີ້ ໃນ​ສ່ວນ​ຂອງ Norton Connect App ຈະ​ຊ່ວຍ​ໃຫ້​ຜູ້​ໃຊ້​ສາມາດ​ຊິງຄ໌​ຂໍ້​ມູນ​ກັບ​ແບັກ​ອັບ​ທີ່​ຢູ່​ເທິງ​ເນັດ (Norton 360 ຫລື Norton Online Backup) ເພື່ອ​ເຂົ້າ​ເຖິງ ຈັດການ ແລະ​ແບ່ງ​ປັນ​ໄຟລ໌​ຕ່າງໆ ໂດຍ​ກົງ​ຈາກ​ໄອ​ໂຟນ ຫລື​ແອ​ນດ​ລອຍດ໌ ຍິ່ງ​ໄປ​ກວ່າ​ນັ້ນ Norton Everywhere ຍັງ​ຄອບ​ຄຸມ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ຫລາຍກວ່າ​ມື​ຖື ​ອີກ​ດ້ວຍ ອຸປະກອນ​ຢ່າງ​ເຊັ່ນ ກອບ​ຮູບ​ດິ​ຈິ​ຕອນ​ທີ​ເຊື່ອມ​ຕໍ່​ເນັດ​ໄດ້​ກໍ​ຍັງ​ຕ້ອງ​ການ​ລະບົບ​ຮັກສາຄວາມ​ປອດ​ໄພ ບໍ່​ໜ້າ​ເຊື່ອ​ເເມ່ນບໍ່ ແຕ່​ຂໍ້​ເທັດ​ຈິງ​ທີ​ຄວນ​ຮູ້​ກໍ​ຄື ອຸປະກອນ​ໃດໆ ກໍ​ຕາມ​ທີ່​ເຊື່ອມ​ຕໍ່​ເນັດ​ໄດ້ ທຸກ​ຢ່າງ​ສ່ຽງ​ຕໍ່​ຄວາມບໍ່​ປອດ​ໄພ​ທັງ​ສິ້ນ Norton ຈະ​ສາມາດ​ປ້ອງ​ກັນ​ເຄື່ອງ​ຫລິ້ນ Blu-ray ທໍລະທັດ ເຄື່ອງ​ຫລິ້ນ​ເກມ ແທັບ​ເລັດ​ພີ​ຊີ ອີ​ລີດ​ເດີລ໌ ຫລື​ແມ່ນແຕ່​ລົດ​ຍົນຂອງ​ເຈົ້າ​ໃຫ້​ລອດ​ພົ້ນ​ຈາກ​ໄພ​ຄຸກ​ຄາມ​ທີ່​ຜ່ານມາ​ທາງ​ເນັດ​ໄດ້

ຍັງ​ບໍ່​ໝົດ​ເທົ່ານີ້ ເພາະ​ການກອງ​ຄອນ​ເທັນຕ໌​ທີ່​ບໍ່​ເໝາະ​ສົມ​ສຳລັບ​ເດັກ ຫລື​ໄພ​ຄຸກ​ຄາມ​ທີ່​ຢູ່​ເທິງ​ພີ​ຊີ​ພຽງ​ຢ່າງ​ດຽວ​ຍັງ​ບໍ່​ພຽງ​ພໍ ເພາະ​ມື້​ນີ້​ເດັກນ້ອຍ ສາມາດ​ເຂົ້າ​ເຖິງ​ອິນ​ເຕີເນັດ​ໄດ້​ຈາກ​ມື​ຖື ຫລື​ແມ່ນແຕ່​ເຄື່ອງ​ຫລິ້ນ​ວິ​ດີ​ໂອ​ເກມ​ກໍ​ໄດ້ ເມື່ອ​ເປັນ​ເຊັ່ນ​ນີ້ Norton ໄດ້​ເຊື່ອມ​ຕໍ່​ຖານ​ຂໍ້​ມູນ ແລະ​ໂຄງ​ສ້າງ​ພື້ນ​ຖານ ເພື່ອ​ໃຫ້​ບໍລິການ​ກັບ DNS (Domain Name System) ທີ່​ສື່​ສານ​ກັບ​ອຸປະກອນ​ຕ່າງໆ ທີ​ເຊື່ອມ​ຕໍ່​ເຂົ້າ​ສູ່​ເນັດ ຜູ້​ໃຊ້​ທີ່​ເປັນ​ຜູ້​ປົກຄອງ​ສາມາດ​ປ້ອງ​ກັນ​ເດັກໆ ຈາກ​ເວັບ​ໄຊຕ໌​ທີ່​ບໍ່​ເໝາະ​ສົມ​ໄດ້ ແມ່ນ​ເດັກໆ ຈະ​ທ່ອງ​ເວັບ​ດ້ວຍ​ເຄື່ອງ​ຫລິ້ນ​ເກມ Wii ຫລື​ປົກ​ປ້ອງ​ເຄືອ​ຂ່າຍ​ຈາກ​ໄວ​ລັດ​ທີ່​ມາ​ກັບ​ໄອ​ແພດ​ຂອງ​ຜູ້​ໃຊ້​ທົ່ວ​ໄປ​ໄດ້ Norton DNS ຈະ​ແຈກ​ຟຣີເພື່ອ​ຍົກລະດັບ​ຮັກສາ​ຄວາມ​ປອດ​ໄພ​ດ້ວຍ​ການ​ທວນ​ສອບ​ທຸກ URL ທີ່​ທ່ານເຂົ້າໄປ​ຢ້ຽມ​ຊົມ

ແລະ​ແທນ​ທີ່​ຜູ້​ໃຊ້​ຈະ​ຕ້ອງ​ດາວນ໌​ໂຫລດ Norton ໄຊ​ແມນ​ເທກ​ຕັ້ງ​ເປົ້າ​ທີ່​ຈະໃຫ້​ບໍລິການ​ດາວໂຫລດ​ໄດ້​ໂດຍ​ກົງ​ຜ່ານ​ຄູ່​ຄ້າ​ອຸປະກອນ​ຄອນຊູ​ເມີລ໌​ ອິ​ເລັກໂຕນິກ ທີ່​ເປັນ​ພັນ​ທະ​ມິດ​ດ້ວຍ​ຢ່າງ​ເຊັ່ນ HTC ເປັນ​ຕົ້ນ ໄຊ​ແມນ​ເທກ​ຄາດ​ວ່າ ຈະ​ອອກ Norton Everywhere ເວີລ໌​ຊັນ​ທົດສອບ​ທີ​ສາມາດ​ປົກ​ປ້ອງ​ອຸປະກອນ​ໄດ້​ຫລາກ​ຫລາຍ​ໃນ​ຊ່ວງ​ໄຕ​ມາດ​ທີ່​ສາມ​ຂອງ​ປີ ນີ້

ຂໍ້​ມູນ​ຈາກ:Arip.co.th

ລອງອ່ານກ່ຽວກັບ  ກູ​ເກີນ​ຊື້​ບໍລິສັດ​ຂາຍ​ປິ້ຍົນ​ອອນ​ໄລນ໌ ITA

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.