ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MS ຍົກ​ເຄື່ອງ Hotmail ທຽບ​ຊັ້ນ Gmail

ຂ່າວໄອທີ

ໄມ​ໂຄ​ຊອຟ (Microsoft) ປະ​ກາດ​ປັບປຸງ​ຮອດ​ເມລ໌ (Hotmail) ເວີລ໌​ຊັນ​ໃໝ່ ພ້ອມ​ທັງ​ເອີ້ນມັນ​ວ່າ Windows Live Hotmail ໂດຍ Chris Jones ຮອງ​ປະ​ທານ​ຝ່າຍ​ອົງ​ກອນ​ຂອງ​ໄມ​ໂຄ​ຊອຟົ​ກ່າວ​ໃນ​ງານ​ຖະແຫລງ​ຂ່າວ​ທີ່​ຊານ​ຟານ​ຊິດ​ໂກ ບໍລິການ​ໃໝ່​ຂອງ​ຮອດ​ເມລ໌​ສ່ວນ​ໃຫຍ່​ຈະ​ໂຟ​ກັດ​ຄຸນສົມບັດ​ການເຮັດວຽກ​ໃນ​ສ່ວນ​ຂອງ​ກ່ອງ​ອີ​ເມລ໌ ເຂົ້າ (Inbox) ການ​ເພີ່ມ​ແລະ​ແຊລ໌​ຮູບຖ່າຍ​ຕ່າງໆ ລວມ​ເຖິງ​ການ​ຈັດການ​ເອກະສານ​ໄມ​ໂຄ​ຊອຟົ​ອອຟ​ຟິດ (MS Office documents) ຊຶ່ງ​ເບິ່ງ​ອອກ​ຢ່າງ​ຊັດເຈນ​ວ່າ ໄມ​ໂຄ​ຊອ​ຟົທ໌​ຕ້ອງ​ການ​ເປີດ​ສຶກ​ກັບ Gmail ຂອງ Google ຢ່າງ​ບໍ່​ຕ້ອງ​ສົງ​ໄສ

ແລະ​ແລ້ວ​ກໍ​ເຖິງ​ເວລາ​ທີ່​ເວັບ​ໄຊຕ໌​ໃຫ້​ບໍລິການ​ຟຣີ​ອີ​ເມລ໌​ຍອດ ນິຍົມ​ຢ່າງ Hotmail ຈະ​ໄດ້​ປັບ​ໂສມ​ຍົກ​ເຄື່ອງ​ກັນ​ອີກ​ເທື່ອ Windows Live Hotmail ຈະ​ມາ​ພ້ອມ​ກັບ​ອິນ​ເຕີລ໌​ເຟ​ຊ​ແບບ Social network ໂດຍ​ເມື່ອ​ຜູ້​ໃຊ້​ຄິກ​ເຂົ້າໄປ​ໃນ Inbox ກໍ​ຈະ​ພົບ​ກັບ​ທາງ​ເລືອກ​ໃນ​ການ​ຈັດການ​ຄວາມ​ວຸ້ນວາຍ​ຕ່າງໆ ຢ່າງ​ເຊັ່ນ ຄຸນສົມບັດ​ການເຮັດວຽກ​ໃໝ່​ທີ່​ເອີ້ນວ່າ Sweep ທີ່​ຈະ​ຊ່ວຍ​ຜູ້​ໃຊ້​ກຳຈັດ​ເມລ໌​ທີ່​ທ່ານບໍ່​ຕ້ອງ​ການ​ຮັບ​ອີກ​ຕໍ່ໄປ ຊຶ່ງ​ໄດ້​ແກ່ ນິ​ວສເລັດ​ເຕີລ໌ ​ທີ່​ທ່ານສະໝັກ​ໄວ້​ດົນ​ແລ້ວ ແຕ່​ບໍ່​ເຄີຍ​ໄດ້​ອ່ານ​ເລີຍ ໂດຍ​ເມລ໌​ເຫລົ່າ​ນີ້​ຈະ​ຖືກ​ຍ້າຍ​ໄປ​ຍັງ​ໂຟນເດີລ໌ ຫລື​ ຖັງ​ຂີ້ເຫຍື້ອ (Trash) ຈະ​ວ່າ​ໄປ​ ຄຸນສົມບັດ​ການເຮັດວຽກ​ນີ້​ຈະ​ຄ້າຍ​ກັບ​ອອບ​ຊັນ​ກຼ່ອງ (Gmail) ເມລ໌​ຂອງ Gmail ນອກ​ຈາກ​ຈະ​ສາມາດ​ກຳຈັດ​ເມລ໌​ທີ່​ບໍ່​ຕ້ອງ​ການ​ຈາກ​ໃນ Inbox ໄດ້​ໂດຍ​ອັດ​ຕະໂນ​ມັດແລ້ວ ໃນ​ກໍລະນີ​ທີ່​ທ່ານເພີ່ມ Inbox ຂອງ Gmail ແລະ Yahoo Mail ຮອດ​ເມລ໌​ກໍ​ສາມາດ​ກຳຈັດ​ເມລ໌​ທີ່​ບໍ່​ຕ້ອງ​ການ​ເຫລົ່າ​ນີ້​ໃຫ້​ກັບ​ຜູ້​ໃຊ້​ໄດ້​ຄືກັນ

Hotmail ໃໝ່​ຈະ​ມີ​ຄຸນສົມບັດ​ພີ​ວິວ​ອັດ​ຕະໂນ​ມັດ (auto-preview) ສາມາດ​ພີ​ວິວ​ຮູບຕ່າງໆ ໃຫ້​ເບິ່ງ​ໄດ້ ໂດຍ​ບໍ່​ຕ້ອງ​ອອກຈາກ Inbox ອີກ​ທັງ​ຍັງ​ສາມາດ​ພີ​ວິວ​ຮູບຖ່າຍ​ຈາກ​ຜູ້​ໃຫ້​ບໍລິການ​ລາຍ​ອື່ນໆ ຢ່າງ​ເຊັ່ນ Flickr ແລະ SmugMug ໄດ້​ອີກ​ດ້ວຍ ໃນ​ທາງ​ກັບ​ກັນ ມັນ​ຍັງ​ເປີດ​ໂອ​ກາດ​ໃຫ້​ຜູ້​ໃຊ້​ສາມາດ​ເລືອກ​ອັບ​ໂຫລດ ແລະ​ແຊລ໌​ຮູບຜ່ານ SkyDrive ບໍລິການ Cloud ຂອງ​ໄມ​ໂຄ​ຊອ​ຟົທ໌ ດັ່ງ​ນັ້ນ ຜູ້​ໃຊ້​ພຽງ​ແຕ່​ອີ​ເມລ໌​ລິງຄ໌​ໄປ​ແທນ​ທີ່​ຈະ​ໃຊ້​ວິທີ​ສົ່ງ​ພາບ

ແມ່ນ​ກະ​ທັ່ງ​ບໍລິການ​ວິ​ດີ​ໂອ​ຈາກ​ຜູ້ ໃຫ້​ບໍລິການ​ລາຍ​ອື່ນໆ ຢ່າງ​ເຊັ່ນ Hulu ແລະ Youtube ກໍ​ສາມາດ​ເບິ່ງ​ຈາກ​ໃນ Hotmail ໄດ້​ເຊັ່ນ​ດຽວ​ກັນ ແລະ​ສຳລັບ​ການ​ໃຊ້​ບໍລິການ​ເທິງ​ມື​ຖື ໄມ​ໂຄ​ຊອ​ຟົທ໌​ຍັງ​ໃຫ້​ຜູ້​ໃຊ້​ສາມາດ​ໃຊ້​ບໍລິການ​ພຸສ Windows Live e-mail ລາຍ​ຊື່​ຕິດ​ຕໍ່ (contacts) ແລະ​ປະຕິ​ທິນ (calendar) ເທິງ​ມື​ຖື​ຜ່ານ Exchange ActiveSync ຢ່າງໃດ​ກໍ​ຕາມ ການ​ໃຊ້ Hotmail ກັບ​ບັນ​ຊີ​ຜູ້​ໃຊ້ Exchange ຂອງ​ອົງ​ກອນ ຜູ້​ໃຊ້​ຈະ​ຕ້ອງ​ໃຊ້​ສະ​ມາດ​ໂຟນ​ທີ​ສະໜັບສະໜູນ​ການ​ເຊື່ອມ​ຕໍ່​ແບບ dual ActiveSync

ການ​ຍົກ​ເຄື່ອງ​ເທື່ອ​ໃໝ່​ຂອງ Hotmail ຍັງ​ລວມ​ເຖິງ​ຄວາມ​ສາມາດ​ໃນ​ການ​ວິວ ແກ້​ໄຂ ແລະ​ແຊລ໌​ເອກະສານ​ໄມ​ໂຄ​ຊອຟົ​ອອ​ຟຟິດ ເຖິງວ່າ​ພາຍ​ໃນ​ເຄື່ອງ​ຄອມພິວເຕີ​ຂອງ​ຜູ້​ໃຊ້​ຈະ​ບໍ່​ໄດ້​ຕິດ​ຕັ້ງ MS Office ໄວ້​ກໍ​ຕາມ ດັ່ງ​ນັ້ນ Hotmail ຈຶ່ງ​ກາຍ​ເປັນ​ເຄື່ອງ​ມື​ແກ້​ໄຂ MS Office Web ໄປ​ໃນ​ຕົວ​ດ້ວຍ​ນັ້ນ​ເອງ

ອີກ​ຄຸນສົມບັດ​ໃໝ່​ຂອງ Hotmail ທີ່​ບໍ່​ເວົ້າ​ເຖິງ​ບໍ່​ໄດ້​ກໍ​ຄື ມຸມ​ມອງ​ແຍກ​ຕ່າງ​ຫາກ​ສຳລັບ​ການ​ອັບ​ເດດ Social Network ນອກ​ຈາກ​ມຸມ​ມອງ​ການ​ໃຊ້​ງານ​ຂອງ​ສ່ວນ​ອື່ນໆ ຢ່າງ​ເຊັ່ນ ອີ​ເມລ໌​ຈາກ Inbox ຂອງ​ບໍລິການ​ທີ່​ຕ່າງໆ ແລະ​ອື່ນໆ ອີກ​ຫລວງຫລາຍ ການ​ອັບ​ເດດ​ສ່ວນ​ການເຮັດວຽກ​ທີ່​ສຳຄັນ​ທີ່ສຸດ​ທີ່​ໄມ​ໂຄ​ຊອຟົໄດ້​ຕຽມ​ໃຫ້​ກັບ​ຜູ້​ໃຊ້ Hotmail ກໍ​ຄື ການ​ເຊື່ອມ​ຕໍ່​ທີ່​ປອດ​ໄພ​ດ້ວຍ​ການ​ເຂົ້າ​ລະ​ຫັດ ຫລື HTTPS ຄາດ​ວ່າ ອອບ​ຊັ່ນ​ນີ້​ໜ້າ​ຈະ​ຖືກ​ຕັ້ງໄວ້​ເປັນ​ດີ​ຟອນທ໌​ເຊັ່ນ​ດຽວ​ກັບ Gmail ຫລັງ​ຈາກ​ທີ່​ເຫັນ​ບົດ​ຮຽນ​ຈາກ​ຈີນ ໄມ​ໂຄ​ຊອຟົ​ຍັງ​ຄົງ​ສະເໜີ​ຕົວ​ເລືອກ​ໃນ​ການ​ເພີ່ມ​ຊື່​ຫລິ້ນ​ຫລາຍໆ aliases ສຳລັບ​ບັນ​ຊີ​ຜູ້​ໃຊ້​ອັນ​ດຽວ ຜູ້​ໃຊ້​ຈະ​ໄດ້​ມີ​ໂອ​ກາດ​ໃຊ້ Windows Live Hotmail ໃນ​ອີກ​ພຽງບໍ່ເທົາໃດອາທິດ​ຂ້າງ​ໜ້າ​ນີ້​ແລ້ວ (http://www.windowslivepreview.com/hotmail/)

Credit: Arip.co.th

ລອງອ່ານກ່ຽວກັບ  Skype ບໍ່ສົນໃຈພັດທະນາ ໃນ Windows phone 7

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Shinnobi Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.