ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແມັກ​ບຸ໊​ກ​ໃໝ່​ໄວ​ກວ່າເກົ່າ ເເບັດຯໃຊ້​ດົນ 10 ຊົວໂມງ

ຂ່າວໄອທີ

ລ່າ​ສຸດ​ໄດ້​ມີ​ການ​ເປີດ​ຕົວ​ແມັກ​ບຸ໊​ກລຸ້ນໃຫມ່ ອອກ​ເປັນ​ທາງ​ການ​ຮຽບຮ້ອຍ​ແລ້ວ ຊຶ່ງ​ກໍ​ຢືນຢັນ​ຂໍ້ຄວາມ​ທີ່​ໄດ້​ມີ​ການ​ຫລຸດ​ອອກ​ມາ​ ໂດຍ​ສະເພາະ​ເລື່ອງ​ຂອງ​ລາ​ຄາ​ທີ່ 999 ຫລຽນຯ. ມື້ວານ​ນີ້​ທາງ​ແອບ​ເປີ້ນ (Apple) ໄດ້​ອອກ​ມາ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ແລ້ວ ສຳລັບ MacBook ລຸ້ນ​ໃໝ່​ທີ່​ເຈາະ​ກຸ່ມ​ຜູ້​ໃຊ້​ເລີ່ມ​ຕົ້ນ ໂດຍ​ຕົວ​ເຄື່ອງ​ເປັນ​ສີ​ຂາວ​ເຮັດ​ດ້ວຍ Polycarbonate ພາຍ​ໃນ​ໃຊ້​ໂພ​ເຊດ​ເຊີລ໌ Intel Core 2 Duo ຄວາມ​ໄວ 2.4GHz ຊິບ​ກາ​ຟິກ​ເປັນ NVIDIA GeForce 320M ແລະ​ແບດ​ເຕີ​ລີ່​ໃຊ້​ງານ​ໄດ້​ດົນ 10 ຊມ. ຊຶ່ງ​ລຸ້ນ​ກ່ອນ​ໜ້າ​ນີ້​ຈະ​ໃຊ້​ຊີ​ພີ​ຍູ​ເປັນ Intel Core 2 Duo ເຊັ່ນ​ດຽວ​ກັນ​ແຕ່​ຄວາມ​ໄວ 2.26GHz ແລະ​ໃຊ້ NVIDIA GeForce 9400M ແບດຯ​ດົນ 7 ຊມ.

ສ່ວນ​ຄຸນສົມບັດ​ອື່ນໆ ຂອງ​ເຄື່ອງ​ກໍ​ຈະ​ມີ ຫນ່ວຍ​ຄວາມ​ຈຳ DDR3 2GB (ອັບ​ເກດ​ເປັນ 4GB) ຮາລ໌​ດດິດ 250GB ແລະ ​ດີ​ວິ​ດີ​ລອມ​ໄດ​ຟ໌ 8x (SuperDrive) ຊຶ່ງ MacBook ລຸ້ນ​ໃໝ່​ນີ້​ເປັນ​ການ​ອັບ​ເກ​ດສະ​ເປັກ​ຂຶ້ນ​ມາ​ທຽບ​ເທົ່າ​ກັບ MacBook Pro 13 ນິ້ວ​ສຳລັບ​ຜູ້​ເລີ່ມ​ຕົ້ນ ຢ່າງໃດ​ກໍ​ຕາມ MacBook ລຸ້ນ​ໃໝ່​ຍັງ​ຄົງ​ຂາດ​ຄຸນສົມບັດ​ທີ່​ພົບ​ໃນ​ລຸ້ນ Pro ຫລວງຫລາຍ ບໍ່​ວ່າ​ຈະ​ເປັນ​ຕົວ​ຖັງ​ອະ​ລູ​ມິ​ນຽມ ແບກ​ໄລທ໌​ເທິງ​ຄີຍ໌​ບອລ໌​ດ ສະ​ລັອດ​ໃສ່​ກາດ​ໜ່ວຍ​ຄວາມ​ຈຳ SD ແລະ​ພອລ໌​ດ Firewire 800 ແຕ່​ໃນ​ຂະນະ​ທີ່​ແມັກ​ບຸ໊​ກ​ຫລຸ່ນ​ໃໝ່​ຈະ​ມີ​ຄຸນສົມບັດ​ການເຮັດວຽກ​ທຽບເທົ່າ MacBook Pro ລຸ້ນ Entry Level ລາ​ຄາ​ຂອງ​ມັນພຽງເເຕ່ 999 ຫລຽນຯ ເທົ່າ​ນັ້ນ

credit:arip.co.th

ລອງອ່ານກ່ຽວກັບ  Internet Explorer 9 ເວີຊັ່ນເຕັມ ພ້ອມໃຫ້ດາວໂຫລດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.