ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft Tag ແອບຯ​ບາລ໌​ໂຄ້​ດເທິງ ມື​ຖື

ຂ່າວໄອທີ

ໄມ​ໂຄ​ຊໍ​ຟົທ໌ ແທັກ (Microsoft Tag) ແອບ​ພິ​ເຄ​ຊັນ​ເທິງ​ມື​ຖື​ສຳລັບ​ໃຊ້​ເທກ​ໂນ​ໂລ​ຍີ​ບາລ໌​ໂຄ້ດສີ (ເອີ້ນວ່າ High Capacity Color Barcode ຫລື HCCB) ຂອງ​ທາງ​ໄມ​ໂຄ​ຊອຟົທ໌ ເວີລ໌​ຊັນ​ສົມບູນ​ສຳເລັດ​ຮຽບຮ້ອຍ​ແລ້ວ ຜູ້​ໃຊ້​ທີ່​ສົນ​ໃຈ​ສາມາດ​ດາວນ໌​ໂຫລດ​ໄດ້​ຟຣີ ໂດຍ​ມີ​ໃຫ້​ເລືອກ​ທັງ​ເທິງ Android, iPhone, BlackBerry, Symbian, Windows Mobile ແລະ Palm OS ນອກ​ຈາກ​ນີ້​ຍັງມີ​ເວີລ໌​ຊັນ​ເທິງ​ມື​ຖື​ຈາ​ວາ J2ME ອີກ​ດ້ວຍ (ແຕ່​ຍັງ​ເປັນ​ເວີລ໌​ຊັນ​ທົດສອບ)

Microsoft Tag ຈະ​ຊ່ວຍ​ໃຫ້​ຜູ້​ໃຊ້​ສາມາດ​ເຂົ້າ​ເຖິງ​ລິງ​ໄປ​ຍັງ​ເວັບ​ໄຊ໌ ຫລື​ວິ​ດີ​ໂອ​ເທິງ​ມື​ຖື​ໄດ້​ຢ່າງ​ງ່າຍ​ດາຍ ຫລື​ແມ່ນແຕ່​ການ​ເພີ່ມ​ຂໍ້​ມູນ​ຕິດ​ຕໍ່​ເຂົ້າໄປ​ໃນ​ແອດ​ເດດ​ບຸ໊​ກ ຕະຫລອດ​ຈົນ​ການສ້າງ​ບາລ໌​ໂຄ້​ດສີ ຫລື Tag ຂອງ​ຕົວ​ເອງ​ດ້ວຍ​ໂປ​ແກມ Tag Manager ຊຶ່ງ​ແນວ​ຄິດ​ໃນ​ການ​ນຳ​ໄປ​ໃຊ້​ງານ​ກໍ​ຈະ​ຄ້າຍ​ກັບ QR Code ທີ່​ເຮົາ​ຄຸ້ນ​ເຄີຍ​ກັນ​ດີ​ແລ້ວ ນັ້ນ​ກໍ​ຄື ການ​ໃຊ້​ແອບຯ ເທິງ​ມື​ຖື​ທີ່​ເຮັດວຽກ​ຮ່ວມ​ກັບ​ກ້ອງ​ເພື່ອ​ຈັບ​ພາບ Tags ແລ້ວ​ຕີ​ຄວາມ​ອອກ​ມາ​ເປັນ​ລິງໃນ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຊະນິດ​ຕ່າງໆ ນັ້ນ​ເອງ

ໄມ​ໂຄ​ຊອ​ຟົທ໌​ກ່າວ​ວ່າ ຕັ້ງ​ແຕ່ Tag ເວີລ໌​ຊັນ​ທົດສອບ​ໄດ້​ເປີດ​ຕົວ​ເມື່ອ 18 ເດືອນ​ທີ່​ແລ້ວ ມີ​ການ​ພິມປ້າຍ​ທີ່​ໃຊ້​ເທກ​ໂນ​ໂລ​ຍີ​ຂອງ​ທາງ​ໄມ​ໂຄ​ຊອຟົທ໌​ອອກ​ມາ​ໃຊ້​ງານ​ກັນ​ໂດຍ​ຜູ້​ໃຊ້​ທົ່ວໄປ ແລະ​ອົງ​ກອນ​ທຸລະກິດ​ທົ່ວ​ໂລກ​ຫລາຍກວ່າ 1 ພັນ​ລ້ານ​ແທັກ​ແລ້ວ ດັ່ງ​ນັ້ນ​ຈຶ່ງ​ຖື​ໄດ້​ວ່າ ເທກ​ໂນ​ໂລ​ຍີ Microsoft Tag ກຳ​ລັງ​ໄດ້ຮັບ​ຄວາມ​ນິຍົມ​ພໍ​ສົມຄວນ ຂໍ້​ດີ​ຂອງ​ເທກ​ໂນ​ໂລ​ຍີ​ນີ້​ກໍ​ຄື ລະບົບ​ສາມາດ​ອ່ານ​ແລະ​ຕີ​ຄວາມ​ຂໍ້​ມູນ​ໄດ້​ໄວ​​ກວ່າ​ບາລ໌​ໂຄ້​ດະ​ແບບ​ເກົ່າ ແຖມ​ຍັງ​ສາມາດ​ເຮັດໃຫ້​ມີ​ຂະໜາດ​ນ້ອຍ​ລົງ​ກວ່າ​ເດີມ​ໄດ້​ອີກ​ດ້ວຍ ຖ້າຫາກໃຜ​ທີ່​ສົນ​ໃຈ​ສາມາດ​ດາວນ໌​ໂຫລດ​ແອບຯ​ໄດ້​ຈາກ​ເວັບ​ໄຊຕ໌ Microsoft Tag ຫລື​ເຂົ້າ​ໂດຍ​ກົງ​ຜ່າ​ນບຼາວ​ເຊີລ໌​ມື​ຖື​ຂອງ​ທ່ານ​ໄດ້​ທີ່ http://gettag.mobi

Credit: Arip.co.th

ລອງອ່ານກ່ຽວກັບ  ລຸດອອກມາແລ້ວ, ສະມາດໂຟນ LG ລຸ້ນຕໍ່ໄປ ກຳລັງຈະມາ ພ້ອມ Tegra 3

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.