ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iWatch ໂມງ​ຂໍ້​ມື​ສຳລັບ iPhone ຫລື iPad

Gadget

ADR Studio ສ້າງ​ຈິ​ນຕະ​ນາ​ການ​ໃຫ້​ກັບ​ສາວົກ Apple ດ້ວຍ​ການ​ອອກ​ແບບ​ສິນ​ຄ້າ​ໃໝ່ ເປັນ​ໂມງ​ຂໍ້​ມື iWatch ທີ່​ສາມາດ​ເຊື່ອມ​ຕໍ່​ກັບ​ໂທລະ​ສັບ​ມື​ຖື iPhone ຫລື iPad ສິນ​ຄ້າ​ໄຮ​ເທກ​ຊິ້ນ​ລ່າ​ສຸດ​ທີ່ Apple ອອກ​ວາງ​ຈຳ​ໜ່າຍ

iWatch ເລືອກ​ໃຊ້​ວັດ​ດຸ​ອາລູ​ມິ​ນຽມ ທີ່​ມີ​ຄຸນສົມບັດ​ໃຫ້​ຄວາມ​ແຂງ​ແຮງ ນ້ຳ​ໜັກ​ເບົາ ແລະ ສວຍງາມ ຮອງ​ຮັບ​ການ​ເຊື່ອມ​ຕໍ່ Wi-Fi ກັບ Bluetooth ຫນ່ວຍ​ຄວາມ​ຈຳ​ໃນ​ຕົວ 16 GB ນອກ​ຈາກ​ຈະ​ໃຊ້​ບອກ​ເວລາ​ແລ້ວ ຍັງມີ​ຟັງຊັ່ນ​ລາຍ​ງານ​ສະພາບ​ອາ​ກາດ ຮັບ​ຂ່າວ​ສານ​ໃນ​ຮູບ​ແບບ RSS ແລະ ມີ​ໂປ​ເຈກ​ເຕີລ໌​ຫລື​ເຄື່ອງ​ສາຍ​ພາບ​ໃນ​ຕົວ ຢ່າງໃດ​ກໍ​ຕາມ iWatch ເປັນພຽງ​ແນວ​ຄິດ​ໃນ​ຈິນຕະ​ນາ​ການ​ທີ່ ADR Studio ສ້າງສັນ​ຂຶ້ນ​ມາ ຖ້າ​ຫາກວ່າ​ໄປ​ເຂົ້າ​ຕາ​ຜູ້​ມີ​ອຳນາດ​ໃນ Apple ກໍ​ຄົງ​ມີ​ສິດ​ໄດ້​ຜະລິດ​ອອກ​ມາ​ເປັນ​ສິນ​ຄ້າ​ໂຕຈິງ

Credit: siamphone

ລອງອ່ານກ່ຽວກັບ  Apple ປ່ອຍ GarageBand ສຳລັບ iPhone ແລະ iPod touch ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.