ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເສື້ອ​ຍືດເເລະໂສ້ງຢີນ ​ສຳລັບ​ສາວົກ iPad ໂຕ​ຈິງ

Gadget

ສຳຫລັບ ສາວົກ​ໄອ​ແພດ (iPad) ທີ່​ຮູ້ສຶກ​ບໍ່​ຄ່ອຍ​ສະ​ດວກ​ກັບ​ການ​ພົກ​ພາ​ເຈົ້າ​ໄອ​ແພດ​ອອກ​ໄປ​ໃຊ້​ນອກ​ສະຖານ​ທີ່ ບາງ​ທີ iTee ອາດຈະ​ເປັນ​ຄຳ​ຕອບ​ທີ​ເຈົ້າ​ກຳ​ລັງ​ຊອກຫາ​ຢູ່​ກໍ​ໄດ້

iClothing ບໍລິສັດ​ຜະລິດ​ເສື້ອ​ຜ້າ​ໃນ​ອອສເຕຼ​ເລຍ​ນຳ​ສະເໜີ​ຜະລິດຕະພັນ​ໃໝ່​ນັ້ນ​ຄື ເສື້ອ​ຍືດ iTee ແລະ​ຊຸດ​ກະ​ໂປງ iDress ຊຶ່ງ​ເປັນ​ເສື້ອ​ຜ້າ​ຊຸດ​ທຳອິດຂອງ​ໂລກ​ທີ່​ອອກ​ແບບ​ມາ​ເພື່ອ​ໃຊ້​ກັບ​ໄອ​ແພດ​ໂດຍ​ສະເພາະ ໂດຍ iTee ຫລື iDress ຈະ​ມາ​ພ້ອມ​ກັບ​ຊ່ອງ​ໃສ່​ໄອ​ແພດ​ທີ່​ຊ່ວຍ​ໃຫ້​ສາມາດ​ພົກ​ພາ​ແທັບ​ເລັດ​ຂອງ​ທ່ານ​ຕິດ​ຕົວ​ໄປ​ໃສຕໍ່ໃສ​ໄດ້​ໂດຍ​ບໍ່​ມີ​ໃຜ​ເບິ່ງເຫັນ​ອີກ​ດ້ວຍ

ເສື້ອ​ຍືດ iTee ຈະ​ເຮັດ​ຈາກ​ຜ້າ​ຝ້າຍ 100% ແລະ​ມີ​ຂະໜາດ​ໃຫ້​ເລືອກ​ຕັ້ງ​ແຕ່ XS – L ແລະ​ມີ​ໃຫ້​ເລືອກ​ສອງ​ສີ​ຄື ສີ​ຂາວ ແລະ​ສີ​ດຳ ໂດຍ​ຈະ​ຊ່ອງ​ຄື ຊອງ​ໃສ່​ໄອ​ແພດ​ທີ່​ດ້ານ​ໜ້າ ຊຶ່ງ​ຜູ້​ສວມ​ໃສ່​ສາມາດຈັບ​ອອກ​ມາ​ໄດ້​ຢ່າງ​ສະບາຍ ສ່ວນ iDress ກໍ​ຈະ​ມີ​ຊ່ອງ​ໃສ່​ດ້ານ​ໜ້າ​ຂອງ​ກະ​ໂປງ​ດັ່ງ​ຮູບ ສ່ວນ​ລາ​ຄາ​ຂອງ iTee ແລະ iDress ຢູ່​ທີ່ 44.95 ຫລຽນຯ ເພີ່ມເຕີມໄດ້ທີ່ http://www.iclothing.com.au

ເເລະທີເດັດສຳຫລັບທ່ານຊາຍ

ນອກ​ຈາກ​ເສື້ອ​ຍືດ​ແລ້ວ ກ່ອນ​ໜ້າ​ນີ້​ມີ​ການ​ນຳ​ສະເໜີ​ຄອນ​ເຊັບໂສ້ງ​ຍີນພ້ອມ​ກະ​ເປົ໋າ​ໃສ່ iPad ດ້ວຍ​ຄືກັນ ຊື່​ຂອງ​ມັນ​ຄື iGotBigAssPocket ໜ້າ​ຕາ​ເປັນ​ດັ່ງ​ຮູບ​ຂ້າງ​ລຸມ​ນີ້ ວ່າ​ແຕ່​ເຫັນ​ແລ້ວ​ກ້າ​ໃສ່​ກັນ​ຫລື​ບໍ່

Credit: Arip.co.th



ລອງອ່ານກ່ຽວກັບ  iOS Game: Overkill ເກມຍິງກັນມັນໆ ທີ່ທູກຄົນຕ້ອງລອງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.