ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຜີຍ iPhone 4G ໃຊ້​ຊິບ A4 ຂອງ iPad

ຂ່າວດ່ວນ, ຂ່າວໄອທີ, ໂທລະສັບ

ຫລັງ​ຈາກ​ທີ​ໄດ້​ມີ​ການ​ນຳ​ສະເໜີ​ຂ່າວ​ພົບ​ເຄື່ອງ​ຕົ້ນ​ແບບ iPhone 4G ເຄື່ອງ​ທີ່​ສອງ​ໃນ​ວຽດ​ນາມ ອີກ​ທັງ​ຍັງ​ໄດ້​ມີ​ການ​ຊຳ​ແຫລະ​ເຄື່ອງ​ອອກ​ມາ​ໃຫ້​ເຫັນ​ພາຍ​ໃນ​ກັນ​ອີກ​ດ້ວຍ​ນັ້ນ ລ່າ​ສຸດ​ຜູ້​ຊ່ຽວຊານ​ຈາກ iFixit ໄດ້​ເປີດ​ເຜີຍ​ວ່າ ພາຍ​ໃນ iPhone 4G ຂອງ​ແອບ​ເປີ້ນ (Apple) ມີ​ການ​ໃຊ້​ຊິບ A4 ທີ​ໃຊ້​ກັບ​ໄອ​ແພດ (iPad) ດ້ວຍ

ການ​ຄົ້ນ​ພົບ​ດັ່ງ​ກ່າວ​ເກີດ​ຈາກ​ການ​ສັງເກດ​ຂອງ​ຜູ້ ຊ່ຽວຊານ​ທີ່​ໄດ້​ຊົມ​ພາບ ແລະ​ວິ​ດິ​ໂອ​ການ​ຊຳ​ແຫລະ iPhone 4G ຂອງ​ເວັບ​ໄຊຕ໌ Taoviet ໂດຍ iFixit ໄດ້​ຮ່ວມ​ມື​ກັບ Chipworks ໃນ​ການ​ກວດ​ສອບ​ຮູບ​ພາບ​ທີ່​ເຫັນ​ເຫລົ່າ​ນັ້ນ​ຈົນ​ໄດ້​ຂໍ້​ສະຫລຸບ​ວ່າ iPhone 4G ມີ​ການ​ໃຊ້​ຊິບ A4 ທີ​ໃຊ້​ໃນ iPad ດ້ວຍ ໂດຍ​ສັງເກດຈາກລະ​ຫັດ​ຕົວ​ເລກ​ທີ່​ປາກົດ​ເທິງ​ຊິບ​ທີ່​ຢູ່​ພາຍ​ໃນ ຊຶ່ງ​ສາມາດ​ແຈກ​ແຈງ​ໄດ້ ດັ່ງ​ນີ້

  • APL0398 339S0084 ໝາຍ​ເຖິງ ຊິບ Apple A4
  • K4X2G643GE ຫນ່ວຍ​ຄວາມ​ຈຳ DRAM 256 MB ຈາກ Samsung

“ວິ​ສະວະກອນ​ຂອງ​ເຮົາ​ບໍ່​ໄດ້​ຮູ້ສຶກ ປະ​ຫລາດ​ໃຈ​ກັບ​ການ​ຄົ້ນ​ພົບ​ນີ້​ແຕ່​ຢ່າງ​ໃດ” iFixit ກ່າວ “ເຮົາ​ປະ​ທັບ​ໃຈ​ໃນ​ຄຸນສົມບັດ​ການ​ໃຊ້​ພະລັງ​ງານ​ທີ່​ຕ່ຳ​ຫລາຍ​ໆ ຂອງ iPad ຕະຫລອດ​ຈົນ​ການ​ອອກ​ແບບ​ພາຍ​ໃນ​ທີ່​ເໝາະ​ກັບ​ການ​ເປັນ​ອຸປະກອນ​ພົກ​ພາ​ຫລາຍກວ່າ​ໂນ໊ຕ​ບຸ໊​ກ ຄອມພິວເຕີ​ເສຍ​ດ້ວຍ​ຊ້ຳ” ແຕ່​ສິ່ງ​ທີ່​ເຮົາ​ບໍ່​ຮູ້​ກໍ​ຄື ແອບ​ເປີ້ນ​ໃຊ້​ວິທີ​ລຸດ​ຄວາມ​ໄວ​ຂອງ​ສັນ​ຍານ​ໂມງ​ຂອງ​ຊິບ​ໃຫ້​ຕ່ຳ​ກວ່າ 1GHz ເພື່ອ​ເຮັດໃຫ້ iPad ປະ​ຫຍັດ​ພະລັງ​ງານ​ໄດ້​ດົນ​ຂຶ້ນ ຫລື​ມັນ​ເປັນ​ປະ​ສິດ​ທິ​ພາບ​ການເຮັດວຽກ​ຂອງ iPad ແທ້ ໆ ແຕ່​ທີ່​ແນ່​ໆ ການ​ຄົ້ນ​ພົບ​ເທື່ອ​ນີ້​ເຮັດໃຫ້​ເຫັນ​ຊັດເຈນ​ວ່າ iPhone ແລະ iPad ບໍ່​ໄດ້​ມີ​ແຕ່ລະບົບ​ປະຕິບັດການ​ເທົ່າ​ນັ້ນ​ທີ່​ໃຊ້​ຮ່ວມ​ກັນ ແຕ່​ມີ​ຮາລ໌​ດ​ແວລ໌​ທີ່​ຖື​ເປັນ​ຫົວ​ໃຈ​ການເຮັດວຽກ​ຂອງ​ອຸປະກອນ​ດ້ວຍ

ຂໍ້​ມູນ​ຈາກ: Arip.co.th

ລອງອ່ານກ່ຽວກັບ  ເຄື່ອງມື Jailbreak iOS 4.3 ອອກມາແລ້ວ ສຳລັບ Windows ເທົ່ານັ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.