ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ວິໃຈຍອດຂາຍເນັດບຸກຕົກລົງເພາະ iPAD

ຂ່າວໄອທີ

ຜົນ​ການສຶກສາ​ລ່າ​ສຸດ​ລະ​ບຸ​ວ່າ ໄອ​ແພດ (iPad) ຂອງ​ແອບ​ເປີ້ນ (Apple) ຈະ​ເຮັດໃຫ້​ຕະ​ຫລາດ​ເນັດ​ບຸ໊​ກຫົດ​ຕົວ ໂດຍ​ຜົນ​ການ​ສຳ​ຫລວດ​ຂອງ Morgan Stanley ແລະ Alphawise ທີ່​ເປີດ​ເຜີຍ​ໃນ​ນິ​ຕະຍາສານ Fortune ເມື່ອ​ເດືອນ​ມີ​ນາ​ພົບ​ວ່າ ຜູ້​ບໍລິ​ໂພກ​ໃນ​ສະ​ຫລັດ​ປະ​ມານ 44% ມີ​ແຜນ​ທີ່​ຈະ​ຊື້​ໄອ​ແພດ​ແທນ​ທີ່​ຈະ​ຊື້​ເນັດ​ບຸ໊​ກ ຫລື​ໂນຕ​ບຸ໊​ກເຄື່ອງ​ໃໝ່

ນອກ​ຈາກ​ໄອ​ແພດ​ຈະ​ເຂົ້າໄປ​ເຮັດໃຫ້​ຕະ​ຫລາດ​ຂອງ​ເນັດ​ບຸ໊​ກ​ຫົດ​ຕົວ​ລົງ ແລ້ວ ມັນ​ຍັງ​ກິ​ນຕະຫລາດ​ຂອງ​ເຄື່ອງ​ຫລິ້ນ iPod Touch ດ້ວຍ ເນື່ອງ​ຈາກ​ມັນ​ຖືກ​ເວົ້າໃຫ້ວ່າ​ໄອ​ແພດ​ເຄື່ອງ​ນ້ອຍ​ນັ້ນ​ເອງ ໂດຍ​ຜົນ​ຈາກ​ການສຶກສາ​ໃນ​ສະບັບ​ດຽວ​ກັນ​ນີ້​ເປີດ​ເຜີຍ​ວ່າ 40% ຂອງ​ຜູ້​ທີ​ມີ​ແຜນ​ຈະ​ຊື້​ໄອ​ແພດ​ເປັນ​ຜູ້​ທີ່​ປ່ຽນ​ໃຈ​ຈາກ​ຄວາມ​ຕ້ອງ​ການ​ທີ່​ຈະ​ຊື້ iPod Touch ໃນ​ຂະນະ​ດຽວ​ກັນ 28% ຂອງ​ຜູ້​ເຂົ້າ​ສຳ​ຫລວດ​ຕ້ອງ​ການ​ຊື້​ໄອ​ແພດ​ຫລາຍກວ່າ​ເຄື່ອງ​ອ່ານ​ອີ​ບຸ໊​ກ ຫລື​ອີ​ລີດ​ເດີລ໌ ແລະ 27% ເລືອກ​ຊື້​ແທັບ​ເລັດ​ແທນ​ເດສ​ທອບ

ຜົນ​ການ​ວິ​ໄຈ​ຕະ​ຫລາດ​ສະບັບ​ນີ້​ຍັງ​ສະແດງ ໃຫ້​ເຫັນ​ຜົນ​ກະທົບ​ທີ່​ມີ​ຕໍ່​ການ​ເຕີບໂຕ​ຂອງ​ຍອດ​ຂາຍ​ເນັດ​ບຸ໊​ກທີ່​ຕົກລົງ​ໃນ​ຊ່ວງ​ເດືອ​ນມັງກອນດ້ວຍ ໂດຍ​ລຸດລົງ​ຈາກ 179% ໃນ​ເດືອນ​ກ່ອນ​ໜ້າ​ນັ້ນ​ລົງ​ມາ​ເຫລືອ 68% ຊຶ່ງ​ຄາດ​ວ່າ ໜ້າ​ຈະ​ເປັນ​ຜົນ​ມາ​ຈາກ​ການ​ປະ​ກາດ​ເປີດ​ຕົວ​ຂອງ​ໄອ​ແພດ ຢ່າງໃດ​ກໍ​ຕາມ ການ​ເຕີບໂຕ​ຂອງ​ເນັດ​ບຸ໊​ກ​ໄດ້​ຕົກລົງ​ມາ​ຢ່າງ​ຕໍ່​ເນື່ອງ​ມາ​ຕັ້ງ​ແຕ່​ເດືອ​ນກໍລະກົດ​ປີ​ທີ່ແລ້ວ​ທີ່​ກະ​ໂດດ​ຂຶ້ນ​ໄປ​ສູງ​ສຸດ​ເຖິງ 641% ມັນ​ເບິ່ງຄືຕະຫ​ລາດ​ເນັດ​ບຸ໊​ກໄດ້​ເລີຍ​ຈຸດ​ອິ່ມ​ຕົວ​ໄປ​ແລ້ວ ໃນ​ລາຍ​ງານ​ຍັງ​ເປີດ​ເຜີຍ​ອີກ​ວ່າ ຍອດ​ຂາຍ​ເນັດ​ບຸ໊​ກ​ ລຸດລົງຍ່າງຕໍ່​ເນື່ອງ​ມາ​ຕັ້ງ​ແຕ່​ຫລາຍ​ເດືອນ​ກ່ອນ​ທີ່​ເລີ່ມ​ມີ​ຂ່າວ​ລື ກ່ຽວກັບ​ໄອ​ແພດ​ອອກ​ມາ​ແລ້ວ ຢ່າງໃດ​ກໍ​ຕາມ ໃນ​ເດືອນ​ເມ​ສາ​ທີ່​ໄອ​ແພດ​ເລີ່ມ​ວາງ​ຈຳ​ໜ່າຍ ຍອດ​ຂາຍ​ເນັດ​ບຸ໊​ກ​ກໍ່ຂະຫຍາຍໂຕເພງເເຕ່ 5% ເທົ່າ​ນັ້ນ

Credit:Arip.co.th

ລອງອ່ານກ່ຽວກັບ  Samsung ເປີດໂຕໂທລະທັດ 3ມິຕິ D6400 ແລະ D6500 ໃນເກົາຫລີໃຕ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.