ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດຂາຍ iPad ທະລຸຫນຶ່ງລ້ານເຄື່ອງໃນເວລາບໍ່ຮອດເດືອນ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ຍອດ​ຂາຍ​ໄອ​ແພດ (iPad) ຫລາຍກວ່າ​ໜຶ່ງ​ລ້ານ​ເຄື່ອງ​ໄປ​ຮຽບຮ້ອຍ​ແລ້ວ ໂດຍ​ໃຊ້​ເວລາ​ພຽງເເຕ່ 28 ມື້​ເທົ່າ​ນັ້ນ ສະ​ຕີ​ຟ ຈອບສ໌ (Steve Jobs) ກ່າວເຖິງ​ຄວາມ​ສຳ​ເລັດ​ເທື່ອ​ນີ້​ວ່າ ຫາກ​ໃຊ້​ຍອດ​ຂາຍ​ໃນ​ການ​ວັດ​ຄວາມ​ສຳ​ເລັດ​ຂອງ​ຜະລິດຕະພັນ ກໍ​ຕ້ອງ​ຖື​ວ່າ​ໄອ​ແພດ​ໄດ້​ປະຕິວັດ​ວົງ​ການ​ນີ້​ໄປ​ຮຽບຮ້ອຍ​ແລ້ວ

ເມື່ອ​ມື້​ວັນສຸກ​ທີ່​ຜ່ານມາ ນັບ​ເປັນ​ວັນທີ່ 28 ຫລັງ​ຈາກ​ມີ​ການ​ແນະ​ນຳ​ຜະລິດຕະພັນ​ໄອ​ແພດ​ອອກ​ສູ່​ຕະ​ຫລາດ ຊຶ່ງ​ໃນ​ມື້​ດັ່ງ​ກ່າວ ແອບ​ເປີ້ນ​ໄດ້​ຈຳ​ໜ່າຍ​ໄອ​ແພດ​ເຄື່ອງ​ທີ່​ໜຶ່ງ​ລ້ານ​ອອກ​ໄປ​ຮຽບຮ້ອຍ​ແລ້ວ ນອກ​ຈາກ​ນີ້ ຍອດ​ດາວໂຫລດ​ອີ​ບຸ໊​ກຕັ້ງ​ແຕ່​ເປີດ​ຕົວ​ກໍ​ຜ່ານ 1.5 ລ້ານ​ແລ້ວ​ ໃນ​ຂະນະ​ທີ່ຍ​ອດ​ດາວນໂຫລດ​ແອບຯ ກໍ​ທະ​ລຸ 1.2 ລ້ານ​ໄປ​ແລ້ວ​ເຊັ່ນ​ກັນ

ສະ​ຕີ​ຟ ຈອບສ໌ (Steve Jobs)  ເຝົ້າ​ເບິ່ງ​ຄວາມ​ສຳ​ເລັດ​ຂອງ​ໄອ​ແພດ​ຢ່າງ​ບໍ່​ຄາດ​ສາຍ​ຕາ ພ້ອມ​ທັງ​ຢ້ຳ​ຄວາມ​ສຳ​ເລັດ​ດັ່ງ​ກ່າວ​ດ້ວຍ​ສະ​ຖິ​ຕິ​ທີ່​ເຄີຍ​ເກີດ​ຂຶ້ນ​ໃນ​ອະ​ດີດ​ດ້ວຍ​ນັ້ນ​ຄື ສະ​ຖິ​ຕິ​ລ່າ​ສຸດ​ໃຊ້​ເວລາ​ນ້ອຍ​ກວ່າເ​ຄິ່ງ​ໜຶ່ງ​ຂອງ​ໄອ​ໂຟນ (iPhone) ທີ່​ສາມາດ​ຜ່ານ​ໜຶ່ງ​ລ້ານ​ເຄື່ອງ​ພາຍ​ໃນ 74 ມື້ ນັບ​ເປັນ​ຫລັກ​ໄຊ​ທີ່​ໜ້າ​ອັດສະຈັນ​ຫລາຍ​ໆ ສຳລັບ​ຄວາມ​ຕ້ອງ​ການ​ທີ່ເກິດຂື້ນ​ກັບ​ໄອ​ແພດ

Credit: Arip.co.th

ລອງອ່ານກ່ຽວກັບ  iPhone 4 CDMA ມາແລ້ວ ພ້ອມກັບການດີໄຊນ໌ ເສົາສັນຍານໃຫມ່

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.