ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Intel ອອກຊິບ ULV Core i3,i5 ເເລະ i7

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ອິນ​ເທວ (Intel) ແນະ​ນຳ​ໂພ​ເຊດ​ເຊີລ໌​ລຸ້ນ​ໃໝ່​ຕັ້ງ​ເປົ້າ​ຕະ​ຫລາດ​ໂນດ​ບຸ໊​ກ​ບາງ​ເບົາ​ເປັນ​ພິເສດ ໂດຍ​ທາງ​ບໍລິສັດ​ໄດ້​ອອກ​ຊິບ​ປະ​ມວນ​ຜົນ Core i3, i5 ແລະ i7 ທີ​ເປັນ ULV (Ultra Low Voltage) ເທິງ​ສາຍ​ການ​ຜະລິດ​ດ້ວຍ​ເທກ​ໂນ​ໂລ​ຍີ 32nm ຊຶ່ງ​ເຮັດໃຫ້​ໄດ້​ຊິບ​ທີ່​ສົມ​ດຸນລະຫວ່າງ​ປະ​ສິດ​ທິ​ພາບ​ການເຮັດວຽກ ແລະ​ອາ​ຍຸ​ການ​ໃຊ້​ງານ​ແບດ​ເຕີ​ລີ່​ທີ​ດົນ​ຂຶ້ນ ເໝາະ​ສຳລັບ​ໂນດ​ບຸ໊​ກ​ທີ່​ມີ​ນ້ຳ​ໜັກ​ປະ​ມານ 0.9 – 2.3 ກິ​ໂລ​ກຼາມໃນ​ສ່ວນ​ຂອງ​ປະ​ສິດ​ທິ​ພາບ​ການເຮັດວຽກ​ຂອງ​ຊິບ ULV ລຸ້ນ​ໃໝ່​ນີ້ ທາງ​ອິນ​ເທວລະ​ບຸ​ວ່າ ມັນ​ຈະ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ປະ​ມວນ​ຜົນ​ເພີ່ມ​ຂຶ້ນ 32% ໃນ​ຂະນະ​ທີ່​ປະ​ຫຍັດ​ພະລັງ​ງານ​ລົງ​ໄດ້​ເຖີງ 15% ໃນ​ຂະນະ​ທີ​ຂະໜາດ​ຂອງ​ຕົວ​ຊິບ​ນ້ອຍ​ລົງ​ກວ່າ​ເກົ່າ​ເຖິງ 32% “ອິນ​ເທວເປັນ​ຜູ້​ນຳ​ໃນ​ການ​ເທກ​ໂນ​ໂລ​ຍີ​ການ​ຜະລິດ high-k metal gate ທີ່ 32nm ເມື່ອ​ນຳ​ມາ​ໃຊ້​ກັບ​ສະ​ຖາ​ປັດຕະ​ຍະ​ກຳ ແລະ​ການ​ອອກ​ແບບ​ທີ່​ກ້າວ​ໜ້າ​ເຮັດໃຫ້​ໄດ້​ໂນດ​ບຸ໊​ກ​ທີ່​ບາງ​ກວ່າ ເບົາ​ກວ່າ ແລະ​ໄວ​ກວ່າ​ເດີມ​ໃນ​ຂະນະ​ທີ່​ມີ​ອາ​ຍຸ​ການ​ໃຊ້​ງານ​ແບດ​ເຕີ​ລີ່​ທີ່​ດົນ​ຂຶ້ນ” Mooly Eden ຜູ້​ຈັດການ​ທົ່ວ​ໄປ ແລະ​ຮອງ​ປະ​ທານ​ກຸ່ມ​ໄຄ​ເອັນຕ໌​ພີ​ຊີ​ຂອງ​ອິນ​ເທວ

“ບໍ່​ພຽງ​ແຕ່​ແລບ​ທອບ​ຈະ​ກາຍ​ເປັນ ອຸປະກອນ​ພົກ​ພາ​ທີ່​ຕອບ​ໂຈດ​ການ​ໃຊ້​ງານ​ທີ່​ມີ​ປະ​ສິດ​ທິ​ພາບ​ຍິ່ງ​ກວ່າ​ເດີມ​ເທົ່າ​ນັ້ນ ແຕ່​ດ້ວຍ​ໂພ​ເຊດ​ເຊີລ໌​ໃໝ່​ທີ່​ຢູ່​ພາຍ​ໃນ ຜູ້​ໃຊ້​ຍັງ​ຈະ​ໄດ້ຮັບ​ການ​ຕອບສະຫນອງ​ການ​ໃຊ້​ງານ​ທີ່​ໄວ​ກວ່າ ໂດຍ​ບໍ່​ຕ້ອງ​ລໍຖ້າ (ການ​ຕອບສະຫນອງ​ຂອງ​ເຄື່ອງ) ອີກ​ຕໍ່ໄປ” ທາງ​ບໍລິສັດ​ກ່າວ​ວ່າ ຊິບ​ປະ​ມວນ​ຜົນ​ລຸ້ນ​ໃໝ່​ນີ້​ຈະ​ຖືກ​ນຳ​ໄປ​ໃຊ້​ກັບ​ໂນດ​ບຸ໊​ກຈາກ​ຜູ້​ຜະລິດ​ລາຍ​ຕ່າງໆ ຫລາຍກວ່າ 40 ລຸ້ນ ຊຶ່ງ​ບໍລິສັດ​ຜູ້​ຜະລິດ​ໂນດ​ບຸ໊​ກຄ່າຍ​ດັ່ງ​ໆ ທີ່​ເລືອກ​ໃຊ້​ໂພ​ເຊດ​ເຊີລ໌​ນີ້​ແລ້ວ​ກໍ​ຈະ​ມີ​ຢ່າງ​ເຊັ່ນ Asus, Lenovo, Acer ແລະ MSI ເປັນ​ຕົ້ນ

Credit: Arip.co.th

ລອງອ່ານກ່ຽວກັບ  Facebook ເທິງ iPhone ເບິ່ງວິດີໂອໄດ້ແລ້ວ!!!

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.