ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສາມບໍລິສັດຍັກ​ໃຫຍ່​ໄອ​ທີ​ເຜີຍ​ຂໍ້​ຕົກລົງ Smart TV

ຂ່າວໄອທີ

Intel ເລັ່ງ​ເຄື່ອງ​ເຕັມ​ສູບ​ພັດທະນາ Smart TV ຫລັງ​ຈາກ​ທີ່​ພະຍາຍາມ​ຜັກດັນ​ທໍລະທັດ​ທີ່​ມາ​ພ້ອມ​ກັບ​ຊິບ ແລະ​ຊອຟົແວລ໌ ເພື່ອ​ເຊື່ອມ​ຕໍ່​ການເຮັດວຽກ​ຮ່ວມ​ກັບ​ອິນ​ເຕີເນັດ​ໄດ້​ຢ່າງ​ລື່ນໄຫລ ໂດຍ​ສະເພາະ​ລ່າ​ສຸດ ເມື່ອ​ຍັກ​ໃຫຍ່​ແຫ່ງ​ຊີ​ພີ​ຍູ​ຈັບ​ມື​ກັບເສີດເອັນ​ຈິ້ນ​ອັນ​ດັບ​ໜຶ່ງ​ຢ່າງ​ກູ​ເກີ້ນ (Google) ແລະ​ບໍລິສັດຜູ້​ນຳ​ໃນ​ການ​ຜະລິດ​ເຄື່ອງ​ໃຊ້​ໄຟ​ຟ້າ​ອິ​ເລັກໂຕນິກ ໂຊ​ນີ້ (Sony) ທົ່ວ​ໂລກ​ຈຶ່ງ​ຈັບ​ຕາ​ເບິງທໍລະທັດແຫ່ງ​ອະນາຄົດ​ທີ​ເອີ້ນວ່າ Smart TV ນັ້ນ​ຈະ​ມີ​ຄຸນສົມບັດ​ເປັນ​ຢ່າງໃດ

ການ​ປະ​ກາດ​ຂໍ້​ຕົກລົງ​ຂອງ​ສາມ​ຄົນຍັກ​ໃຫຍ່​ໃນ​ການ​ພັດທະນາ Smart TV ຈະ​ມີ​ຂຶ້ນ​ໃນ​ຊ່ວງ​ທ້າຍ​ອາທິດ​ນີ້​ໃນ​ງານ Google Developer Conference ຊຶ່ງ​ຂໍ້​ຕົກລົງ​ດັ່ງ​ກ່າວ​ຈະ​ເຮັດໃຫ້ Sony ມີ​ຂໍ້​ໄດ້​ປຽບ​ໃນ​ການ​ແຂ່ງ​ຂັນ​ເໜືອກວ່າ​ຜູ້​ຜະລິດ​ທໍລະທັດ​ເຈົ້າ​ອື່ນໆ ໂດຍ​ເມື່ອ​ອາທິດ​ທີ່​ຜານ​ມາ Sony ໄດ້​ປັບ​ລາ​ຄາ​ຂອງ Bravia LCD TV ລົງ​ມາ ເພື່ອ​ເລັ່ງ​ສ້າງ​ລາຍ​ໄດ້​ຊົດ​ເຊີຍ​ກຳ​ໄລ​ທີ່​ຂາດ​ທຶນ​ໄປ​ກວ່າ​ຫ້າ​ຮ້ອຍ​ລ້ານ​ຫລຽນຯ

ກ່ອນ​ໜ້າ​ນີ້ ທາງ​ດ້ານ​ອິນ​ເທວ​ໄດ້​ຕຽມ​ຜະລິດ​ຊິບ Intel Atom CE 4100 ຊຶ່ງ​ເປັນ SoC (System-on-Chip) ຕັ້ງ​ແຕ່​ໃນ​ເດືອນ​ທັນວາ 2009 ແລ້ວ ໂດຍ​ມີ​ລູກ​ຄ້າ​ຢ່າງ France Telecom ແລະ​ຜູ້​ໃຫ້​ບໍລິການ​ລາຍ​ສຳຄັນ​ໆ ຕະຫລອດ​ຈົນ​ໂອ​ເປີ​ເລ​ເຕີລ໌​ເຄ​ເບີ້ນ​ທີ​ວີ(operator cable TV) ແລະ IPTV ໄດ້​ເຂົ້າ​ຮ່ວມ​ເປັນ​ສ່ວນຫນຶ່ງ​ຂອງ​ບໍລິການ​ທີ່​ມາ​ພ້ອມ​ກັບ Smart TV ແລ້ວ

ສ່ວນ ທາງ​ດ້ານ​ຊອຟົແວລ໌ ອິນ​ເທວໄດ້​ພັດທະນາ​ລະບົບ​ປະຕິບັດການ Consumer Electronics (CE) ໂດຍ​ຕໍ່ຍອດມາຈາກ MeeGo Linux ຊຶ່ງ​ຕົວ​ໂອ​ເອດ​ຈະ​ສະໜັບສະໜູນ​ການເຮັດວຽກ​ຮ່ວມ​ກັບ​ມິດ​ເດີ້ນ​ແວລ໌​ຂອງ​ລະບົບ​ຕ່າງໆ ຢ່າງ​ເຊັ່ນ ບະ​ຫລອດ​ແຄດ​ຕິ້ງ ແລະ​ຜູ້​ໃຫ້​ບໍລິການ pay-TV ທົ່ວ​ໂລກ ເຊັ່ນ​ດຽວ​ກັບ​ການ​ສະໜັບສະໜູນ​ການ​ໃຊ້​ແອບ​ພິ​ເຄ​ຊັນ​ອິນ​ເຕີເນັດ​ພາຍໃຕ້​ມາດຕະຖານ HTML5, OpenGL ແລະ Adobe Flash 10.1 ກ່ອນ​ໜ້າ​ນີ້ Intel ໄດ້​ພັດທະນາ​ເຟມເ​ວິລ໌​ກ​ຂອງ​ຊອຟົ​ແວລ໌ Widget Channel ທີ່​ໃຊ້​ງານ​ກັບ​ບໍລິການ​ຂອງ Yahoo ເພື່ອ​ໃຫ້​ນັກ​ພັດທະນາ​ສາມາດ​ສ້າງ​ແອບຯ​ຕົວ​ນ້ອຍ ເພື່ອ​ເພີ່ມ​ປະສົບການ​ໃນ​ການ​ຮັບ​ຊົມ​ທໍລະພາບໄດ້

ສ່ວນ Google ຈະ​ຮັບ​ຜິດຊອບ​ທາງ​ດ້ານ​ແອບ​ພິ​ເຄ​ຊັນ​ຕ່າງໆ ຕະຫລອດ​ຈົນ​ຄອນເທັນທີ່​ເປັນ​ໄປ​ຕາມ​ກອບ​ທີ່ Intel ກຳນົດ ນອກ​ຈາກ​ນີ້ ຍັງ​ຮັບ​ຜິດຊອບ​ໃນ​ສ່ວນ​ຂອງ​ການ​ບໍລິຫານ​ຈັດການ​ໂຄສະນາ​ທີ່​ເອີ້ນວ່າ Contextual Ad (ໂຄສະນາ​ທີ່​ສົ່ງ​ໄປ​ຍັງ​ຜູ້​ຮັບ​ຕາ​ມບໍ​ລິ​ບົດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ບໍລິ​ໂພກ) ແລະ​ການ​ລວບລວມ​ຂໍ້​ມູນ​ຂ່າວ​ສານ​ກ່ຽວກັບ​ຜູ້​ບໍລິ​ໂພກ ຢ່າງໃດ​ກໍ​ຕາມ ຜູ້​ບໍລິຫານ Intel ເຫັນວ່າ Smart TV ຄວນ​ຈະ​ສາມາດ​ເຮັດວຽກ​ຮ່ວມ​ກັບ​ໂຄງ​ສ້າງ​ພື້ນ​ຖານ​ເດີມ​ໄດ້ ເນື່ອງ​ຈາກ​ຄົງ​ບໍ່​ມີ​ຜູ້​ລົງ​ທຶນ​ລະບົບ​ລາຍ​ໃດ ​ຍົກ​ເລີກ​ໂຄງ​ສ້າງ​ພື້ນ​ຖານ​ເກົ່າຢ່າງ​ແນ່ນອນ ເມື່ອ​ຜູ້​ຜະລິດ​ທໍລະທັດຊັ້ນ​ນຳ​ຈັບ​ມື​ກັບ​ເຈົ້າ​ແຫ່ງ​ ເ​ສິດ​ເທິງ​ອິນ​ເຕີ​ເນັດ ແລະ​ສະຫມອງ​ຄອມພິວເຕີ​ຢ່າງ​ອິນ​ເທວ ເຮັດໃຫ້​ຫລາຍ​ຝ່າຍ​ເຊື່ອ​ວ່າ Smart TV ມີ​ອະນາຄົດ​ທີ​ສົດ​ໃສ​ຢ່າງ​ແນ່ນອນ

Credit: Arip.co.th

ລອງອ່ານກ່ຽວກັບ  Google ພ້ອມໃຫ້ບໍລິການເຊົ່າຫນັງອອນໄລນ໌ ເທິງເວັບໄຊຕ໌ Youtube ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.