ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Intel ອອກ CPU ສຳຫລັບສະມາດໂຟນເເລະເເທັບເລັດ

ຂ່າວໄອທີ

ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານມາ ອິນ​ເທວ (Intel) ໄດ້​ປະ​ກາດ​ເປີດ​ຕົວ​ຊິບ​ທີ່​ຫລາຍ​ຄົນ​ລໍ​ຄອຍ ນັ້ນ​ກໍ​ຄື ໂພ​ເຊດ​ເຊີລ໌ Atom ສຳລັບ​ອຸປະກອນ​ພົກ​ພາ​ຢ່າ​ງສ​ມາດ​ໂຟນ (smartphone) ແລະ​ແທັບ​ເລັດ (tablet) ຊຶ່ງ​ຕ້ອງ​ຍອມ​ຮັບ​ວ່າ ມີ​ຜູ້​ຫລິ້ນ​ໃນ​ຢູ່​ຕະ​ຫລາດ​ນີ້​ຫລາຍ​ລາຍ ດັ່ງ​ນັ້ນ​ການ​ເຂົ້າ​ມາ​ເປີດ​ຕະ​ຫລາດ​ໃນ​ສະຫມໍລະພູມ​ນີ້​ຂອງ​ອິນ​ເທວ​ຈຶ່ງ​ບໍ່​ອາດ​ສຳ​ເລັດ​ໂດຍ​ງ່າຍ​ເທົ່າ ກັບ​ໃນ​ຕະ​ຫລາດ​ພີ​ຊີ​ທີ່​ຄອບຄອງ​ຢູ່ໃນ​ປະຈຸບັນ

“ຊີ​ພີ​ຍູ​ທີ​ອິນ​ເທວ​ຕ້ອງ​ການ​ໃຊ້​ເຈາະ​ຕະ​ຫລາດ​ອຸປະກອນ​ສະ​ມາດ​ໂຟນ ແລະ​ແທັບ​ເລັດ​ນັ້ນ ໂດຍ​ກ່ອນ​ໜ້າ​ນີ້​ຈະ​ຮູ້​ຈັກ​ກັນ​ໃນ​ໂຄ໊ດ​ເນມ​ວ່າ Moorestown ຊຶ່ງ​ກໍ​ຄື​ໂພ​ເຊດ​ເຊີລ໌​ໃນ​ຕະກູນ Atom Z6 ” Pankaj Kedia ຜູ້​ອຳ​ນວຍ​ການ​ຝ່າຍ Ultra Mobility Group ກ່າວ ທີ່​ຜ່ານມາ​ຊິບ Atom ຂອງ​ອິນ​ເທວ​ຈະ​ໃຊ້​ສຳລັບ​ເນັດ​ບຸ໊​ກ ຊຶ່ງ​ໂພ​ເຊດ​ເຊີລ໌​ຕະກູນ​ດັ່ງ​ກ່າວ​ຖືກ​ນຳ​ໄປ​ໃຊ້​ໃນ​ເຫລົ່າ​ບັນດາ​ຜູ້​ຜະລິດ​ຢ່າງ​ກວ້າງ​ຂວາງ

“ເປົ້າ​ໝາຍ​ຫລັກ​ຂອງ Moorestown ຄື ການ​ເຂົ້າ​ສູ່​ຕະ​ຫລາ​ດສ​ມາດໂຟນ ແຕ່​ດ້ວຍ​ປະ​ສິດ​ທິ​ພາບ​ຂອງ​ມັນ​ຍັງ​ເໝາະ​ກັບ​ຕະ​ຫລາດ​ແທັບ​ເລັດ​ດ້ວຍ” Kedia ກ່າວ ແພັກ​ເກດ​ຂອງ​ຊິບ​ທັງ​ໝົດ​ຂອງ Atom Z6 ຈະ​ມີ​ລັກສະນະ​ເປັນ system-on-chip (soc) ໂດຍ​ປະກອບ​ດ້ວຍ​ຊິ​ລິ​ກອນ 2 ອັນເຮັດວຽກ​ຮ່ວມ​ກັນ (ເທກ​ໂນ​ໂລ​ຍີ​ການ​ຜະລິດ 45nm ແລະ​ມີ​ຊານ​ຊິດ​ເຕີລ໌ 140 ລ້ານ​ຕົວ) ຊຶ່ງ soc ຄື “ສະຫມອງ​ຂອງສ​ະມາດ​ໂຟນ” ທີ່​ສາມາດ​ເຮັດວຽກ​ໜັກໆ ເກືອບທັງ​ໝົດ​ຕັ້ງ​ແຕ່ ການ​ປະ​ມວນ​ຜົນ​ຂໍ້​ມູນ​ທີ່​ເປັນ​ແກນ​ຫລັກ​ຂອງ​ການເຮັດວຽກໄປ​ຈົນ​ເຖິງ​ການ ຈັດ​ກາ​ນສະຕີມ​ມິ່ງ​ຂອງ​ວິ​ດີ​ໂອ ແລະ​ອໍ​ດິ​ໂອ ຕະຫລອດ​ຈົນ​ກາ​ຟິກ 3D”ເວລາ​ນີ້​ສະ​ຖາ​ປັດ​ຍະ​ກຳ Atom ໄດ້​ຖືກ​ນິ​ຍາມ​ໃຫ້ເປັນ​ຊີ​ພີ​ຍູ​ໃນ​ຕະ​ຫລາ​ດສະມາດ​ໂຟນ​ລະ​ດັບ​ໄຮ​ເອັນດ໌” Baliappa Kuttanna ຫົວ​ໜ້າ​ຝ່າຍ​ສະ​ຖາ​ປັດ​ຍະ​ກຳ Atom ກ່າວ

“ແພດ​ຟອລ໌​ມ Moorestown ໄດ້ຮັບ​ການ​ອອກ​ແບບ​ໃຫ້​ໃຊ້​ພະລັງ​ງານ​ຕ່ຳ​ຫລາຍ (1.75% ຂອງ​ໂພ​ເຊດ​ເຊີລ໌​ອາຕອມ​ທີ​ໃຊ້​ໃນ​ເນັດ​ບຸ໊​ກ) ໂດຍ​ສະເພາະ​ເມື່ອ​ທຽບ​ກັບ​ໂພ​ເຊດ​ເຊີລ໌ ອື່ນໆ ຂອງ​ອິນ​ເທວ ຊຶ່ງ​ຄວາມ​ສາມາດ​ໃນ​ການ​ສະເເຕນບາຍ​ໄດ້ 10 ມື້ (ທຽບ​ຊັ້ນ BlackBerry) ຂະນະ​ທີ່​ການ​ໃຊ້​ງານ​ທົ່ວ​ໄປ​ຢ່າງ​ທ່ອງ​ເວັບ ເບິ່ງ​ໜັງ ຈະ​ສາມາດ​ໃຊ້​ໄດ້​ດົນ​ເຖິງ 5 ຊົ່ວ​ໂມງ” Kedia ກ່າວ ດ້ວຍ​ເຫດ​ນີ້ ການ​ຈັດການ​ພະລັງ​ງານ​ຂອງ Moorestown ຈຶ່ງ​ແຂ່ງ​ຂັນ​ກັບ​ສະ​ມາດ​ໂຟນ​ໄຮ​ເອັນດ໌​ໄດ້ Kedia ຍັງ​ກ່າວອີກ​ດ້ວຍ​ວ່າ “ເມື່ອ​ໃຊ້​ແພດ​ຟອລ໌​ມ​ຂອງ Moorestown ເທິງສະ​ມາດ​ໂຟນ ຜູ້​ໃຊ້​ຈະ​ໄດ້ຮັບ​ປະສົບການ​ໃນ​ການ​ຮັບ​ຊົມ​ເວັບ​ເພດ​ທີ່​ສຸດ​ຍອດ ຕົວ​ຢ່າງ​ເຊັ່ນ ເວັບ​ໄຊຕ໌​ທີ່​ໃຊ້ JavaScript ຫລາຍ​ໆ Moorestown ສາມາດ​ປະ​ມວນ​ຜົນ​ໄດ້​ພາຍ​ໃນ​ບໍ່​ເຖິງ 2 ວິ​ນາ​ທີ ໃນ​ຂະນະ​ທີ່​ສະ​ມາດ​ໂຟນ​ທີ່​ດີ​ທີ່ສຸດ​ໃນ​ຂະນະ​ນີ້​ຈະ​ໃຊ້​ເວລາ​ຫລາຍກວ່າ 3 ວິ​ນາ​ທີ ຫລື ອາດຈະ 9 – 10 ວິ​ນາ​ທີ​ ” ຄວາມ​ໄວ​ຂອງ Moorestown ຈະ​ຢູ່​ທີ່ 1.5GHz ສຳລັບ​ສະມາດ​ໂຟນ (Snapdragon ຂອງ Qualcomm ທີ​ໃຊ້​ໃນ Nexus One ແລະ HTC Desire ຈະ​ຢູ່​ທີ່ 1GHz) ແລະ​ຈະ​ມີ​ເວີລ໌​ຊັນ 1.9GHz ທີ່​ໃຊ້​ສຳລັບ​ອຸປະກອນ​ໂມ​ບາຍ​ຢ່າງ​ເຊັ່ນ ແທັບ​ເລັດ

ເທກ​ໂນ​ໂລ​ຍີ​ໂພ​ເຊດ​ເຊີລ໌ Atom ລຸ້ນ​ໃໝ່​ນີ້​ຈະ​ສະໜັບສະໜູນ​ລະບົບ​ປະຕິບັດການ Linux OS (ກ່ອນ​ໜ້າ​ນີ້ Intel ແລະ Nokia ເຄີຍ​ຮ່ວມ​ກັນ​ພັດທະນາ​ໂອ​ເອດ​ທີ​ໃຊ້​ລິ​ນຸກ​ທັງ MeeGo ແລະ Mobiln ຊຶ່ງ​ແນ່ນອນ​ວ່າ ລວມ​ເຖິງ Android ຂອງ Google ດ້ວຍ “ຊອຟົແວລ໌​ເປັນ​ອົງ​ປະກອບ​ທີ່​ສຳຄັນ​ຫລາຍ​ຂອງ​ເທກ​ໂນ​ໂລ​ຍີ” Kedia ກ່າວ ໂດຍ​ຊອຟົແວລ໌​ທີ່​ແພດ​ຟອລ໌​ມະ​ຂອງ​ອິນ​ເທວສະໜັບສະໜູນ​ກໍ​ໄດ້​ແກ່ Flash ຂອງ Adobe System, Silveright ຂອງ Microsoft, Fuugo Internet TV ຂອງ Axel ແລະ Skype

Credit: Arip.co.th

ລອງອ່ານກ່ຽວກັບ  Intel ອອກ Intel 310 SSD ຂະຫນາດນ້ອຍກວ່າບັດເຄດິດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.