ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດຜູ້ໃຊ້ IE ລຸດລົງຕຳກວ່າ 60% ເປັນເທຶ່ອທຳອິດ

ຂ່າວໄອທີ

ລາຍ​ງານ​ຂ່າວ​ທີ່​ອາດຈະ​ເຮັດໃຫ້​ໄມ​ໂຄ​ຊອຟ໌ (microsoft) ຕ້ອງ​ເລັ່ງ​ເຄື່ອງ​ອີກ​ເທື່ອ ເມື່ອ​ສ່ວນ​ແບ່​ງຕະຫລາດ​ຜູ້​ໃຊ້​ບຼາວ​ເຊີລ໌​ຂອງ IE ໃນ​ເດືອນ​ເມ​ສາທີ່​ຜ່ານມາ​ຕ່ຳ​ກວ່າ 60% ເປັນ​ເທື່ອ​ທຳອິດ ໃນ​ຂະນະ​ທີ່​ຄູ່​ແຂ່ງ​ບໍ່​ວ່າ​ຈະ​ເປັນ Chrome, Firefox ແລະ Safari ຕ່າງ​ກໍ​ມີ​ສ່ວນ​ແບ່​ງຕະຫລາດ​ເພີ່ມ​ຂຶ້ນ​ທຸກ​ຕົວ

ໂດຍ​ສະເພາະ​ເວັບ​ບຼາວ​ເຊີລ໌ Chrome ຂອງ Google ໃນ​ເດືອນ​ທີ່​ຜ່ານມາ ຍັງ​ຄົງ​ມີ​ສ່ວນ​ແບ່​ງຕະຫລາດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ສ່ວນ​ໃຫຍ່​ມາ​ຈາກ​ຖານ​ຜູ້​ໃຊ້ IE ຂອງ​ໄມ​ໂຄ​ຊອຟົ ໂດຍ​ເມື່ອ​ທ້າຍເດືອນ​ເມ​ສາປາກົດ​ວ່າ Chrome ມີ​ສ່ວນ​ແບ່​ງຕະຫລາດ​ເພີ່ມ​ຂຶ້ນ​ໄປ​ຢູ່​ທີ່ 6.73% (ໃຫຍ່​ຂຶ້ນ 0.6% ເມື່ອ​ທຽບ​ຈາກ​ໃນ​ເດືອນ​ມີ​ນາ) ທັງ​ນີ້​ເປັນ​ຂໍ້​ມູ​ນສະ​ຖິ​ຕິ​ທີ່​ຮວບຮວມ​ຈາກ​ເວັບ​ໄຊຕ໌​ກວ່າ 40,000 ແຫ່ງ​ໂດຍ NetApplications

ປະ​ເດັນ​ທີ່​ໜ້າ​ສົນ​ໃຈ​ຄື ເປີລ໌​ເຊັນຕ໌​ການ​ເຕີບໂຕ​ຂອງ Chrome ເກືອບ​ເທົ່າ​ກັບ​ສ່ວນ​ແບ່ງ​ທີ່​ລຸດລົງ ຂອງ IE ທີ່​ຕົກລົງ​ເຖິງ 0.7% ເຮັດໃຫ້​ໃນ​ເດືອນ​ເມ​ສາ ສ່ວນ​ແບ່​ງຕຫລາດ​ລົງ​ມາ​ຢູ່​ທີ່ 59.95% ຊຶ່ງ NetApplications ລະ​ບຸ​ວ່າ ມັນ​ເປັນ​ເທື່ອ​ທຳອິດທີ IE ມີ​ສ່ວນ​ແບ່​ງຕະຫລາດ​ຕ່ຳ​ກວ່າ 60% ທາງ​ດ້ານ​ຄູ່​ແຂ່ງ​ຢ່າງ Chrome ຈາກ​ສະຖິຕິ ​ພົບ​ວ່າ ມີ​ການ​ເຕີບໂຕ​ຢ່າງ​ຕໍ່​ເນື່ອງ​ຕັ້ງ​ແຕ່​ເປີດ​ຕົວ​ໃນ​ເດືອນ​ທັນວາ 2008

ຢ່າງໃດ​ກໍ​ຕາມ ໄມ​ໂຄ​ຊອ​ຟົບໍ່​ຍອມ​ແພ້​ຢ່າງ​ແນ່ນອນ ໂດຍເດືອນ​ທີ່​ຜ່ານມາ​ກໍ​ໄດ້​ອອກ IE9 ເວີລ໌​ຊັນ​ພີ​ວິວ​ທີ່​ງານ​ປະ​ຊຸມ MIX10 ທີ່​ຈັດ​ຂຶ້ນ​ໃນ​ລາດ​ເວ​ກັດ ພ້ອມ​ທັງ​ປະ​ກາດ​ວ່າ IE9 ເປັນ​ບະ​ຫລາວ​ເຊີລ໌​ຕົວທຳອິດທີ່​ໃຊ້​ມາດຕະຖານ​ເວັບ ຊຶ່ງ​ນັກ​ພັດທະນາ​ຈະ​ຕ້ອງ​ມັກ ໂດຍ​ສະເພາະ​ເມືອ​ມັນ​ເຮັດວຽກ​ເທິງ​ພີ​ຊີ​ເຄື່ອງ​ໃໝ່​ທີ່​ລັນ​ດ້ວຍ​ລະບົບ​ປະຕິບັດການ Windows ບໍ່​ວ່າ​ຈະ​ເປັນ HTML5, CSS3, Vetor Graphics, XHMTL, H.524/MPEG5 ແລະ MP3/AAC ຕົວ​ບຼາວ​ເຊີລ໌​ຍັງ​ສະໜັບສະໜູນ​ຮາລ໌​ດແວລ໌​ເລັ່ງ​ການ​ສະແດງ​ຜົນ​ກາ​ຟິກ ເພື່ອ​ໃຫ້​ສາມາດ​ສະແດງ​ໜ້າ​ເວັບ​ທັງ​ກາ​ຟິກ ແລະ​ຕົວ​ຫນັງສື​ໄດ້​ໄວ​ຍິ່ງ​ຂຶ້ນ​ອີກ​ດ້ວຍ ທາງ​ດ້ານ​ຄູ່​ແຂ່ງ​ລາຍ​ອື່ນໆ Firefox ເພີ່ມ​ຂຶ້ນ 0.07% ເປັນ 24.59% ສ່ວນ Safari ກໍ່ເພີ່ມ​ຂຶ້ນ​ມາ​ຢູ່​ທີ 4.72% ຕາມ​ດ້ວຍ Opera 2.3%

Credit: Arip.co.th

ລອງອ່ານກ່ຽວກັບ  ແຮງບໍ່ມີຕົກ​! ລະບົບປະຕິບັດການ Android ຍອດດາວໂຫລດ App 3ພັນລ້ານ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.