ເລື່ອງລາວຂອງ TECH, STARTUP, ແລະ DIGITAL

IE9 ສະຫນັບສະຫນູນ VP8 Codec ເທິງ HTML5

ຂ່າວໄອທີ

ເມື່ອສາມອາທິດກ່ອນ ໄມໂຄຊອຟົ (Microsoft) ປະກາດວ່າ Internet Explorer 9 ຈະສະໜັບສະໜູນການເຮັດວຽກເເຕ່ codec ດຽວສຳລັບການຫລິ້ນວິດີໂອດ້ວຍ HTML5 ແຕ່ມາມື້ນີ້ ເບິ່ງຄືເຫດການຈະປ່ຽນໄປແລ້ວ ເນື່ອງຈາກລ່າສຸດທາງບໍລິສັດໄດ້ປະກາດເພີ່ມການສະໜັບສະໜູນ codec ໂອເພ່ນຊອລ໌ສຕົວໃໝ່ທີ່ມີຊື່ວ່າ VP8 ເຂົ້າມາອີກຕົວໜຶ່ງດ້ວຍ

ຜົນຈາກການຕັດສິນໃຈດັ່ງກ່າວເຮັດໃຫ້ IE9 ບໍ່ພຽງແຕ່ສະໜັບສະໜູນວິດີໂອທີ່ໃຊ້ codec ເປັນ H.264 ເທົ່ານັນ ແຕ່ຈະຮອງຮັບວິດີໂອທີ່ໃຊ້ codec ໂອເພ່ນຊອລ໌ສທີ່ຫາກໍ່ເປີດຕົວຢ່າງ VP8 ເທິງ HTML5 ດ້ວຍ ຊຶ່ງລາຍງານດັ່ງກ່າວມາຈາກ ຂໍ້ຄວາມໃນບຼອກ ທີ່ໂພສໂດຍ Dean Hachamovitch ຜູ້ຈັດການທົ່ວໄປ Internet Explorer ຢ່າງໃດກໍຕາມ ຫາກຜູ້ໃຊ້ຕ້ອງການຊົມວິດີໂອທີ່ໃຊ້ VP8 ຈະຕ້ອງດາວນ໌ໂຫລດ codec ແຍກຕ່າງຫາກ

VP8 ເປັນ codec ສຳລັບວິດີໂອທີ່ສະໜັບສະໜູນການເຮັດວຽກເທິງ HTML5 ຊຶ່ງ On2 Technologies ບໍລິສັດທີ່ກູເກີ້ນ (Google) ຊື້ມາຕັ້ງແຕ່ປີທີ່ແລ້ວກໍໄດ້ພັດທະນາ VP6 codec ທີ່ໄດ້ຮັບຄວາມນິຍົມຢ່າງສູງດ້ວຍ ໂດຍໃນງານປະຊຸມ Google I/O ເມື່ອອາທິດທີ່ແລ້ວ ທາງກູເກີ້ນໄດ້ປະກາດວ່າ ມີແຜນທີ່ຈະອອກ VP8 codec ທີ່ອະນຸຍາດໃຫ້ນຳໄປໃຊ້ໄດ້ຟຼີ ທັງນີ້ codec (ກົນໄກຊອຟົແວລ໌ ຫລືຮາລ໌ດແວລ໌ທີ່ໃຊ້ໃນການເຂົ້າລະຫັດ ຫລື ຖອດລະຫັດ ພ້ອມທັງບີບອັດ/ຄຣາຍຂໍ້ມູນວິດີໂອ ເຮັດວຽກຮ່ວມກັບໂປແກມ video player) ເປັນສ່ວນຫນຶ່ງຂອງໂປເຈັກໂອເພ່ນຊອລ໌ສ ສຳຫລັບ ມີເດຍເທິງເວັບທີ່ກູເກີ້ນຮຽກວ່າ WebM ທີ່ໄດ້ຮັບການສະໜັບສະໜູນໂດຍບໍລິສັດໄຮເທກຊັ້ນນຳຢ່າງເຊັ່ນ AMD, AMR, Broadcom, Logitech, Qualcomm, Skype, Texas Instruments ແລະບໍລິສັດອື່ນໆອີກຫລວງຫລາຍ. ປະໂຫຍດຈາກການສະໜັບສະໜູນ codec ເທິງ HTML5 ເຮັດໃຫ້ຜູ້ໃຊ້ບໍ່ຕ້ອງລໍຖ້າໂຫລດ Plug-in ສຳລັບຫລິ້ນວິດີໂອເພີ່ມໃຫ້ວຸ້ນວາຍແຕ່ຢ່າງໃດ ຫລືໃຜຢາກລອງໂຫລດໂຕທົດລອງການໃຊ້ງານຂອງ IE9 ກໍ່ເຂົ້່ໄປທີ່ http://ie.microsoft.com/testdrive/

Credit: Arip.co.th

ລອງອ່ານກ່ຽວກັບ  Google ປ່ອຍ Code +1 ໃຫ້ນັກພັດທະນາ ນຳໄປຕິດເວັບໄຊຕ໌ ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.